ຂ່າວ ພາຍໃນປະເທດ

ຊົມເຊີຍ!!! ແຂວງບໍລິຄຳໄຊ ທຳລາຍສວນກັນຊາ 12 ເຮັກຕາ

ເພື່ອ​​ລາຍ​ງານການຈັດ​ຕັ້ງ​ປະຕິບັດ​ວຽກ​ງານ​ ທີ່​ໄດ້​ມອບ​ໝາຍ​ໃຫ້ບັນດາເມືອງ ແລະ ພະແນກການ​ ​ໃນ​ວັນ​ທີ 4 ຕຸລາ 2019 ຢູ່​ຫ້ອງ​ປະຊຸມ​ຫ້ອງ​ວ່າການ​ປົກຄອງ​ແຂວງ ໄດ້​ຈັດ​ກອງ​ປະຊຸມອົງການປົກຄອງແຂວງ ປະຈຳເດືອນກັນຍາຂຶ້ນ ໂດຍພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ ປອ ກອງ​ແກ້ວ ​ໄຊ​ສົງຄາມ ​ ເຈົ້າ​ແຂວງບໍລິຄຳ​ໄຊ ມີບັນດາພະແນກການອ້ອມຂ້າງ, ເມືອງ 7 ຕົວເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ. ເພື່ອເປັນການສະຫຼຸບຜົນການຈັດຕັ້ງປະຕິບັດ ວຽກງານຮອບດ້ານຂອງແຂວງໃນເດືອນກັນຍາຜ່ານມາ ແຂວງບໍລິຄຳໄຊ ໄດ້ພົບກັບບັນຫາຫຼາຍດ້ານ ເປັນຕົ້ນແມ່ນປະກົດການຫຍໍ້ທໍ້ໃນສັງຄົມ ໄດ້ເຫັນວ່າມີບັນຫາເກີດຂຶ້ນຫຼາຍດ້ານ ໂດຍສະເພາະແມ່ນວຽກງານແກ້ໄຂ 4 ເຖື່ອນ ມາຮອດປັດຈຸບັນໄດ້ມີຄະດີເກີດຂື້ນຫຼາຍເລື່ອງ ເຊັ່ນ: ເຈົ້າໜ້າທີ່ໄດ້ທັບມ້າງຄະດີ ລັກລອບປູກກັນຊາໄດ້ 18 ສວນ ຈຳນວນ 12 ເຮັກຕ່າ, ຢຶດກັນຊາແຫ້ງ 220 ເປົາ, ປືນແກັບ 30 ກະບອກ, ປືນແຕ່ງ 1 ກະບອກ, ປືນລູກຊອງເບີ 12 ຈຳນວນ 2 ກະບອກ, ຈັກສະຕີ່ນ 3 ເຄື່ອງ, ໄມ້ຈຳນວນ 3 ...

Read More »

ພິທິມອບ-ຮັບ ຕໍາແໜ່ງ ວ່າການລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ

ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຮັບການແຕ່ງຕັ້ງເປັນ ວ່າການລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ປ່ຽນແທນ ທ່ານ ສຸພັນ ແກ້ວມີໄຊ (ຜູ້ເກົ່າ) ຊຶ່ງອອກພັກການ-ຮັບອຸດໜູນບຳນານ ຕາມເງື່ອນໄຂກະສຽນຮັບອຸດໜູນບຳນານທີ່ໄດ້ກຳນົດໄວ້ໃນກົດໝາຍ ວ່າດ້ວຍພະນັກງານ-ລັດຖະກອນ. ພິທີມອບ-ຮັບໜ້າທີ່ດັ່ັງກ່າວ ໄດ້ຈັດຂຶ້ນໃນວັນທີ 11 ຕຸລາ 2019 ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີຜູ້ຕາງໜ້າຈາກຄະນະສູນກາງພັກ, ບັນດາລັດຖະມົນຕີ, ຮອງລັດຖະມົນຕີ ແລະ ພະນັກງານຫຼັກແຫຼ່ງຈາກພາກສ່ວນທີ່ກ່ຽວຂ້ອງ 140 ກ່ວາທ່ານ. ໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການປະກອບສ່ວນຢ່າງໃຫຍ່ຫຼວງຂອງ ທ່ານ ສຸພັນ ແກ້ວມີໄຊ ເຂົ້າໃນວຽກງານຂະແໜງການແຜນການ ແລະ ການລົງທຶນ ເພື່ອພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະຜ່ານມາ. ທີ່ມາ: ຂ່າວສານປະເທດລາວ.

