ແຈ້ງການ!!! ທຸກການນຳເຂົ້າ-ສົ່ງອອກ ຕ້ອງຜ່ານລະບົບປະຕູດຽວ ຕັ້ງແຕ່ 24 ມິຖຸນາ ເປັນຕົ້ນໄປ

ຈະເລີ່ມນໍາໃຊ້ລະບົບແຈ້ງພາສີປະຕູດຽວ (LNSW) ເຂົ້າໃນການຄຸ້ມຄອງການນໍາເຂົ້າພາຫະນະ ຢູ່ ດ່ານພາສີສາກົນຂົວມິດຕະພາບ 1  ຈົ່ງກຽມພ້ອມທຳຄວາມເຂົ້!ໃຈ ແລະ ໃຫ້ຄວາມຮ່ວມມືປະຕິບັດລະບົບແຈ້ງການພາສີປະຕູດຽວ.

ນັບແຕ່ວັນທີ 24 ມິຖຸນາ 2019 ເປັນຕົ້ນໄປ, ທຸກການນໍາເຂົ້າ ແລະ ສົ່ງອອກ ສິນຄ້າປະເພດພາຫະນະ ຜ່ານດ່ານຂົວມິດຕະພາບ 1 (ນະຄອນຫຼວງວຽງຈັນ) ຕ້ອງໄດ້ດໍາເນີນການແຈ້ງຂໍ້ມູນ ແລະ ເອກະສານຜ່ານລະບົບແຈ້ງພາສີປະຕູດຽວ (LNSW). ກົມການນຳເຂົ້າ ແລະ ສົ່ງອອກ (ກຂອ), ກະຊວງອຸດສາຫະກຳ ແລະ ການຄ້າ ອອກ ແຈ້ງການ ການນໍາໃຊ້ລະບົບແຈ້ງພາສີປະຕູດຽວ (LNSW) ເຂົ້າໃນການຄຸ້ມຄອງການນໍາເຂົ້າພາຫະນະ ຢູ່ ດ່ານພາສີສາກົນຂົວມິດຕະພາບ 1 (ນະຄອນ ຫຼວງວຽງຈັນ) ເລກທີ 2790/ກຂອ.ບຂອ, ລົງວັນທີ 29 ພຶດສະພາ 2019 ເພື່ອແຈ້ງມາຍັງບັນດາບໍລິສັດ ນຳເຂົ້າ ແລະ ສົ່ງອອກຍານພະຫະນະວ່າ ການນຳເຂົ້າ ແລະ ສົ່ງອອກສິນຄ້າປະເພດຍານພະຫະນະຢູ່ ດ່ານພາສີສາກົນຂົວມິດຕະພາບ 1 ແມ່ນໃຫ້ເລີ່ມນໍາໃຊ້ລະບົບແຈ້ງພາສີປະຕູດຽວ (LNSW) ແຕ່ວັນທີ 24 ພຶດສະພາ 2019.

ອີງຕາມ ແຈ້ງການ ການນໍາໃຊ້ລະບົບແຈ້ງພາສີປະຕູດຽວ (LNSW) ເຂົ້າໃນການຄຸ້ມຄອງການນໍາເຂົ້າພາຫະນະ ຢູ່ ດ່ານພາສີສາກົນຂົວມິດຕະພາບ 1 (ນະຄອນຫຼວງວຽງຈັນ) ເລກທີ 2790/ກຂອ.ບຂອ, ລົງວັນທີ 29 ພຶດສະພາ 2019, ນັບແຕ່ວັນທີ 24 ມິຖຸນາ 2019 ເປັນຕົ້ນໄປ, ທຸກການນໍາເຂົ້າ ແລະ ສົ່ງອອກ ສິນຄ້າປະເພດພາຫະນະ ຜ່ານດ່ານຂົວມິດຕະພາບ 1 (ນະຄອນຫຼວງວຽງຈັນ) ຕ້ອງໄດ້ດໍາເນີນການແຈ້ງຂໍ້ມູນ ແລະ ເອກະສານຜ່ານລະບົບແຈ້ງພາສີປະຕູດຽວ (LNSW). ສໍາລັບການນໍາເຂົ້າ ແລະ ສົ່ງອອກດ່ານພາສີສາກົນດ່ານອື່ນແມ່ນສາມາດສືບຕໍ່ນໍາໃຊ້ລະບົບເຈ້ຍແບບເກົ່າຈົນກວ່າຈະມີແຈ້ງການເພີ່ມເຕີມ.

ສໍາລັບບໍລິສັດໃດທີ່ຍັງບໍ່ທັນໄດ້ລົງທະບຽນນໍາໃຊ້ແມ່ນໃຫ້ຮີບຮ້ອນລົງທະບຽນນໍາໃຊ້ໂດຍໃຫ້ສະເໜີຫາ ບໍລິສັດ ຮ່ວມພັດທະນາລະບົບແຈ້ງພາສີປະຕູດຽວ ຈໍາກັດ ເພື່ອສະໝັກຂໍເຝິກອົບຮົມ ແລະ ລະຫັດຜູ້ນໍາໃຊ້ລະບົບດັ່ງກ່າວບໍ່ໃຫ້ກາຍວັນທີ 23 ມິຖຸນາ 2019. ໂດຍ ກົດທີ່ນີ້ ເພື່ອເບິ່ງເງື່ອນໄຂໃນການລົງທະບຽນນໍາໃຊ້ ແລະ ດາວໂຫຼດເອົາແບບຟອມໜັງສືສະເໜີຂໍລະຫັດນຳໃຊ້.

ຂໍມູນເພີ່ມເຕີມ, ພົວພັນໄດ້ທີ່
ບໍລິສັດຮ່ວມພັດທະນາລະບົບແຈ້ງພາສີປະຕູດຽວ ຈຳກັດ
ອາຄານສີຂຽວ, ຊັ້ນ 3 ບ້ານ ນາໄຊ, ເມືອງໄຊເສດຖາ, ນະຄອນຫຼວງວຽງຈັນ.
ເບີໂທລະສັບ: 030 7776699
ອີເມລ໌: [email protected]
ເວັບໄຊ: https://www.laonsw.net/

 

Comments