ມັນສາຄູສິນຄ້າທາງເລືອກທີ່ຈະສ້າງລາຍຮັບໃຫ້ກັບປະຊາຊົນແຂວງຫົວພັນ

ເມືອງຊ່ອນ ແຂວງ ຫົວພັນກຳລັງສຸມໃສ່ໃນການປູກ ມັນສາຄູ ເພື່ອເປັນສິນຄ້າວາງແຜນໄວ້ປີນີ້ທີ່ 7.500 ໂຕນ.

ວັນທີ 26 ເມສາ 2022ນີ້ ທ່ານ ສຸລິນໄຊ ພົງສະຫວັດ ຫົວຫນ້າຫ້ອງການ ກະສິກຳ ແລະ ປ່າໄມ້ ເມືອງຊ່ອນ ແຂວງຫົວພັນ ພ້ອມດ້ວຍຄະນະ ໄດ້ລົງຊຸກຍູ້ປະຊາຊົນທີ່ປູກມັນສາຄູ ບ້ານຊ່ອນໃຕ້ ເຂດບວກປາເຕັດ ຫ່າງຈາກບ້ານປະມານ 2 ກິໂລແມັດ.

ທ່ານ ສຸລິນໄຊ ພົງສະຫວັດ ໃຫ້ຮູ້ວ່າ: ຕາມແຜນແລ້ວ ປີ 2022ນີ້ ເມືອງຊ່ອນຈະສຸມໃສ່ປູກມັນສາຄູໃຫ້ໄດ້ເນື້ອທີ່ທັງຫມົດບໍ່ໃຫ້ຫລຸດ 250 ເຮັກຕາ ຜົນຜະລິດໃຫ້ໄດ້ 7.500 ໂຕນ ແລະ ຈະສ້າງລາຍຮັບໃຫ້ປະຊາຊົນໃຫ້ໄດ້ 3,7 ຕື້ກວ່າກີບຂື້ນໄປ ນີ້ກໍ່ເພື່ອເປັນການຊຸກຍູ້ສົ່ງເສີມການຜະລິດກະສິກຳເປັນສິນຄ້າຢູ່ເມືອງຊ່ອນໃຫ້ນັບມື້ຫຼາຍຂຶ້ນ ເປັນການສະໜອງຜົນຜະລິດກະສິກຳ ປ້ອນໃຫ້ແກ່ໂຮງງານແປຮູບຢູ່ພາຍໃນ ແລະ ສົ່ງອອກອີກດ້ວຍ.

ຂໍ້ມູນຈາກ: Media Laos

Comments