Read More »

ເຈົ້າໜ້າທີ່ເຮັດແທ້ເຮັດຈິງ!!! ລົງຮື້ຖອນປ້າຍທຸກຊະນິດ ທີ່ບໍ່ມີພາສາລາວ

ເມືອງຕົ້ນເຜີ້ງ, ແຂວງບໍ່ແກ້ວ ເປັນເຂດເມືອງໜຶ່ງ ທີ່ນັກລົງທຶນ ສ ປປ ຈີນ ເຂົ້າມາສຳປະທານເພື່ອເຮັດເປັນເຂດພັດທະນາເສດຖະກິດສາມຫຼຽມຄຳ, ຄາຊິໂນ, ສູນການຄ້າ, ໂຮງແຮມ ແລະ ຮ້ານອາຫານ, ສະຖານທີ່ທ່ອງທ່ຽວ…. ແລະ ເຮັດໃຫ້ເຂດດັ່ງກ່າວ,  ມີຄົນຕ່າງຊາດເຂົ້າມາຢູ່ອາໄສເປັນຈຳນວນຫຼວງຫຼາຍໂດຍສະເພາະ ຊາວຈີນ, ມຽນມ້າ…ຈຶ່ງເຮັດໃຫ້ເຂດນີ້ມີປ້າຍຕ່າງໆສ່ວນຫຼາຍຈະເປັນພາສາຕ່າງປະເທດ ແຕ່ກໍມີບາງສ່ວນທີ່ເຮັດຖືກຕາມລະບຽບກົດໝາຍກໍຄືມີພາສາລາວນຳ ແລະ ກໍມີບາງຈຳນວນທີ່ບໍ່ປະຕິວັດຕາມລະບຽບ. ດັ່ງນັ້ນ, ເພື່ອຄວາມເປັນລະບຽບຮຽບຮ້ອຍ  ແລະ ສອດຄ່ອງກັບລະບຽບກົດໝາຍ ໃນລະຫວ່າງວັນທີ 3-7 ຕຸລາ 2019 ຜ່ານມານີ້, ໜ່ວຍງານວັດທະນະທຳ ຫ້ອງການຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ລົງຮື້ຖອນ ແລະ ທຳລາຍປ້າຍຕ່າງໆທີບໍ່ຖືກຕ້ອງຕາມລະບຽບການ ຈຳນວນ 62 ປ້າຍ, ພ້ອມທັງເຮັດບົດບັນທຶກກັບເຈົ້າຂອງປ້າຍໄຟ 6 ປ້າຍ. ເຊິ່ງປ້າຍທຸກຊະນິດຕ້ອງໃຫ້ມີໂຕໜັງສືລາວ ຫຼື ພາສາລາວ ຂຶ້ນກ່ອນ ທັງນີ້ກໍ່ເພື່ອເຮັດໃຫ້ເມືອງຕົ້ນເຜິ້ງ ມີຄວາມຈົບງາມ ແລະ ມີການໂຄສະນາທີ່ຖືກລະບຽບສອດຄ່ອງກັບວັດທະນະທຳລາວ. ຢ່າງໃດກໍ່ຕາມກໍ່ຂໍຊົມເຊີຍເຈົ້າໜ້າທີ່ໜ່ວຍງານກ່ຽວຂ້ອງໃນການຈິງຈັງລົງປະຕິບັດໜ້າທີ່ຄັ້ງນີ້. ທີ່ມາ: ຫ້ອງການ ຖວທ ຕົ້ນເຜິ້ງ

Read More »

