ລັດຖະບານລາວ ຈັດງານສະເຫຼີມສະຫຼອງວັນເດັກນ້ອຍສາກົນ

ໃນຕອນເຊົ້າມື້ນີ້ 31 ພຶດສະພາ 2019, ຢູ່ສູນຮ່ວມມືສາກົນ ແລະ ເຝິກອົບຮົມລາວ-ຢີ່ປຸ່ນ ຫຼື ໄອຊີທີຊີ ຫຼັກ 5, ນະຄອນຫຼວງວຽງຈັນ, ຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ, ແລະ ແມ່ ແລະ ເດັກ ຮ່ວມກັບ ອົງການຢູນີເຊັບປະຈໍາລາວ ໄດ້ຈັດງານສະເຫຼີມສະຫຼອງວັນເດັກສາກົນ ວັນທີ 1 ມິຖຸນາ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ, ຮອງນາຍົກລັດຖະມົນຕີ, ປະທານຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍີງ, ແລະ ແມ່ແລະເດັກ, ໂດຍມີການນໍາພັກ-ລັດ, ຜູ້ຕາງໜ້າຈາກອົງການຢູນີເຊັບປະຈໍາລາວ, ແລະ ນັກຮຽນທີ່ມາຈາກ 7 ແຂວງ ໃນທົ່ວປະເທດ ພ້ອມດ້ວຍຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.


ໃນໂອກາດນີ້, ທ່ານ ນາງອີນລາວັນ ແກ້ວບຸນພັນ, ປະທານສູນກາງສະຫະພັນແມ່ຍີງລາວ ທັງເປັນຮອງປະທານຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວໜ້າຂອງແມ່ຍິງ, ແລະ ແມ່ ແລະເດັກ ໄດ້ຂຶ້ນມີຄໍາເຫັນວ່າ: “ການຈັດງານສະເຫຼີມສະຫຼອງວັນເດັກສາກົນ, ວັນທີ 1 ມິຖຸນາ ໃນຄັ້ງນີ້ ເປັນໂອກາດດີສໍາລັບປະເທດຂອງພວກເຮົາ ຮ່ວມກັບ ປະເທດຕ່າງໆໃນໂລກ ໄດ້ເພີ່ມທະວີຄວາມເອົາໃຈໃສ່ ແລະ ໃຫ້ຄວາມສໍາຄັນຕໍ່ສິດທິເດັກ ເພື່ອໃຫ້ເຂົາເຈົ້າ ມີໄວທີ່ເຕັມໄປດ້ວຍຄວາມຢູ່ດີກີນດີ, ມີສ່ວນຮ່ວມ, ໄດ້ຮັບການປົກປ້ອງ ແລະ ໄດ້ຮັບການສົ່ງເສີມໃຫ້ມີການພັດທະນາດ້ານຕ່າງໆ ເພື່ອເຮັດໃຫ້ເດັກມີອານາຄົດທີ່ສົດໃສ ແລະ ກາຍເປັນຜູ້ໃຫຍ່ທີ່ມີຄຸນນະພາບ”.


ການຈັດງານສະເຫຼີມສະຫຼອງວັນເດັກສາກົນໃນປີນີ້ ຍັງເປັນການສ້າງຂະບວນການສະເຫຼີມສະຫຼອງວັນສົນທິສັນຍາວ່າດ້ວຍສິດທິເດັກຄົບຮອບ 30 ປີ, ວັນທີ 20 ພະຈິກ ໃຫ້ມີຂະບວນການຟົດຟື້ນ ນັບແຕ່ຂັ້ນສູນກາງ ຮອດ ຂັ້ນທ້ອງຖີ່ນຕື່ມອີກ.


ສໍາລັບການຈັດງານສະເຫຼີມສະຫຼອງວັນເດັກສາກົນວັນທີ 1 ມິຖຸນາ ຂອງຄະນະກໍາມາທິການແຫ່ງຊາດເພື່ອຄວາມກ້າວຫນ້າຂອງແມ່ຍິງ, ແລະ ແມ່ແລະເດັກ ຮ່ວມກັບ ອົງການຢູນີເຊັບປະຈໍາລາວ ໃນຄັ້ງນີ້ ໄດ້ດໍາເນີນໄປດ້ວຍບັນຍາກາດຟົດຟື້ນມ່ວນຊື່ນ ແລະ ມີຄວາມໝາຍເລິກເຊິ່ງດີເຊີ່ງຜູ້ເຂົ້າຮ່ວມ ຍັງໄດ້ຮັບຊົມວີດີໂອ ກ່ຽວກັບ ການປຶກສາຫາລື ແລະ ເກັບກໍາຄໍາຄິດຄໍາເຫັນຂອງເດັກທີ່ຮໍ່າຮຽນໃນໂຮງຮຽນຕ່າງໆໃນທົ່ວປະເທດ, ຮັບຟັງການສະເໜີຄໍາຄິດຄໍາເຫັນຂອງເດັກກ່ຽວກັບສະພາບການພັດທະນາເດັກໃນຕໍ່ຫນ້າ, ວິໃສທັດ 2030 ລວມເຖີງ ສິ່ງທ້າທາຍທີ່ມີຕໍ່ເດັກ, ກິດຈະກໍາການຢອດຢາປ້ອງກັນພະຍາດໂປລີໂອ ແລະ ຊັ່ງນໍ້າໜັກດ້ານໂພສະນາການໃຫ້ເດັກ, ການສະແດງສີລະປະວັນນະຄະດີ ລວມເຖີງ ກິດຈະກໍາສໍາຄັນອື່ນໆອີກຈໍານວນໜຶ່ງ.

ຂ່າວ,​ພາບ: ເດດ ອາລຸນ​ແກ້ວວິໄລ

ທີ່ມາ: Lao National Radio

Comments