ອຸດົມໄຊ ສາທິດການປູກແນວພັນມັນຕົ້ນ ກ່ອນຈະສົ່ງເສີມປະຊາຊົນປູກ.

ອຸດົມໄຊ ສາທິດການປູກແນວພັນມັນຕົ້ນ ກ່ອນຈະສົ່ງເສີມປະຊາຊົນປູກ. ເພື່ອຮັບປະກັນການຈະເລີນເຕີບໂຕທີ່ດີ ແລະ ໃຫ້ຜົນຜະລິດໃນປະລິມານສູງ.

ພະແນກກະສິກຳ ແລະ ປ່າໄມ້ ແຂວງອຸດົມໄຊ ຈັດພິທີປູກແນວພັນມັນຕົ້ນໃນສວນສາທິດ ຢູ່ສູນສາທິດ ແລະ ບໍລິການເຕັກນິກກະສິກຳ ຮ່ວມມືລາວ-ຈີນ ຫລື ສູນ 10 ແຂວງ.

ແນວພັນທີ່ນຳມາປູກສາທິດ ໃນຄັ້ງນີ້ມີ ສອງແນວພັນ ຄື: ແນວພັນ ລູກ 3 ງ່າ ແລະ ແນວພັນ ລູກຕີນຊ້າງ ຈຳນວນ 3,5 ໂຕນ ຫລື ປະມານ 26 ພັນກວ່າເບ້ຍ ປູກໃນສວນສາທິດ ເນື້ອທີ່ 2 ເຮັກຕາ ເຊິ່ງແນວພັນດັ່ງກ່າວ ແມ່ນນຳເຂົ້າຈາກປະເທດໄທ, ຖ້າຫາກວ່າສວນສາທິດດັ່ງກ່າວ ໄດ້ຮັບຜົນດີ, ພະແນກກະສິກໍາ ແລະ ປ່າໄມ້ແຂວງອຸດົມໄຊ ຈະໄດ້ຂະຫຍາຍແນວພັນນີ້ອອກ ເພື່ອສົ່ງເສີມໃຫ້ປະຊາຊົນປູກເປັນສິນຄ້າ ທົດແທນການປູກພືດອື່ນ ທີ່ບໍເໝາະສົມກັບສະພາບອາກາດຂອງແຂວງຕື່ມອີກ.

ໃນພິທີ, ກ່ອນທີ່ຈະລົງມື້ປູກຕົວຈິງນັ້ນ ພະນັກງານຜູ້ຮັບຜິດຊອບ ໄດ້ແນະນຳວິທີການປູກທີ່ຖືກຕ້ອງ ເພື່ອຮັບປະກັນການຈະເລີນເຕີບໂຕທີ່ດີ ແລະ ໃຫ້ຜົນຜະລິດໃນປະລິມານສູງ.

ຂໍ້ມູນ: ຂປລ

Comments