ນາຍົກ ມອບໃຫ້ ສສກ ຮຽບຮຽງ ປຶ້ມວັດຈະນານຸກົມພາສາລາວ ສະບັບມາດຕະຖານ ໃຫ້ສໍາເລັດໃນປີ 2025

ນາຍົກ ມອບໃຫ້ ສສກ ຮຽບຮຽງ ປຶ້ມວັດຈະນານຸກົມພາສາລາວ ສະບັບມາດຕະຖານ ໃຫ້ສໍາເລັດໃນປີ 2025


ໃນໂອກາດພົບປະໂອ້ລົມ ຄະນະກໍາມະການຄົ້ນຄວ້າພາສາລາວ ໃນວັນທີ 3 ພຶດສະພາ 2022 ຢູ່ຫ້ອງປະຊຸມຂອງຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ, ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສໍາຄັນຂອງພາສາລາວ ແລະ ຄວາມຈໍາເປັນໃນການຄົ້ນຄວ້າປັບປຸງຫລັກການໃນການນໍາໃຊ້ພາສາລາວ, ພ້ອມທັງມອບໝາຍໃຫ້ ຄະນະກໍາມະການຄົ້ນຄວ້າພາສາລາວ ກະຊວງສຶກສາທິການ ແລະ ກິລາ ຮີບຮ້ອນປັບປຸງຄືນຫລັກໄວຍາກອນລາວ ແລະ ຄົ້ນຄວ້າຮຽບຮຽງປຶ້ມ ວັດຈະນານຸກົມພາສາລາວ ສະບັບມາດຕະຖານ ເພື່ອໃຫ້ສາມາດຈັດພິມ ແລະ ນໍາໃຊ້ໃນໄລຍະ 3 ປີຕໍ່ໜ້ານີ້.


ນອກຈາກນີ້, ທ່ານນາຍົກລັດຖະມົນຕີ ຍັງໄດ້ຊີ້ນໍາອີກວ່າ: ທິດທາງໃນການປັບປຸງ ແມ່ນອີງໃສ່ຫລັກໄວຍາກອນ ແລະ ປຶ້ມວັດຈະນານຸກົມພາສາລາວ ທີ່ມີມາແລ້ວເປັນພື້ນຖານ ແລ້ວພັດທະນາຕໍ່ຍອດໃຫ້ຮັບປະກັນຄວາມເປັນເອກະລັກ, ຄວາມອຸດົມສົມບູນຂອງພາສາລາວ ແລະ ນໍາໃຊ້ເຂົ້າກັບຍຸກສະໄໝ, ພ້ອມທັງສົ່ງເສີມໃຫ້ມີການນໍາໃຊ້ພາສາລາວຢ່າງຖືກຕ້ອງ ແລະ ເປັນເອກະພາບກັນ.


ຂໍ້ມູນ: ປະເທດລາວ

Comments