ສະໜາມບິນສາກົນບໍ່ແກ້ວ ສໍາເລັດແລ້ວ 75%

ການກໍ່ສ້າງ ສະໜາມບິນ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ມາຮອດປະຈຸບັນ ສໍາເລັດແລ້ວ 75% ຄາດວ່າ ຈະສາມາດເປີດສາຍການບິນ ພາຍໃນປະເທດໄດ້ ໃນທ້າຍປີ 2022.


ສະໜາມບິນດັ່ງກ່າວ ແມ່ນຢູ່ໃກ້ເຂດເສດຖະກິດພິເສດ ສາມຫຼຽມທອງຄໍາ ກວມເນື້ອທີ 300 ຮຕ, ໂດຍຈະກາຍເປັນ ສະໜາມບິນແຫ່ງທີ 2 ພາຍໃນແຂວງ.


ການກໍ່ສ້າງ ແມ່ນເລີ່ມມາແຕ່ ເດືອນກັນຍາ 2020 ໂດຍມີມູນຄ່າການກໍ່ສ້າງທັງໝົດ 175 ລ້ານ ໂດລາສະຫະລັດ ຊຶ່ງເປັນທຶນຈາກ Hong Kong-based Greater Bay Area Investment and Development (HK) Limited, ຊຶ່ງຢູ່ພາຍໃຕ້ ກຸ່ມບໍລິສັດ ດອກງິ້ວຄໍາ.


ໄລຍະສໍາປະທານ ສະໜາມບິນດັ່ງກ່າວ ແມ່ນ 50 ປີ, ໂດຍສະໜາມບິນ ສາມາດຮອງຮັບ ເຮືອບິນຂະໜາດໃຫຍ່ ເຊັ່ນ: Boeing 747 ແລະ Airbus 320 ໄດ້. ອາຄານສະໜາມບິນ ສາມາດບັນຈຸຄົນໄດ້ 600 ຄົນ, ແລະ ສາມາດຮອງຮັບຜູ້ໂດຍສານໄດ້ເຖິງ 1.5-2 ລ້ານຄົນ ຕໍ່ປີ.


ຂໍ້ມູນ: ໜັງສືພິມວຽງຈັນທາຍ

Comments