ສານຂອງພະນະທ່ານ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ເນື່ອງໃນໂອກາດ ວັນເດັກສາກົນ ວັນທີ 1 ມິຖຸນາ 2019

ພີ່ນ້ອງຮ່ວມຊາດ ທີ່ນັບຖື ຮັກແພງ ລູກຫຼານລາວບັນດາເຜົ່າ ທີ່ຮັກທັງຫຼາຍ !

ໃນທ່າມກາງທີ່ທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວ ພວມພ້ອມກັນຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມະຕິຂອງກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ແລະ ແຜນການພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ VIII, ພວກເຮົາພ້ອມກັບປະຊາຊາດໃນທົ່ວໂລກສະເຫຼີມສະຫຼອງວັນເດັກສາກົນ ວັນ​ທີ 1 ມິຖຸນາ 2019 ຄຽງຄູ່ກັບການຈັດຕັ້ງຂະບວນການວັນປູກຕົ້ນໄມ້ແຫ່ງຊາດ ຢ່າງເປັນຂະບວນຟົດຟື້ນ. ປີນີ້ ເປັນປີທີ່ພິເສດ ເພາະພວກເຮົາຈະໄດ້ມາຮ່ວມກັນທົບທວນການຈັດຕັ້ງປະຕິບັດສົນທິສັນຍາ ວ່າດ້ວຍສິດທິເດັກ ຄົບຮອບ 30 ປີ ແລະ ກໍານົດທິດທາງການພັດທະນາເດັກລາວບັນດາເຜົ່າ ຮອດປີ 2030 ພາຍໃຕ້ຄຳຂວັນ “ສຸມທຸກກຳລັງເຫື່ອແຮງ ແລະ ຄວາມສາມາດ ເພື່ອພັດທະນາແມ່ຍິງ ແລະ ເດັກ ໃຫ້ມີສຸຂະພາບສົມບູນ, ແຂງແຮງດ້ານຮ່າງກາຍ ແລະ ຈິດໃຈ, ມີຄວາມຮູ້ຄວາມສາມາດ ແລະ ສະຕິປັນຍາໃນການດຳລົງຊີວິດ, ຊຸກຍູ້ໃຫ້ຄອບຄົວໃນທົ່ວສັງຄົມ ເປັນເຈົ້າການໃນການປະຕິບັດສິດທິຕໍ່ແມ່ຍິງ ແລະ ເດັກ, ປ້ອງກັນ, ຕ້ານ ແລະ ແກ້ໄຂບັນຫາການໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະ ເດັກ ເພື່ອໃຫ້ມີຄວາມຍຸຕິທຳ ’’.
ພັກ ແລະ ລັດຖະບານ ຍາມໃດກໍ່ຖືເອົາວຽກງານປົກປ້ອງ ແລະ ພັດທະນາເດັກ ເປັນວຽກງານທີ່ສຳຄັນ ເພາະເດັກເປັນອະນາຄົດຂອງຊາດ. ເດັກໃນມື້ນີ້ ຈະກາຍເປັນຜູ້ໃຫຍ່ໃນມື້ໜ້າ ແລະ ຈະເປັນຜູ້ຕັດສິນສະຕາຕໍ່ປະເທດຊາດ ກໍ່ຄືຄວາມຢູ່ດີກິນດີ ແລະ ຄວາມຮັ່ງມີຜາສຸກ ຂອງປະຊາຊົນ ກໍ່ຄືຄວາມຈະເລີນຮຸ່ງເຮືອງຂອງບ້ານເມືອງ.

ພີ່​ນ້ອງ​ຮ່ວມ​ຊາດ ທີ່​ຮັກ​ແພງ​ທັງຫຼາຍ!