ຈຸດແຂ່ງຂັນ ຊ່ວງເຮືອທ່າວັດຈັນປີນີ້ ມີ 2​ ຈຸດ

ບຸນຊ່ວງເຮືອທ່າວັດຈັນ, ນະຄອນຫຼວງວຽງຈັນປີນີ້ໄດ້ແຍກໜ້ານໍ້າຈັດຢູ່ 2 ຈຸດຄື ຢູ່ຫາດດອນຈັນ ແຂ່ງເຮືອນ້ອຍ 12 ສີພາຍ, ສ່ວນເຮືອປະເພນີ – ເຮືອສູດຈັດແຂ່ງຢູ່ຈຸດເກົ່າຂອງປີຜ່ານມາຄືໜ້າໂຮມແຮມແລນມາກ. ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ອອກແຈ້ງການເລກທີ 0386/ຫວນວ ລົງວັນທີ 9 ຕຸລາ 2019 ເລື່ອງ ການກະກຽມບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອນະຄອນຫຼວງວຽງຈັນປະຈໍາປີ 2019. ອີງຕາມການລາຍງານຂອງຄະຮະຮັບຜິດຊອບຈັດງານບຸນອອກພັນສາ ແລະ ບຸນຊ່ວງເຮືອປະຈໍາປີ 2019 ແລະ ຫ້ອງການຄະນະກໍາມະການປ້ອງກັນຊາດ – ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນຄັ້ງວັນທີ 9 ຕຸລາ 2019. ອີງຕາມການຊີ້ນໍາຂອງກອງປະຊຸມຄະນະປະຈໍາພັກນະຄອນຫຼວງວຽງຈັນ ຄັ້ງທີ 79 ສະໄໝທີ 6 ຄັ້ງວັນທີ 9 ຕຸລາ 2019. ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ຖືເປັນກຽດແຈ້ງການຕົກລົງ ແລະ ທິດຊີ້ນໍາຂອງກອງປະຊຸມຄະນະປະຈໍາພັກນະຄອນຫຼວງວຽງຈັນ ມາຍັງທ່ານດັ່ງນີ້: ເຫັນດີໃຫ້ຈັດການແຂ່ງຂັນຊ່ວງເຮືອນ້ອຍ, ເຮືອກິລາ 12 ສີພາຍຢູ່ຫາດດອນຈັນ ເມືອງຈັນທະບູລີນະຄອນຫຼວງວຽງຈັນໃນວັນທີ 13 ຕຸລາ 2019 ໂດຍໃຫ້ຈັດໃນລະດັບຂັ້ນເມືອງ, ສ່ວນວັນທີ 14 ຕຸລາ ...

Read More »

ລັດຖະບານຍີ່ປຸ່ນ ຊ່ວຍເຫຼືອ ສປປ ລາວ 2 ໂຄງການ ມູນຄ່າເກືອບ 24 ຕື້ກີບ

ລັດຖະບານຍີ່ປຸ່ນ ຊ່ວຍເຫຼືອ ສປປ ລາວ 2 ໂຄງການຄື: ການກຽມພ້ອມຕອບໂຕ້ ແລະ ຟື້ນຟູຫຼັງໄພພິບັດ 1 ພັນລ້ານເຢນ ແລະ ໂຄງການກໍ່ສ້າງ ແລະ ຂະຫຍາຍລະບົບທໍ່ສົ່ງນ້ຳປະປາ ນະຄອນຫຼວງພະບາງ ມູນຄ່າ 1.922 ລ້ານເຢນ. ໃນວັນທີ 5 ຕຸລາຜ່ານມາ ທີ່ກະຊວງການຕ່າງປະເທດ ໄດ້ມີພິທີພົບປະສອງຝ່າຍ ລະຫວ່າງລາວ-ຍີ່ປຸ່ນ ຊຶ່ງຝ່າຍລາວນຳໂດຍທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຝ່າຍຍີ່ປຸ່ນນຳໂດຍທ່ານ ເຄັນຈິ ວາກາມິຢະ (Mr. Kenji WAKAMIYA) ຮອງລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນໃນ ໂອກາດທີ່ຄະນະຜູ້ແທນດັ່ງ ກ່າວເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະ ຫວ່າງວັນທີ 4-6 ຕຸລາ 2019. ການພົບປະຄັ້ງນີ້ ສອງຝ່າຍໄດ້ເຫັນດີເປັນເອກະພາບໃນການຮ່ວມມືກັນຢ່າງໃກ້ຊິດ ເພື່ອສືບຕໍ່ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງລາວ ແລະ ຍີ່ປຸ່ນ ທີ່ມີມາແຕ່ດົນນານ, ກໍຄືການເພີ່ມທະວີຮັດແໜ້ນການເປັນຄູ່ຮ່ວມຍຸດທະສາດ ທີ່ໄດ້ຮັບການຍົກລະດັບໃນປີ 2015 ...

