ນາຍົກລັດຖະມົນຕີລາວ ສໍາເລັດການເຂົ້າຮ່ວມກອງປະຊຸມສາກົນ ກ່ຽວກັບ ອະນາຄົດຂອງອາຊີ ຄັ້ງທີ 25, ທີ່ ໂຕກຽວ

​ພະນະ​ທ່ານ ທອງ​ລຸນ ສີ​ສຸ​ລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ​ພ້ອມດ້ວຍຄະນະ ໄດ້ສໍາເລັດການເຂົ້າ​ຮ່ວມ​ກອງ​ປະຊຸມ​ສາກົນ ກ່ຽວ​ກັບ ອະນາຄົດ​ຂອງ​ອາຊີ ຄັ້ງ​ທີ 25, ພາຍ​ໃຕ້​ຫົວ​ຂໍ້: “ຄົ້ນຫາລະບຽບໂລກແບບໃໝ່ ເພື່ອແກ້ໄຂຄວາມວຸ້ນວາຍໃນໂລກ (Seeking a new global order-overcoming the chaos)”, ​ໃນ​ວັນ​ທີ 30-31 ພຶດສະພາ 2019, ທີ່ ນະຄອນຫຼວງໂຕກຽວ, ປະເທດ ຍີ່ປຸ່ນ.


ໃນກອງປະຊຸມຄັ້ງນີ້, ​ພະນະທ່ານນາຍົກລັດຖະມົນຕີ ໄດ້ຂຶ້ນກ່າວປາ​ໄສ ​ໂດຍ​ໄດ້​ຍົກໃຫ້​ເຫັນ​ເຖິງສະພາບການຄວາມວຸ້ນວາຍສັບສົນທີ່ພວມເກີດຂຶ້ນໃນປະຈຸບັນ ແລະ ໄດ້ສະແດງທັດສະນະ ແລະ ວິໄສທັດ ເພື່ອແກ້ໄຂຄວາມຫຍຸ້ງຍາກສັບສົນດັ່ງກ່າວ ດ້ວຍຂໍ້ລິເລີ່ມ ແລະ ກົນໄກການຮ່ວມມື ທີ່ມີຄວາມຍຸຕິທໍາ, ໂປ່ງໃສ່, ເທົ່າທຽມກັນ ແລະ ບໍ່ຂຶ້ນກັບປະເທດໃດໜຶ່ງ ຫຼື ກຸ່ມເສດຖະກິດໃດໜຶ່ງ ບົນພື້ນຖານການມີສ່ວນຮ່ວມຂອງປະຊາຄົມໃນທົ່ວໂລກ ເພື່ອຈະນໍາພາໂລກນີ້ ກ້າວໄປສູ່ໂລກແຫ່ງໂລກາ​ພິວັດທີ່ມີຄຸນນະພາບສູງ, ຍືນຍົງມີຄວາມສະເໝີພາບ, ມີຜົນປະໂຫຍດຮ່ວມກັນ ແລະ ຄົງຮັກສາໄວ້ສັນຕິພາບ, ສະຖຽນລະພາບ ແລະ ຄວາມໝັ້ນຄົງໃນໂລກ.

ໃນໂອກາດດັ່ງກ່າວ ພະນະທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະເຮັດວຽກກັບ ພະນະທ່ານ ຊິນໂຊ ອາເບະ, ນາຍົກລັດຖະມົນຕີ ຍີ່ປຸ່ນ, ເຊິ່ງໄດ້ແລກປ່ຽນຄໍາຄິດເຫັນ ກ່ຽວກັບ ການຮ່ວມມືສ່ອງຝ່າຍ ແລະ ຫຼາຍຝ່າຍ, ປຶກສາຫາລື ເພື່ອເພີ່ມທະວີຮັດແໜ້ນການຮ່ວມມືສອງຝ່າຍ ກໍ່ຄື ທິດທາງການຮ່ວມມືໃນຕໍ່ໜ້າ.
ນອກຈາກນັ້ນ, ຝ່າຍລາວ ໄດ້ສະ​ແດງ​ຄວາມ​ຊົມ​ເຊີຍຕໍ່ຜົນ​ສຳ​​ເລັດຂອງ ກອງ​ປະ​ຊຸມ​ສຸດຍອດ​ແມ່​ນ້ຳ​ຂອງ-ຍີ່​ປຸ່ນ ຄັ້ງ​ທີ 10 ພາຍໃຕ້ການ​ເຈົ້າ​ພາບຂອງຍີ່ປຸ່ນ ໃນ​ເດືອນ​ຕຸ​ລາ 2018 ທີ່ ນະຄອນຫຼວງໂຕກຽວ ໃນໄລຍະຜ່ານ​ມາ ແລະ ທັງສອງຝ່າຍຈະສືບຕໍ່ຮ່ວມມື​ກັນ​ຈັດ​ຕັ້ງ​ປະ​ຕິ​ບັດຍຸດ​ທະ​ສາດໂຕ​ກຽວ 2018 ເພື່ອການ​ຮ່ວມ​ມື​ແມ່​ນ້ຳ​ຂອງ-ຍີ່​ປຸ່ນ (Tokyo Strategy 2018 for Mekong-Japan Cooperation) ໃຫ້ປະ​ສົບ​ຜົນ​ສຳ​ເລັດ.