ຜ່ານ​ການຈັດຕັ້ງປະຕິບັດວຽກງານປົກປ້ອງ ແລະ ພັດທະນາເດັກ ພວກ​ເຮົາມີ​ຄວາມ​ພາກພູມ​ໃຈ ທີ່​ເຫັນວ່າ ພວກເຮົາສາມາດບັນລຸຜົນສຳເລັດຫຼາຍດ້ານ ເປັນຕົ້ນແມ່ນການປົກປ້ອງສິດທິເດັກ, ການສະກັດກັ້ນ ແລະ ປາບປາມການຄ້າຂາຍເດັກ ແລະ ຄ້າປະເວນີເດັກ, ການແກ້ໄຂບັນຫາສິ່ງລາມົກອະນາຈານກ່ຽວກັບເດັກ, ການປ້ອງກັນ, ຕ້ານ ແລະ ແກ້ໄຂບັນຫາການໃຊ້ຄວາມຮູນແຮງຕໍ່ເດັກ, ການສົ່ງເສີມ ແລະ ພັດທະນາເດັກ ແລະ ວຽກງານອື່ນໆ ທີ່ຕິດພັນກັບການປະຕິບັດພັນທະ ແລະ ສົນທິສັນຍາສາກົນກ່ຽວກັບເດັກ. ດ້ວຍເຫດຜົນນີ້ ສປປ ລາວ ຈຶ່ງຖຶກຍອມຮັບວ່າ ເປັນປະເທດໜຶ່ງ ທີ່ມີຄວາມຄືບໜ້າດີໃນວຽກງານປົກປ້ອງ, ສົ່ງເສີມສິດ ແລະ ຜົນປະໂຫຍດຂອງເດັກລາວບັນດາເຜົ່າ ກໍ່ຄືການລຶບລ້າງທຸກຮູບແບບການຈຳແນກ ແລະ ການໃຊ້ຄວາມຮຸນແຮງຕໍ່ເດັກ, ການມີສ່ວນຮ່ວມຂອງເດັກ ແລະ ສ້າງໂອກາດໃຫ້ເດັກ ໄດ້ຮັບການພັດທະນາ ແລະ ເຕີບໃຫຍ່ ຢ່າງມີຄູນນະພາບໃນສັງຄົມ.
ຕໍ່​ຜົນສຳ​ເລັດ​ດັ່ງກ່າວ, ຕາງໜ້າ​ໃຫ້​ການນໍາພັກ ແລະ ລັດຖະບານ, ຂ້າ​ພະ​ເຈົ້າ ຂໍ​ສະ​ແດງຄວາມ​ຍ້ອງຍໍຊົມເຊີຍ​ ແລະ ສະແດງຄວາມຂອບໃຈ ມາ​ຍັງຄະນະ​ກຳມາ​ທິການ​​ເພື່ອຄວາມ​ກ້າວໜ້າ​ຂອງ​ແມ່ຍິງ ​ແລະ ​​ເດັກ, ອົງການຈັດຕັ້ງພາກລັດ ຂັ້ນສູນກາງ ແລະ ທ້ອງຖິ່ນ, ອົງການຈັດຕັ້ງມະຫາຊົນ, ອົງການຈັດຕັ້ງສາກົນ, ພາກທຸລະກິດ ຕະຫຼອດຮອດ ພໍ່ແມ່ປະຊາຊົນລາວບັນດາເຜົ່າ ລວມທັງເດັກທຸກຄົນ ໃນທົ່ວປະເທດ ທີ່​ໄດ້ໃຫ້ການ​ສະໜັບສະໜູນ ແລະ ປະກອບສ່ວນ​ ຢ່າງ​ຕັ້ງໜ້າ ໃນການຈັດຕັ້ງປະຕິບັດວຽກ​ແມ່​ ແລະ ​ເດັກ ເຮັດໃຫ້ວຽກງານດ້ານນີ້ມີການປັບປຸງດີຂຶ້ນ ແລະ ມີຜົນສໍາເລັດເປັນກ້າວໆມາ.

ບັນດາ​ທ່ານ​ ບັນດາສະຫາຍ, ເພື່ອນມິດ ທີ່​ຮັກ​ແພງ​ທັງຫຼາຍ !

