ປັດຈຸບັນ, ປະຊາຊົນລາວໃນທົ່ວປະເທດ ມີໄຟຟ້າຊົມໃຊ້ຢ່າງຖາວອນ 95%

ກອງປະຊຸມສະຫຼຸບ ຕີລາຄາ ແລະ ຖອດຖອນບົດຮຽນ ວຽກງານພະລັງງານ ແລະ ບໍ່ແຮ່ ປີ 2018 ແລະ ໄຕມາດທີ 1 ປີ 2019 ທົ່ວປະເທດ ຈັດຂຶ້ນວັນທີ 3-4 ມີຖຸນາ 2019 ທີ່ຫໍປະຊຸມແຫ່ງຊາດ ພາຍໃຕ້ການເປັນປະທານຂອງທ່ານ ຄໍາມະນີ ອິນທິລາດ ລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ມີບັນດາເຈົ້າແຂວງ ຮອງລັດຖະມົນຕີ ຮອງເຈົ້າແຂວງທົ່ວປະເທດ ຜູ້ຕາງໜ້າຈາກບັນດາກະຊວງ ອົງການຈັດຕັ້ງສາກົນ ຜູ້ປະກອບການດ້ານພະລັງງານ ແລະ ບໍ່ແຮ່ ພ້ອມດ້ວຍແຂກຖືກເຊີນເຂົ້າຮ່ວມ.

ທ່ານ ຄໍາມະນີ ອິນທິລາດ ກ່າວວ່າ: ບົນພຶ້ນຖານການຈັດຕັ້ງປະຕິບັດແນວທາງຫັນເປັນອຸດສາຫະກໍາ ແລະ ທັນສະໄໝຂອງພັກຊຶ່ງໄດ້ກໍານົດອອກຢູ່ໃນມະຕິກອງປະຊຸມໃຫຍ່ ຄັ້ງທີ X ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ VIII ມາເຖິງປັດຈຸບັນ ໄດ້ດຳເນີນການພັດທະນາວຽກງານພະລັງງານແລະບໍ່ແຮ່ ທີ່ມີລັກສະນະເປັນລະບົບ​ຄົບ​ຊຸດ

ມີບາດກ້າວຂະຫຍາຍຕົວທີ່ໜັກແໜ້ນ ຕໍ່ເນື່ອງ ແລະ ມີດ້ານທີ່ໄດ້ຮັບການພັດທະນາຢ່າງ​ກ້າວກະໂດດ​ ເຊິ່ງລວມຍອດ​ມູນ​ຄ່າການ​ຜະລິດ​ ຂອງ​ຂະ​ແໜງ​ການ​ພະລັງງານ ​ແລະ ບໍ່​ແຮ່ ປະ​ຈໍາປີ 2018 ບັນລຸ​ໄດ້ 28,247 ຕື້​ກີບ ທຽບ​ໃສ່​ປີ 2017 ​ເພີ່ມ​ຂຶ້ນ 11% ​ເຊິ່ງ​ໄດ້​ປະກອບສ່ວນ GDP ​ແຫ່ງ​ຊາດ 16.8% ​ໃນ​ນັ້ນຂະ​ແໜງ​ພະລັງງານ​ເພີ່ມ​ຂຶ້ນ 13.5% ​ແລະ ຂະ​ແໜງ​ບໍ່​ແຮ່ ​ເພີ່ມ​ຂຶ້ນ 7.5%.

