ສປປ ລາວ ມອບຫລຽນໄຊພັດທະນາ ຊັ້ນ 2 ໃຫ້ທະນາຄານແມ່ ຂອງທະນາຄານ ຮ່ວມທຸລະກິດລາວ-ຫວຽດ

ສປປ ລາວ ມອບຫລຽນໄຊພັດທະນາ ຊັ້ນ 2 ໃຫ້ທະນາຄານແມ່ ຂອງທະນາຄານ ຮ່ວມທຸລະກິດລາວ-ຫວຽດ.

ທ່ານນາງ ປານີ ຢາທໍ່ຕູ້ ໄດ້ໃຫ້ກຽດມອບຫລຽນໄຊພັດທະນາຊັ້ນ 2 ໃຫ້ແກ່ຜູ້ຕາງຫນ້າຄະນະນຳ BIDV ທີ່ມີຜົນງານດີເດັ່ນ ໃນການປະກອບສ່ວນດ້ານວັດຖຸ ແລະ ທຶນຮອນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຢູ່ ສປປ ລາວ ຕາມດຳລັດຂອງປະທານປະເທດ ແຫ່ງ ສປປ ລາວ ສະບັບ ເລກທີ 041/ຄຕທ, ລົງວັນທີ 22/03/2022.


ໃນພິທີຄັ້ງນີ້, ມີການນຳຂອງພັກ ແລະ ລັດ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ການນຳຂອງພັກ ແລະ ລັດ ແຫ່ງ ສປປ ລາວ, ຜູ້ນຳລັດຖະບານກຳປູເຈຍ, ຮ່ວມກັບການນຳຂັ້ນສູງສູນກາງ ແລະ ທ້ອງຖິ່ນ, ກະຊວງ, ສາຂາຂອງຫວຽດນາມ ແລະ ລາວ, ກຳປູເຈຍ, ລັດເຊຍ, ບັນດາລູກຄ້າ, ຄູ່ຮ່ວມງານ, ຄູ່ຮ່ວມທຸລະກິດທັງພາຍໃນ ແລະຕ່າງປະເທດ ເຂົ້າຮ່ວມ.

ຕະຫລອດໄລຍະ 65 ປີ ແຫ່ງການດຳເນີນທຸລະກິດການຄ້າ, ທະນາຄານແມ່ຂອງ ທະນາຄານ ຮ່ວມທຸລະກິດ ລາວ-ຫວຽດ ໄດ້ກາຍເປັນສະຖາບັນການເງິນ ທີ່ມີຫລາຍຮູບຫລາຍແບບ, ຫລາຍຂົງເຂດ, ປະຈຸບັນ BIDV ມີທຸລະກິດການທະນາຄານ, ປະກັນໄພ,ຫລັກຊັບ, ການລົງທຶນທາງດ້ານການເງິນ, ມີເຄືອຂ່າຍກວ້າງຂວາງ, ມີສາຂາພາຍໃນ ແລະ ຕ່າງປະເທດ 1.085 ສາຂາ, ຫ້ອງການທຸລະກໍາ, 10 ບໍລິສັດຍ່ອຍ ແລະ ມີການຄ້າໃນລາວ, ກໍາປູເຈຍ, ມຽນມາ, ລັດເຊຍ ແລະ ໄຕ້ຫວັນ.


ໃນໄລຍະຜ່ານມາ BIDV ກໍໄດ້ໄດ້ຮັບລາງວັນຈາກ ພັກ ແລະ ລັດຖະບານ ແຫ່ງ ສປປ ລາວ ໃນຫລາຍລະດັບ ເປັນຕົ້ນ ຫລຽນໄຊເອກະລາດ, ຫລຽນໄຊແຮງງານ, ຫລຽນໄຊມິດຕະພາບ ແລະ ອື່ນໆ.


ຂໍ້ມູນ: ທະນາຄານຮ່ວມທຸລະກິດ ລາວ-ຫວຽດ ຈໍາກັດ

Comments