ອຄ ກຽມສ້າງລະບົບການຄ້າດ້ານເອເລັກໂຕນິກສໍາລັບສິນຄ້າກະສິກໍາ ເພື່ອສ້າງມູນຄ່າສິນຄ້າລາວ ໃຫ້ສູງຂຶ້ນ

ອຄ ກຽມສ້າງລະບົບການຄ້າດ້ານເອເລັກໂຕນິກສໍາລັບສິນຄ້າກະສິກໍາ ເພື່ອສ້າງມູນຄ່າສິນຄ້າລາວ ໃຫ້ສູງຂຶ້ນ

ກະຊວງອຸດສາຫະກຳ ແລະ ການຄ້າ(ອຄ) ໄດ້ຈັດພິທີລົງນາມ ແຜນການຊ່ວຍເຫຼືອ ທາງດ້ານເຕັກນິກ ສໍາລັບຜະລິດຕະພັນກະສິກໍາລາວ ລະຫວ່າງກົມສົ່ງເສີມການຄ້າ ກະຊວງ ອຄ ແລະ ບໍລິສັດ ອານຮຸຍອີ້ຊາງ ດິຈິຕອນ ເທັກໂນໂລຍີ ຈໍາກັດ. ໃນວັນທີ 25 ເມສາ 2022 ທີ່ກະຊວງ ກະຊວງອຸດສາຫະກຳ ແລະ ການຄ້າ.

ແນ່ນອນວ່າ ລະບົບການຄ້າຜ່ານອີເລັກໂຕນິກທີ່ໄດ້ຮັບການຊ່ວຍເຫຼືອຄັ້ງນີ້ ຈະເປັນໂຄງການລິເລີ່ມຮ່ວມກັນຂອງພາກລັດ ແລະ ເອກະຊົນເພື່ອຊ່ວຍພັດທະນາ, ຄຸ້ມຄອງ ການຄ້າຜະລິດຕະພັນກະສິກຳ ຂະຫຍາຍຕາໜ່າງການຄ້າກ້າວໄປເຖິງສ້າງມູນຄ່າການຄ້າສິນຄ້າລາວ ໃຫ້ນັບມື້ສູງຂຶ້ນ ປະກອບສ່ວນເຂົ້າໃນ ການຍົກສູງຄຸນນະພາບສິນຄ້າ ແລະ ສ້າງວຽກເຮັດງານທຳໃຫ້ແກ່ຊາວກະສິກອນ ໃນຊົນນະບົດລາວ ປະຕິບັດນະໂຍບາຍແກ້ໄຂຄວາມທຸກຍາກ ໃຫ້ ສປປ ລາວ ສາມາດຫຼຸດຜົ້ນອອກຈາກປະເທດດ້ອຍພັດທະນາ ໃນປີ 2026 ຕາມຄາດໝາຍທີ່ວາງໄວ້.

ເພື່ອອຳນວຍຄວາມສະດວກໃຫ້ຜູ້ຜະລິດ ໂຄງການດັ່ງກ່າວຈະໄດ້ ສ້າງຈຸດບໍລິການ 20 ຈຸດທົ່ວປະເທດ ເພື່ອເຮັດໃຫ້ຜູ້ຜະລິດ ສາມາດເຂົ້າເຖິງການບໍລິການ ແລະ ສາມາດແຈ້ງສິນຄ້າທີ່ຕົນມີໃຫ້ກັບສູນ ເພື່ອເອົາເຂົ້າວາງຂາຍໃນເວັບໄຊ ອີຄອມເມີສ ຂອງໂຄງການ. ພ້ອມດຽວກັນ, ກໍຈະມີການຈັດຝຶກອົບຮົມໃຫ້ ຜູ້ຜະລິດ, ຜູ້ຂາຍ, ບັນດາຜູ້ສົນໃຈ ໃຫ້ຮູ້ນຳໃຊ້ເວັບໄຊທີ່ໂຄງການສ້າງຂຶ້ນ.

ມາຮອດ 3 ເດືອນຕົ້ນປີ 2022 ມູນຄ່າການຄ້າ ລາວຈີນມີມູນຄ່າລວມເຖິງ 800 ລ້ານ ໂດລາສະຫະລັດ, ທຽບໃສ່ປີຜ່ານມາ ເພີ່ມຂຶ້ນ 19,9%. ໂຄງການດັ່ງກ່າວຈະເປັນການເພີ່ມທະວີການຮ່ວມມື ທາງດ້ານການຄ້າຂອງ ສປປ ລາວ ກັບ ສປ ຈີນ ເພື່ອຊຸກຍູ້ໃຫ້ ມູນຄ່າການຄ້າ ຂອງສອງປະເທດ ເພີ່ມຂຶ້ນ ແລະ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມຂອງ ສປປ ລາວ.

ທັງເປັນໂອກາດ ເຮັດໃຫ້ລາວ ສາມາດສ້າງໂອກາດໃນການສົ່ງອອກສິນຄ້າກະສິກຳ ໂດຍສະເພາະແມ່ນໃນ 13 ພືດ ແລະ 1 ສັດໃຫຍ່ ທີ່ລັດຖະບານລາວ ໄດ້ຮັບການເປີດຕະຫຼາດຈາກ ສປ ຈີນແລ້ວ ຄືປະເພດ ເຂົ້າ, ສາລີແຂງ, ມັນຕົ້ນແຫ້ງ, ໝາກກ້ວຍ, ໝາກໂມ, ມັນດ້າງ, ໝາກນັອດ, ພືດຕະກຸນຖົ່ວ, ໝາກໄມ້ຕະກຸນໝາກກ້ຽງ ແລະ ລວມທັງສິນຄ້າກະສິກຳທ່າແຮງອຶ່ນໆ ທີ່ທາງວິຊາການຈະໄດ້ລົງສຳຫຼວດໃນບັນດາທ້ອງຖີ່ນ ທົ່ວປະເທດ ພາຍຫຼັງໄດ້ລິເລີ່ມໂຄງການນີ້.

ຂໍ້ມູນ: ເສດຖະກິດການຄ້າ

Comments