Read More »

ຄວາມຈິງ!!! ເຫດລະເບີດຫີນຜາ ຢູ່ຫຼວງພະບາງ ຕາມຂໍ້ມູນຝ່າຍການຄ້າ

ຈາກກໍລະນີທີ່ມີການລາຍງານຂ່າວກ່ຽວກັບການລະເບີດຫີນຜາ ເພື່ອເອົາຫີນປູນເຂົ້າເປັນວັດຖຸດິບຂອງໂຮງງານຊີມັງຫຼວງພະບາງ ຈຳກັດ ທີ່ຕັ້ງຢູ່ເຂດພັດທະນານໍ້າຖ້ວມ ເມືອງ ນໍ້າບາກ ແຂວງຫຼວງພະບາງ ເມື່ອວັນທີ 5 ຕຸລາ ຜ່ານມາ ສົ່ງຜົນໃຫ້ມີຜູ້ເສຍຊີວິດ ແລະ ບາດເຈັບອີກຫຼາຍຄົນນັ້ນ ບໍ່ແມ່ນການ ລະເບີດເອົາຫີນປູນຂອງໂຮງງານດັ່ງກ່າວແຕ່ຢ່າງໃດ ແຕ່ມັນເປັນການທໍາລາຍຖິ້ມລະເບີດຂອງເຈົ້າຂອງລະເບີດ ທີ່ເຄີຍເປັນຄົນຮັບເໝົາເອົາຫີນປູນມາກ່ອນໜ້ານີ້ແລ້ວ. ປັດຈຸບັນເຈົ້າຂອງລະເບີດໄດ້ຖືກກັກຕົວໄວ້ຢູ່ກອງບັນຊາການການ ປກສ ເມືອງ ເພື່ອດໍາເນີນຄະດີ ອີງຕາມບົດລາຍງານຂອງພະແນກອຸດສາຫະກຳ ແລະ ການຄ້າແຂວງຫຼວງພະບາງ ສະບັບເລກທີ 1145/ພອຄ.ຫຼບ ລົງວັນທີ 8 ຕຸລາ 2019 ໃຫ້ຮູ້ວ່າ: ອີງຕາມ ການລົງຕິດຕາມ, ກວດກາ ແລະ ເກັບກໍາສະພາບທີ່ເກີດຂຶ້ນ, ຄັ້ງວັນທີ 7 ຕຸລາ 2019. ພະແນກອຸດສາຫະກໍາ ແລະ ການຄ້າ ແຂວງຫຼວງພະບາງ ຂໍລາຍງານສະພາບການລະເບີດຫີນຢູ່ໃກ້ກັບໂຮງງານຊີມັງຫຼວງພະບາງ ບ້ານໂພນມະນີ ເມືອງນໍ້າບາກ ແຂວງຫຼວງພະບາງ ທີ່ເປັນເຫດເຮັດໃຫ້ເກີດຄວາມເສຍຫາຍຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນຈໍານວນໜຶ່ງ ຈາກການລົງຕິດຕາມ, ກວດກາ ແລະ ເກັບກໍາສະພາບ ໂດຍສົມທົບກັບຫ້ອງກການອຸດສາຫະກໍາ ແລະ ການຄ້າເມືອງນໍ້າບາກ, ໂຮງງານຊີມັງຫຼວງພະບາງມີດັ່ງນີ້: ...