ໃນຊຸມປີທີ່ຜ່ານມາ ໄດ້ຮັບຜົນສຳເລັດໃນການພັດທະນາອຸດສາຫະກຳພະລັງງານໄຟຟ້າທີ່ໜັກແໜ້ນຕໍ່ເນື່ອງ​ ປັດຈຸບັນ ທົ່ວ​ປະ​ເທດ​​ມີ​ແຫຼ່ງຜະລິດ​ໄຟຟ້າ​ແລ້ວ ​63 ແຫ່ງ ລວມກຳລັງຕິດຕັ້ງ 7,213 ເມກາວັດ ສາມາດ​ຜະລິດກະ​ແສ​ໄຟ​ຟ້າໄດ້ປະມານ 37,035 ລ້ານກິໂລວັດໂມງຕໍ່ປີ ພ້ອມດຽວກັນນີ້ ກໍ່ຍັງມີແຫຼ່ງຜະລິດພະລັງງານໄຟຟ້າທີ່ກຳລັງກໍ່ສ້າງ ແລະ ກໍາລັງຈະລົງມືກໍ່ສ້າງ 37 ແຫ່ງ

ຄາດຄະເນວ່າຈະສໍາເລັດທັງໜົດຮອດປີ 2020-2021 ແລະ ປະ​ເທດ​ລາວເຮົາຈະມີແຫຼ່ງຜະລິດພະລັງງານໄຟຟ້າ 100 ແຫ່ງ ມີກຳລັງຕິດຕັ້ງປະມານ 13,062 ເມກາວັດ ແລະ ມີກຳລັງຜະລິດປະມານ 66.944 ລ້ານກິໂລວັດໂມງຕໍ່ປີ ໃນນີ້ ປະມານ 85% ຈະສົ່ງອອກໄປຈຳໜ່າຍຢູ່ຕ່າງປະເທດ ເຊິ່ງ​ຜົນສຳ​ເລັດທີ່​ກ້າວ​ກ​ະໂດດ​ໃນ​ການ​ພັດທະນາ​ດ້ານ​ນີ້​ໄດ້​ສ້າງ​ເງື່ອນ​ໄຂ​ຕອບ​ສະໜອງ​ການ​ຊົມ​ໃຊ້​ພະລັງງານ​ໄຟຟ້າ​ຢູພາຍ​ໃນ​ປະ​ເທດ​ຢ່າງ​ພຽງພໍ ​ແລະ ການ​ສົ່ງ​ອອກກໍນັບມື້ເພີ່ມຂຶ້ນ.

ປະ​ເທດລາວເຮົາໄດ້ຄາດຄະເນຄວາມຕ້ອງການພະລັງງານໄຟຟ້າໃນຊຸມປີຕໍ່ໜ້າເປັນຕົ້ນແມ່ນຮອດປີ 2020 ສະເພາະການຊົມໃຊ້ຢູ່ພາຍໃນປະເທດ ແມ່ນຍັງມີຄວາມຕ້ອງການປະລິມານທີ່ສູງພໍສົມຄວນ ເພື່ອຮັບໃຊ້ບັນດາໂຄງການຍຸດທະສາດ ໂຄງການບູລິມະສິດຂອງລັດຖະບານເປັນຕົ້ນ: ການພັດທະນາເຂດເສດຖະກິດພິເສດ ເຂດເສດຖະກິດສະເພາະຫຼາຍກວ່າ 10 ແຫ່ງໃນທົ່ວປະເທດ ໂຄງການກໍ່ສ້າງທາງລົດໄຟຄວາມໄວສູງ ໂຄງການກໍ່ສ້າງແຫຼ່ງຜະລິດພະລັງງານໄຟຟ້າ ໂຄງການຂຸດຄົ້ນປຸງ​ແຕ່ງ​ແຮ່​ທາດ

