ລາຄານ້ຳມັນປາມ ເພີ່ມຂຶ້ນ ຫຼັງອິນໂດເນເຊຍ ໂຈະການສົ່ງອອກ

ລາຄານ້ຳມັນປາມ ເພີ່ມຂຶ້ນ ຫຼັງອິນໂດເນເຊຍ ໂຈະການສົ່ງອອກ. ຫາກມາດຕະການແກ່ຍາວຈະເຮັດໃຫ້ອັດຕາເງິນເຟີ້ທົ່ວໂລກເພີ່ມສູງຂຶ້ນ.

ສັນຍາການສົ່ງມອບນ້ຳມັນປາມລ່ວງໜ້າທີ່ຕະຫຼາດຊື້ – ຂາຍໃນນະຄອນຫຼວງກົວລາລຳເປີ ຂອງມາເລເຊຍ ງວດສົ່ງມອບເດືອນກໍລະກົດ 2022 ເພີ່ມຂຶ້ນ 6% ຢູ່ທີ່ລະດັບ 6.738 ຣິງກິດ ຫຼື ປະມານ 1.550 ໂດລາສະຫະລັດຕໍ່ໂຕນ ເຊິ່ງເປັນລະດັບສູງສຸດ ນັບແຕ່ເດືອນມີນາຜ່ານມາ.

ທັງນີ້, ລັດຖະບານອິນໂດເນເຊຍ ໄດ້ອອກມາດຕະການສັ່ງໂຈະການສົ່ງອອກນ້ຳມັນປາມ ນັບແຕ່ວັນທີ 28 ເມສາ 2022 ເປັນຕົ້ນໄປ ຈົນກວ່າລັດຖະບານອິນໂດເນເຊຍ ຈະຊອກໃຫ້ເຫັນເຖິງສາເຫດທີ່ນ້ຳມັນປາມພາຍໃນປະເທດຂາດແຄນ ແລະ ໄດ້ຮັບການແກ້ໄຂແລ້ວ.

ອິນໂດເນເຊຍ ເປັນຜູ້ຜະລິດ ແລະ ສົ່ງອອກນ້ຳມັນປາມລາຍໃຫຍ່ທີ່ສຸດຂອງໂລກ ກວມເອົາປະມານ 60% ຂອງການຜະລິດນ້ຳມັນປາມທົ່ວໂລກ ແລະ ຖ້າຫາກວ່າມາດຕະການດັ່ງກ່າວແກ່ຍາວອອກໄປ ຈະສົ່ງຜົນເຮັດໃຫ້ອັດຕາເງິນເຟີ້ທົ່ວໂລກເພີ່ມສູງຂຶ້ນອີກ ເນື່ອງຈາກລາຄາອາຫານເພີ່ມສູງຂຶ້ນ, ເພີ່ມຄວາມສ່ຽງໃຫ້ເກີດວິກິດອາຫານຮຸນແຮງຂຶ້ນອີກ.

ຂໍ້ມູນ: ເສດຖະກິດການຄ້າ

Comments