Read More »

ແຈ້ງດ່ວນ!! ນັກທຸລະກິດຢູ່ລາວ ຕ້ອງຢື່ນຂໍຄວັດຕາປະທັບ ນໍາຂະແໜງປ້ອງກັນຄວາມສະຫງົບ

ເພື່ອເປັນສ່ວນໜຶ່ງໃນການປະກອບສ່ວນສ້າງບັນຍາກາດ ການເລີ່ມຕົ້ນທຸລະກິດໃຫ້ມີຄວາມສະດວກວ່ອງໄວ ແລະ ໂປ່ງໃສ ຕາມແນວທາງນະໂຍບາຍດຶງດູດການລົງທຶນທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາລົງທຶນໃນຂະແໜງການຕ່າງໆ ລັດຖະບານ ກໍ່ຄືກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ປະກາດແຈ້ງ ນັກທຸລະກິດທີ່ດຳເນີນກິດຈະການ ໃນ ສປປ ລາວ ຕ້ອງໄດ້ຢື່ນຂໍຄວັດຕາປະທັບ ນໍາຂະແໜງການປ້ອງກັນຄວາມສະຫງົບ. ກະຊວງອຸດສາຫະກໍາ ແລະ ການຄ້າ ຈຶ່ງໄດ້ອອກແຈ້ງການ ໃຫ້ຜູ້ລົງທຶນທີ່ຂຶ້ນທະບຽນສ້າງຕັ້ງວິສາຫະກິດ ຢູ່ ສປປ ລາວ ຮັບຊາບ ແລະ ຈັດຕັ້ງປະຕິບັດລະບຽບການຄວັດຕາປະທັບ ປ່ຽນແທນແຈ້ງການສະບັບເລກທີ 1412/ຫອຄ.ກທຄວ, ລົງວັນທີ 12 ກໍລະກົດ 2019. ເຊິ່ງກ່ອນໜ້ານີ້, ໃນວັນທີ 12 ກໍລະກົດ 2019 ກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ອອກແຈ້ງການສະບັບເລກທີ 1412/ຫອຄ.ກທຄວ ກ່ຽວກັບການຄວັດຕາປະທັບວິສາຫະກິດແບບສະໝັກໃຈ ຫຼື ບໍ່ບັງຄັບ ເຊິ່ງໝາຍຄວາມວ່າ ພາຍຫຼັງທີ່ໄດ້ຂຶ້ນທະບຽນສ້າງຕັ້ງວິສາຫະກິດແລ້ວ ຈະຄວັດຕາປະທັບວິສາຫະກິດ ຫຼື ບໍ່ຄວັດກາປະທັບກໍໄດ້ ຂຶ້ນກັບຄວາມຈໍາເປັນ ຫຼື ຄວາມຮຽກຮ້ອງຕ້ອງການຂອງວຽກງານ ທີ່ຕິດພັນກັບການເຄື່ອນໄຫວດໍາເນີນທຸລະກິດຂອງແຕ່ລະວິສາຫະກິດ. ຫຼ້າສຸດ, ເພື່ອຈັດຕັ້ງປະຕິບັດຕາມແຈ້ງການ ...

Read More »

ລັດຖະບານ!!! ເລັ່ງແກ້ໄຂການຫຼິ້ນເກມອອນລາຍ, ທວາຍຜົນເຕະບານ,ຫວຍເຖື່ອນຕ່າງໆ ຢ່າງເຂັ້ມງວດ

