ສະຫວັນນະເຂດ ເອົາໃຈໃສ່ສົ່ງເສີມສິນຄ້າໂອດອບ ເມືອງນອງ ເພື່ອເຮັດໃຫ້ປະຊາຊົນມີລາຍຮັບເພີ່ມຂຶ້ນ.


ກອງປະຊຸມກ່ຽວກັບການຈັດ ຕັ້ງປະຕິບັດວຽກງານສົ່ງເສີມສິນຄ້າ ພູມປັນຍາຊາວບ້ານ ທີ່ເປັນເອກະລັກທ້ອງຖິ່ນ ເພື່ອພັດທະນາໃຫ້ກາຍເປັນສິນຄ້າທີ່ໄດ້ຮັບ ກາໝາຍໜຶ່ງເມືອງໜຶ່ງຜະລິດຕະພັນແຫ່ງຊາດ ຫລື ໂອດອບ (ODOP) ເຊິ່ງວຽກງານດັ່ງກ່າວ ແມ່ນນອນຢູ່ ໃນວາລະແຫ່ງຊາດຂອງແຂວງ ສະຫວັນນະເຂດ.


ຄະນະກຳມະການສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ ຂັ້ນເມືອງ ແລະ ຄະນະວິຊາການຈາກ ຂະແໜງສົ່ງເສີມວິສາ ຫະກິດຂະໜາດນ້ອຍ ແລະ ກາງ. ການຄ້າ ໄດ້ປຶກສາຫາລືຮ່ວມກັນ ແລະ ເຫັນດີຄັດເລືອກເອົາສິນຄ້າ ທີ່ມີທ່າແຮງ ເພື່ອນຳສະເໜີ ຄະນະກຳມະການພັດທະນາສິນຄ້າ ໜຶ່ງເມືອງໜຶ່ງຜະລິດຕະພັນ ຂັ້ນແຂວງຮັບຮອງເອົາ ແລະ ຂໍອະນຸ ຍາດນຳໃຊ້ກາໝາຍສິນຄ້າ ໜຶ່ງເມືອງ ໜຶ່ງຜະລິດຕະພັນ ແຫ່ງຊາດ ຈາກກົມສົ່ງເສີມການຄ້າ, ກະຊວງ ອຸດສາຫະກຳ ແລະ ການຄ້າລວມ ເຊິ່ງຈະນຳສະເໜີ 2 ລາຍການຄື: ກຸ່ມຕ່ຳແຜ່ນແພ ເຜົ່າມັງກອງ ບ້ານປະຈະຕຽນ ແລະ ກຸ່ມຕົ້ມເຫລົ້າພື້ນເມືອງ ບ້ານນອງວິໄລ.


ປະສົບຜົນສຳເລັດ, ເຮັດໃຫ້ປະຊາຊົນບັນດາເຜົ່າທີ່ດຳລົງຊີວິດ, ທຳມາຫາກິນຢູ່ໃນຂອບເຂດທົ່ວເມືອງນອງ ມີລາຍຮັບເພີ່ມຂຶ້ນ ແລະ ມີຊີວິດການເປັນຢູ່ທີ່ດີຂຶ້ນ ຈົນສາມາດເຮັດໃຫ້ຄອບຄົວ, ບ້ານ ແລະ ເມືອງຂອງຕົນຫລຸດພົ້ນອອກຈາກຄວາມທຸກຍາກ ເທື່ອລະກ້າວ.
ຂໍ້ມູນ: ຂປລ

Comments