 

ພ້ອມດຽວກັນນີ້, ຍັງໄດ້ມີພິທີລົງນາມເອກະສານແລກປ່ຽນ 2 ສະບັບຄື: ໂຄງການພັດທະນາຊັບພະຍາກອນມະນຸດ, ມີມູນຄ່າ 308 ລ້ານເຢນ, ເຊິ່ງແມ່ນໂຄງການຊ່ວຍເຫຼືອລ້າ ຂອງລັດຖະບານຍີ່ປຸ່ນ ແລະ ການປັບປຸງສົນທິສັນຍາຂົນສົ່ງທາງອາກາດສອງຝ່າຍ ສປປ ລາວ ແລະ ຍີ່ປຸ່ນ.
ຮ່ວມລົງນາມເອກະສານດັ່ງກ່າວໂດຍ ທ່ານ ວິໂຣດ ສຸນດາຣາ, ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈໍາ ຍີ່ປຸ່ນ, ຕາງໜ້າລັດຖະບານລາວ ແລະ ທ່ານ ຕາເກຊິ ຮິກິຣາລະ, ເອກອັກຄະຣາຊະທູດ ຍີ່ປຸ່ນ ປະຈໍາ ສປປ ລາວ, ຕາງໜ້າລັດຖະບານຍີ່ປຸ່ນ ໂດຍການເປັນສັກຂີພິຍານຂອງ ສອງທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ຍີ່ປຸ່ນ. 

​ພະນະທ່ານ ນາຍົກລັດຖະມົນຕີ ​ທອງລຸນ ສີສຸລິດ ຍັງໄດ້​ໃຫ້​ສໍາ​ພາດຕໍ່ໜັງສືພິມ ​ແລະ ​ໂທລະພາບ​ ນິກ​ເກ ກ່ຽວ​ກັບ ສະພາບ​ການ​ພັດທະນາ​ເສດຖະກິດ-ສັງຄົມ ຂອງ ສປປ ລາວ ​ໃນ​ປະຈຸ​ບັນ ແລະ ທັດສະນະ ຕໍ່ການພົວພັນຮ່ວມມືລະຫວ່າງ ສປປ ລາວ ກັບ ບັນດາປະເທດຕ່າງໆໃນພາກພື້ນ ລວມທັງຍີ່ປຸ່ນໃນປະຈຸບັນ ກໍ່ຄື ໃນອະນາຄົດ ແລະ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ປະທານອົງການ JETRO, ແລະ ບໍລິສັດ ຂອງຍີ່ປຸ່ນຈໍານວນໜຶ່ງ.
​ ການ​ເຄື່ອນ​ໄຫວ​ຂອງ ພະນະທ່ານ ນາຍົກລັດຖະມົນຕີ ຢູ່ປະເທດຍີ່ປຸ່ນ ​ໃນ​ເທື່ອນີ້ ເປັນ​ກາລະ​ໂອກາດ​ອັນ​ດີ ໃນການ​ປະກອບສ່ວນ​ເຂົ້າ​ໃນ​ການ​ຮັດ​ແໜ້ນ​ສາຍ​ພົວພັນ​ມິດຕະພາບ ແລະ ການຮ່ວມມືອັນດີງາມທີ່ມີມາແຕ່ດົນນານ ກໍຄື ການເປັນຄູ່ຮ່ວມ​ມື​ຍຸດທະສາດ ລະຫວ່າງ ສປປ ລາວ ​ແລະ ຍີ່ປຸ່ນ ​ໃຫ້​ກວ້າງຂວາງແໜ້ນແຟ້ນ ​ແລະ ​ເລິກ​ເຊິ່ງຂຶ້ນ​ກວ່າ​ເກົ່າ, ໂດຍ​ສະ​ເພາະການ​ດຶງດູດ​ການ​ລົງທຶນຈາກ​ຍີ່ປຸ່ນ ​ໃຫ້​ນັບ​ມື້​ນັບ​ຫຼາຍ​ຂຶ້ນ.

Comments