ນອກນັ້ນ ລັດຖະບານຍັງໄດ້ມີນະໂຍບາຍກະຕຸ້ນສົ່ງເສີມເສດຖະກິດຂະໜາດນ້ອຍ ຂະໜາດກາງ ຂະໜາດ​ໃຫຍ່ ນັບທັງໂຄງການພັດທະນາຊົນນະບົດ ການ​ພັດທະນາ​ພື້ນຖານ​ໂຄງ​ລາງ​ຄົມມະນາຄົມ-​ຂົນ​ສົ່ງ ແລະ ອື່ນໆ ພ້ອມກັນນີ້ລັດຖະບານກໍໄດ້ມີສັນຍາຮ່ວມ​ມື​ສຶກສາຄວາມ​ເປັນ​ໄປ​ໄດ້​ໃນ​ການ ຊື້​-ຂາຍ ​ແລະ ​ແລກປ່ຽນ ພະລັງງານ​ໄຟຟ້າ​ກັບບັນດາປະເທດໃກ້ກ້ຄຽງ ເຊັນ: ​​ສສ ຫວຽດນາມ ໄທ ມາເລເຊຍ ເຂດບໍລິເວນຊາຍແດນລະຫວ່າງ ສສປ ລາວ-ປະເທດກໍາປູເຈຍ ເຂດບໍລິເວນຊາຍແດນລະຫວ່າງ ສສປ ລາວ-ປະເທດມຽນມາ ແລະ ສປ ຈີນ.

ປະຈຸບັນການ​ພັດທະນາລະບົບ​ສາຍ​ສົ່ງ ​ແລະ ສະຖານີ ກໍໄດ້ຮັບການ​ພັດທະນາ​ເປັນ​ລະບົບຄົບຊຸດສົມຄວນ ​ແລະ ມີ​ການ​ຂະຫຍາຍຕົວ​ທີ່​ວ່ອງ​ໄວ ເຊິ່ງມາ​ຮອດ​ປັດຈຸບັນ ລະບົບສາຍສົ່ງແຮງດັນສູງແຕ່ລະປະເພດ ແຮງດັນກາງ ແລະ ແຮງດັນຕໍ່າ ເ​ຊິ່ງໄດ້​ຮັບ​ການ​ກໍ່ສ້າງ​ ແລະ ນໍາ​ໃຊ້​​ແລ້ວ ​ມີຄວາມຍາວເຖິງ 62,000 ກວ່າກິໂລແມັດວົງ​ຈອນ ແລະ ມີສະຖານີຈ່າຍໄຟຟ້າ 70 ແຫ່ງ ພ້ອມດຽວກັນນີ້ ການ​ພັດທະນາ​ວຽກ​ງານ​ໄຟຟ້າ​ຊົນນະບົດ ຕິດແໜ້ນກັບການ​ພັດທະນາ​ຊົນນະບົດ

ການ​ແກ້​ໄຂ​ຄວາມທຸກ​ຍາກ​ຂອງ​ປະຊາຊົນ​ບັນດາ​ເຜົ່າ ​​ບົນ​ພື້ນຖານ​ຖື​ເອົາ​ການ​ຂະຫຍາຍ​ຕາງ​ໜ່າງ​ໄຟຟ້າ​ໄປ​ສູ່​ຊົນນະບົດ ຂຶ້ນ​ໄປ​ຫາ​ເຂດ​ພູດ​ອຍ ເຂດ​ຫ່າງ​ໄກ​ສອກຫຼີກ ​ເຂດ​ພື້ນຖານ​ການ​ປະຕິວັດ​ໃນ​ສະ​ໄໝ​ກູ້​ຊາດ​​ເປັນ​ແຜນ​ງານ​ບູລິ​ມະ​ສິດ​ ໃນ​ການ​ພັດທະນາ​ໄຟຟ້າ​ຢູ່​ປະ​ເທດ​ເຮົາ​ໃນ​ໄລຍະ​ໃໝ່ ເຊິ່ງມາ​ຮອດ​ປັດຈຸບັນ​ນີ້ 90​% ຂອງ​ຈໍານວນ​ບ້ານ ​ແລະ 95% ຂອງຈຳນວນຄົວເຮືອນໃນທົ່ວປະເທດໄດ້ຊົມໃຊ້ໄຟຟ້າຢ່າງຖາວອນ.