ເຖິງແມ່ນວ່າວຽກງານປົກປ້ອງ ແລະ ພັດທະນາເດັກ ຈະ​ມີ​ຜົນສຳ​ເລັດ​ຫຼາຍດ້ານກໍຕາມ ແຕ່ພວກເຮົາຍັງ​ປະ​ເຊີນ​ໜ້າກັບ​ສິ່ງ​ທ້າ​ທາຍຫຼາຍດ້ານ ໂດຍສະເພາະ ບັນຫາ​ຄວາມທຸກຍາກຂາດເຂີນຂອງເດັກຕ່າງໆ, ບັນຫາຂາດໂພຊະນາການ, ພາວະເດັກຂາດສານອາຫານ, ອັດຕາ​ການ​ເຂົ້າຮຽນ​​ໃນພາກການສຶກສາກ່ອນໄວຮຽນ ແລະ ການສຶກສາພາກບັງຄັບ, ການນຳໃຊ້ສື່ສັງຄົມອອນລາຍຂອງເດັກ, ບັນຫາຢາເສບຕິດ ແລະ ບັນຫາອື່ນໆ ຍັງເປັນໄພຄຸກຄາມ ແລະ ຈຳກັດການພັດທະນາຂອງເດັກ. ນອກຈາກນັ້ນ, ຄວາມຮັບຮູ້ ແລະ ຄວາມ​ເຂົ້າ​ໃຈ​ໃນສັງຄົມ ແລະ ໃນບາງຊົນເຜົ່າ ​ ​ໂດຍ​ສະ​ເພາະ​ແມ່ນ​ ໃນເຂດທຸກຍາກ, ຫ່າງ​​ໄກ​ສອກຫຼີກ ຍັງຍຶດຖືທັດສະນະຄະຕິແບບຄອງເດີມ ແລະ ປ່ຽນແປງໄດ້ຊ້າ ບັນຫາເຫຼົ່ານີ້ ຈະ​ຕ້ອງຮ່ວມແຮງຮ່ວມໃຈກັນແກ້ໄຂໃຫ້ນັບມື້ນັບຫຼຸດລົງໄປ.
ໃນໂອກາດສະເຫຼີມສະຫຼອງວັນເດັກສາກົນສາກົນ 01 ມິຖຸນາ 2019 ນີ້, ຕາງໜ້າ​ໃຫ້ພັກ-ລັດຖະບານ, ຂ້າພະ​ເຈົ້າ ຂໍ​ຮຽກຮ້ອງ​ມາ​ຍັງ ບັນດາ​ອົງການການຈັດຕັ້ງຂອງພັກ-ລັດຖະບານ, ​ແນວ​ລາວ​ສ້າງ​ຊາດ, ອົງການຈັດຕັ້ງມະຫາຊົນ ແລະ ​ຫົວໜ່ວຍ​ທຸລະ​ກິດ​ທັງ​ພາກ​ລັດ​ ແລະ ​ເອກະຊົນ ຕະຫຼອດເຖິງປະຊາຊົນ ແລະ ​ເດັກລາວ​ບັນດາ​ເຜົ່າ ໃນຂອບເຂດທົ່ວປະເທດ​ ຈົ່ງ​ຍົກ​ສູງ​ຄວາມ​ຮັບຜິດຊອບ​ຂອງ​ຕົນ ​ແລະ ​​ເພີ່ມທະວີອອກແຮງປະຕິບັດວຽກງານແມ່ ແລະ ເດັກ ເວົ້າລວມ, ເວົ້າສະເພາະ ແມ່ນການພິຈາລະນາຄໍາເຫັນຂອງຕົວແທນເດັກ ໃນຂອບເຂດທົ່ວປະເທດ ກ່ຽວກັບການຈັດຕັ້ງປະຕິບັດວຽກສິດທິເດັກໃນໄລຍະ 30 ປີ ຜ່ານມາ ແລະ ແກ້ໄຂບັນຫາ, ສິ່ງທ້າທາຍ ແລະ ຂໍ້ຄົງຄ້າງໃນປະຈຸບັນ ເພື່ອຮັບປະກັນການບັນລຸວິໄສທັດການພັດທະນາເດັກລາວ ຮອດປີ 2030 ກໍ່ຄືການ​ດູ​ແລ​ເອົາ​ໃຈ​ໃສ່, ການ​ປົກ​ປ້ອງ, ການ​ພັດທະນາ ແລະ ການມີ​ສ່ວນ​ຮ່ວມຮອບດ້ານ ເພື່ອສ້າງເງື່ອນໄຂ ແລະ ໂອກາດໃຫ້​​ເດັກໄດ້ຮັບການພັດທະນາ ແລະ ມີອະນາຄົດ ທີ່ສົດ​ໃສ ກ້າວ​ເປັນ​ຜູ້​ໃຫຍ່ທີ່​ມີຄຸນນະພາບ​, ​ເປັນ​ກຳລັງ​ຊັບພະຍາກອນມະນຸດ ທີ່ມີຄວາມເຂັ້ມແຂງ​ຂອງ​ຊາດ ເພື່ອສືບຕໍ່ພາລະກິດປົກປັກຮັກສາ ແລະ ​ສ້າງສາພັດທະນາ​ປະ​ເທດຊາດ ໃຫ້ຈະເລີນຮຸ່ງເຮືອງ.
ຂ້າພະເຈົ້າຫວັງຢ່າງຍິງວ່າ ຄະນະກຳມາທິການ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແລະ ແມ່-ເດັກ, ສະຖາບັນການສຶກສາ, ການຈັດຕັ້ງພັກ-ລັດ, ອົງການປົກຄອງທ້ອງຖິ່ນ, ປະເທດເພື່ອນມິດ, ອົງການຈັດຕັ້ງສາກົນ, ພາກທຸລະກິດ ແລະ ທຸກພາກສ່ວນ ໃນທົ່ວສັງຄົມ ຕະຫຼອດຮອດພໍ່ແມ່ ແລະ ຄອບຄົວຂອງເດັກ ຈະສືບຕໍ່ເອົາໃຈໃສ່ສະໜັບສະໜູນ ແລະ ປະກອບສ່ວນໃນການປົກປ້ອງ, ຊຸກຍູ້ສົ່ງເສີມ ແລະ ພັດທະນາເດັກນ້ອຍລາວ ໃຫ້ເຕີບໃຫຍ່ຢ່າງມີຄຸນນະພາບສູງ.
ຂໍຮຽກຮ້ອງມາ​ຍັງພວກລູກ, ພວກຫຼານ ແລະ ​ເດັກລາວບັນ​ດາ​ເຜົ່າທຸກຖ້ວນໜ້າ ຈົ່ງ​ເປັນເດັກຄໍາຮູ້ຜູ້ດີ ຂອງພໍ່ແມ່, ຄອບຄົວ ແລະ ສັງຄົມ, ຕັ້ງໃຈສຶກສາຮໍ່າຮຽນ ໃຫ້ມີວິຊາຄວາມຮູ້, ມີສະຕິປັນຍາ, ມີຄວາມເປັນເຈົ້າຕົນເອງ, ມີຄວາມ​ຮັບຜິດຊອບ, ມີ​ຄຸນສົມບັດ ເປັນພົນລະເມືອງໜຸ່ມແໜ້ນມີຄຸນນະພາບຂອງສັງຄົມ ເພື່ອເປັນທີ່ເພິ່ງຂອງຊາດ, ອະນາຄົດຂອງປະເທດຊາດ ຂຶ້ນຢູ່ກັບຊາວໜຸ່ມ, ເຍົາວະຊົນລຸ້ນນີ້ ແລະ ລຸ້ນຕໍ່ໆໄປ.
ສຸ​ດທ້າຍ​ນີ້, ຂ້າ​ພະ​ເຈົ້າ ຂໍ​ອວຍພອນ​ໃຫ້ເດັກລາວບັນດາເຜົ່າ ຈົ່ງມີສຸຂະພາບແຂງແຮງ, ຕັ້ງໜ້າພັດທະນາຕົນເອງ, ເປັນລູກເປັນຫຼານທີ່ດີຂອງຄອບຄົວ, ຊຸມຊົນ ແລະ ສັງຄົມ ໃຫ້ມີຄວາມເຂັ້ມແຂງທາງຮ່າງກາຍ, ມີຄວາມສີວິໄລທາງຈິດໃຈ ແລະ ຮ່ວມກັນ​ສະ​ເຫຼີມສະຫຼອງວັນເດັກສາກົນປີນີ້ ໃຫ້ມີບັນຍາກາດຄຶກຄື້ນ, ມ່ວນຊື່ນ ແລະ ມີຄວາມຜາສຸກເທີ້ນ!
ຂໍຂອບໃຈ

Comments