ຂໍສະແດງຄວາມຍິນດີນໍາ! ໜ່ວຍກູ້ໄພ 1623 ໄດ້ຮັບຫຼຽນພຣະຣາຊະທານ ເພື່ອຊ່ວຍສົ່ງເສີມຄວາມສໍາພັນລະຫວ່າງສອງປະເທດໃຫ້ແໜ້ນແຝ້ນຍິ່ງຂຶ້ນ…

ຊົມເຊີຍ!!! ໜ່ວຍກູ້ໄພ 1623 ໄດ້ຮັບຫຼຽນພຣະຣາຊະທານ ເພື່ອຊ່ວຍສົ່ງເສີມຄວາມສໍາພັນລະຫວ່າງສອງປະເທດໃຫ້ແໜ້ນແຝ້ນຍິ່ງຂຶ້ນ…

ຊົມເຊີຍ! ຄະນະກູ້ໄພ 1623 ໄດ້ຮັບຫຼຽນພຣະຣາຊະທານ

ເມື່ອວັນທີ 26 ກັນຍາ 2019 ຜ່ານມາທີ່ສະຖານທູດໄທ ປະຈໍາລາວ ທ່ານ ກຽດຕິຄຸນ ຊາດປະເສີດ ເອກອັກຄະຣາຊະທູດໄທ ປະຈຳ ສປປ ລາວ ໄດ້ເປັນປະທານໃນພິທີຮັບພຣະຣາຊະທານເຄື່ອງຣາດຊະອິດສະຣິຍາພອນ ອັນເປັນທີ່ສັນລະເສີນຍິ່ງຊັ້ນຫຼຽນທອງດິເຣກຄຸນາພອນ ຊຶ່ງພຣະບາດສົມເດັດພຣະວະຊິຣະເກົ້າເຈົ້າຢູ່ຫົວຊົງພຣະກະລຸນາໂປຣດເກົ້າໂປຣດກະໝ່ອມພຣະຣາຊະທານແກ່ທ່ານ ໄພຈິດ ກ້ອນປະທຸມ ແລະ ທ່ານ ອາເຢັນ ວິຊຸນດາລາ ຈາກມູນນິທິຊ່ວຍເຫຼືອຄົນທຸກຍາກ ຫຼື ກູ້ໄພ 1623 ຜູ້ເຂົ້າຮ່ວມປະຕິບັດການພາລະກິດຄົ້ນຫານັກກິລາເຕະບານເຍົາວະຊົນ ແລະ ຄູຝຶກ ຈຳນວນ 13 ຄົນ ທີ່ຕິດຢູ່ໃນອຸທິຍານຖໍ້າຫຼວງ – ຂຸນນໍ້ານາງນອນ ຈັງຫວັດຊຽງລາຍ ລະຫວ່າງວັນທີ 23 ມິຖຸນາ 2018 – 10 ກໍລະກົດ 2018.

 

ເຂົ້າຮ່ວມໃນພິທີມີ ພະນັກງານປະຈໍາສະຖານເອກອັກຄະຣາຊະທູດໄທ ປະຈໍາ ສປປ ລາວ ແລະ ທີມປະເທດໄທ ພ້ອມດ້ວຍຜູ້ແທນຈາກກະຊວງການຕ່າງປະເທດ ສປປ ລາວ ແລະ ຜູ້ແທນຈາກມູນນິທິຊ່ວຍເຫຼືອຄົນທຸກຍາກ ຫຼື ກູ້ໄພ 1623.

ໃນໂອກາດນີ້, ເອກອັກຄະຣາຊະທູດ ໄດ້ກ່າວສະແດງຄວາມຍິນດີແກ່ທ່ານ ໄພຈິດ ກ້ອນປະທຸມ ແລະ ທ່ານ ອາເຢັນ​ ວິຊຸນດາລາ ທີ່ໄດ້ຮັບເຄື່ອງຣາດຊະອິດສະຣິຍາພອນ ອັນເປັນທີ່ສັນລະເສີນຍິ່ງຊັ້ນຫຼຽນທອງດິເຣກຄຸນາພອນ ຊຶ່ງສະແດງໃຫ້ເຫັນເຖິງນ້ຳໃຈໄມຕີຈິດຂອງປະຊາຊົນລາວທີ່ມີຕໍ່ຊາວໄທ ແລະ ຊ່ວຍສົ່ງເສີມຄວາມສຳພັນລະຫວ່າງສອງປະເທດໃຫ້ແໜ້ນແຟ໊ນຍິ່ງຂຶ້ນດ້ວຍ.

 

Comments