ການສັງລວມວຽກງານຈັດສັນ-ຍົກຍ້າຍ ໄດ້ທັງໜົດ 200 ກວ່າໝູ່ບ້ານ ມີ 12,000 ກວ່າຄອບຄົວໃນທົ່ວປະເທດປະມານ 60,000 ກວ່າຄົນ ແລະ ນໍາໃຊ້ທຶນເຂົ້າໃນການຈັດສັນ-ຍົກຍ້າຍແລະຍັບຍ້າຍປະມານ 500 ກວ່າລ້ານໂດລາສະຫະລັດ ຫຼື ປະມານ 4,336 ຕື້ກີບ ​ເຊິ່ງ​ເປັນ​ທຶນ​ຂອງ​ການ​ພັດທະນາ​ໂຄງການ​ປະກອບສ່ວນ ​ນອກ​ນັ້ນຍັງ​ໄດ້​ສ້າງ​ວຽກ​ເຮັດ​ງານ​ທໍາໃຫ້ຄົນ​ລາວ 100,000 ກວ່າຕໍ່າ​ແໜ່​ງງານ ​ໃນ​ນີ້ ​ໄດ້​ຍົກ​ລະດັບ​ສີ​ມື​ແຮງ​ງານ​ຄົນ​ລາວ ​ໃຫ້​ເທົ່າ​ທຽມ​ກັບ​ສາກົນຫຼາຍ​ກວ່າ 10.000 ​ຕໍາ​ແໜ່ງງານ

​​ເຊິ່​ງປະຈຳຢູ່​ໂຄງການ​ຂະໜາດໃຫຍ່ ​ເຊັ່ນ: ​ໂຄງການ​ບໍ່​ຄໍາ-​ທອງ ​ເຊ​ໂປ​ນ ພູ​ເບ້ຍ ​​ເຂື່ອນ​ນໍ້າ​ເທີນ 2 ​ໂຮງ​ໄຟຟ້າ​ຄວາມ​ຮ້ອນ​ຫົງ​ສາ ​​ເຂື່ອນ​ໄຟຟ້ານໍ້າຂອງ​ໄຊ​ຍະ​ບູລີ ​ເຂື່ອນເທີນ​ຫີນ​ບູນ ນໍ້າ​ເທີນ 1 ນໍ້າ​ງຽບ 1 ​ແລະ ​ໂຄງການ​ອຶ່ນໆ ນອກຈາກ​ວຽກ​ງານຈັດ​ສັນ-ຍົກຍ້າຍ​ແລ້ວ ຜູ້​ພັດທະນາ​ໂຄງການ ​​ສືບຕໍ່ຈັດ​ສັນ-​ຟື້ນ​ຟູ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນທີ່​ຖືກ​ຜົນກະທົບຈາກ​ໂຄງການ​ເພື່ອ​ຮັບປະກັນ​ໃຫ້​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ ​ແກ້​ໄຂ​ຢ່າງ​ເໝາະ​ສົມ.

ປະຈຸບັນ ສປປ ລາວ ສາມາດຄົ້ນພົບຈຸດປາກົດແຮ່ທາດໄດ້ຫຼາຍກວ່າ 570 ຈຸດ ໃນຂອບເຂດເນື້ອທີ່ປະມານ: 162,104 ກິໂລຕາແມັດ ເທົ່າກັບ 70% ຂອງເນື້ອທີ່ທົ່ວປະເທດ ປະຈຸບັນມີ 271ບໍລິສັດ ມີ 424 ກິດຈະການ ໃນນີ້ ບັນດາບໍລິສັດທີ່ພວມດຳເນີນການຊອກຄົ້ນແລະສຳຫຼວດມີ 151 ບໍລິສັດມີ 239 ກິດຈະການ ແລະ ບໍລິສັດທີ່ກະກຽມແລະ ດຳເນີນການຂຸດຄົ້ນ ມີ 120 ບໍລິສັດ ມີ 185 ກິດຈະການ ປະເພດແຮ່ທາດທີ່ອອກອະນຸຍາດຂຸດຄົ້ນ ມີ 28 ປະເພດຄື:

ຄໍາ ທອງ ເງິນ ກົ່ວ ເຫຼັກ ແກ້ວຊັບຟາຍ ຫີນປູນ ດິນໜຽວ ກາແນັດ ຖ່ານຫີນ ຖ່ານຕົມ ຂີ້ເຈຍ ຫີນກຣານິດ ໂດໂລໄມ ຫີນບາຊານ ມັງການ ຫີນຊາຍ ຫີນກວາສ໌ ດິນແດງ ຟູອໍລາຍ ບາຣິດ ເກືອກິນ ເກືອໂປຕາສ໌ ມາເຢຊຽມ ຫີນກາບໂບຣ ດີໂອລິດ ຣີໂອຣິດ ຫີນດີໂອໄລຕູບ ພ້ອມ​ດຽວ​ກັນ​ນີ້ ໃນປີ 2018 ການຈັດ​ເກັບ​ລາຍ​ຮັບ​ເຂົ້າ​ງົບປະມານ​ແຫ່ງ​ຊາດ ຂ​ອງຂະ​ແໜງ​ການ​ພະລັງງານ ​ແລະ ບໍ່​ແຮ່ ປະຕິບັດ​ໄດ້ 316.3 ລ້ານ ຫຼື ປະມານ 27,437.23 ຕື້ກີບ ​ໃນ​ນີ້ ຂະ​ແໜງ​ພະລັງງານ​ປະຕິບັດ​ໄດ້ 230,6 ລ້ານໂດ​ລາ ປະມານ 1,999.45 ຕື້ກີບ ​ແລະ ຂະ​ແໜງ​ບໍ່​ແຮ່ 85.7 ລ້ານໂດ​ລາ ປະມານ 7,431 ຕື້ກີບ

ກອງປະຊຸມຄັ້ງນີ້ ໃນຕະຫຼອດໄລຍະເວລາຂອງການດຳເນີນກອງປະຊຸມຈະໄດ້ພ້ອມກັນສະຫຼຸບ ຕີລາຄາ ຖອດ​ຖອນ​ບົດຮຽນສະພາບການພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ໃນປີ 2018 ທີ່ຜ່ານມາຕິດພັນກັບການສະຫຼຸບສະພາບການປະຕິບັດແຜນພັດທະນາພະລັງງານ ແລະ ບໍ່ແຮ່ໄລຍະກາງສະໄໝ ຂອງແຜນ 5 ປີຄັ້ງທີ VIII ພ້ອມດຽວກັນນີ້ ກໍຈະໄດ້ພ້ອມກັນຄົ້ນຄວ້າ ປຶກສາຫາລືເພື່ອກໍານົດທິດທາງ ໜ້າທີ່ ແລະ ລະດັບຄາດໝາຍສໍາລັບປີ 2019

ປຶກສາຫາລືກັນເພື່ອປັບປຸງເພີ່ມເຕີມບາງໜ້າທີ່ ຄາດໝາຍໃນໄລຍະທ້າຍຂອງແຜນການ 5 ປີ ແນໃສ່ເພື່ອສູ້ຊົນບັນລຸຄາດໝາຍ ເຊິ່ງໄດ້ກໍານົດໄວ້ຢູ່ໃນແຜນພັດທະນາວຽກງານພະລັງງານ ແລະ ບໍ່ແຮ່ ໄລຍະປີ 2016-2020 ໃນແຕ່ລະດ້ານ​ໃຫ້​ເປັນອັນ​ລະອຽດ ​ເປັນ​ລະບົບ​ຄົບ​ຊຸດ ​ໃຫ້​ສອດຄ່ອງ​ກັບ ສະພາບ​ເສດຖະກິດ​-ສັງຄົມ ​ໃນ​ໄລຍະ​ໃໝ່.

Comments