ຫ້ອງຕໍາຫຼວດ ປກສ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມປຶກສາຫາລືວຽກງານຕ້ານ ແລະ ສະກັດກັ້ນການພະນັນທີ່ຕ້ອງຫ້າມ ທົ່ວນະຄອນຫຼວງວຽງຈັນ ຂຶ້ນໃນຖ່າຍເດືອນກັນຍາທີ່ຜ່ານມາ, ຢູ່ສະໂມສອນຫ້ອງຕໍາຫຼວດ ປກສ ນວ ເພື່ອເຮັດໃຫ້ບັນຫາ ການຫຼິ້ນເກມອອນລາຍ, ທວາຍຜົນເຕະບານ,ຫວຍເຖື່ອນຕ່າງໆ ຢ່າງເຂັ້ມງວດ  ໂດຍການເປັນປະທານຂອງ ພັທ ຈັນຫອມ ແກ້ວສຸລະໄຊ ຮອງຫົວໜ້າກອງບັນຊາການ ຫົວໜ້າຫ້ອງຕໍາຫຼວດ ປກສ ນະຄອນຫຼວງວຽງຈັນ, ໃຫ້ກຽດເຂົ້າຮ່ວມ ພັທ ບຸນຖິ່ນ ແກ້ວມົນລັດຊີ ຮອງຫົວໜ້າກົມຕໍາຫຼວດເສດຖະກິດ ກະຊວງ ປກສ, ມີບັນດາພາກກ່ຽວຂ້ອງ, ປກສ 9 ຕົວເມືອງ ແລະ ປກສ ກຸ່ມ ທົ່ວນະຄອນຫຼວງວຽງຈັນເຂົ້າຮ່ວມ. ໃນກອງປະຊຸມ ພັທ ບຸນສອນ ພັນທະວົງ ຮອງຫົວໜ້າຫ້ອງຕໍາຫຼວດ ປກສ ນວ ໄດ້ຂຶ້ນຜ່ານຂໍ້ຕົກລົງ ເລກທີ 1856/ປກສ.ນວ, ລົງວັນທີ 24 ກັນຍາ 2019 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບລົງກວດກາຫວຍເຖື່ອນ ບຸກຄົນທີ່ຈໍາໜ່າຍຫວຍເຖື່ອນພາຍໃນ, ຈາກຕ່າງປະເທດ ແລະ ການພະນັນທີ່ຕ້ອງຫ້າມ; ໃນນີ້ໄດ້ແຕ່ງຕັ້ງ ພັທ ຈັນຫອມ ...

Read More »

ດຳເນີນຄະດີ ຕໍ່ພະນັກງານ ລັດວິສາຫະກິດໄປສະນີລາວ ໃນຖານຍັກຍອກ ແລະ ສໍ້ໂກງ

ອີງຕາມ ຜົນການກວດກາຂອງອົງການກວດກາລັດຖະບານ ສົມທົບກັບ ໜ່ວຍງານກວດກາ ກະຊວງ ໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ, ເຫັນວ່າການຍັກຍອກ, ສໍ້ໂກງຊັບສິນ ແລະ ເງີນຂອງລັດວິສາຫະກິດໄປສະນີລາວ ແມ່ນໄດ້ເລີ່ມແຕ່ປີ 2007 (ສະໄໝເປັນອົງການໄປສະນີ ໂທລະຄົມມະນາຄົມ) ເປັນຕົ້ນມາ, ຈົນເຖີງຍຸກລັດຖະບານສະໄໝທີ 8. ໃນວັນທີ 02 ພະຈິກ 2016 ນີ້ຈື່ງໄດ້ມີການດຳເນີນການກວດກາບໍລິສັດດັ່ງກ່າວ ແລະ ເຫັນວ່າໄດ້ເກີດມີການເສຍຫາຍແທ້ທາງດ້ານຊັບສິນ ແລະ ການເງິນໃນບໍລິສັດ, ດ້ວຍການຍັກຍອກ, ສໍ້ໂກງ, ປົກປິດຂໍ້ມູນຂອງພະນັກງານ ບໍລິສັດໄປສະນີລາວ ທັງຢູ່ສຳນັກງານໃຫຍ່ ບໍລິສັດໄປສະນີລາວ ຢູ່ສູນກາງ ແລະ ສາຂາ ຢູ່ຕ່າງແຂວງ. ສະນັ້ນ, ອີງຕາມ ໃບແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 1671/ຫສນຍ ລົງວັນທີ 24.09.2019 ຈື່ງເຫັນດີ ໃຫ້ດຳເນີນຄະດີຕາມກົດໝາຍວ່າດ້ວຍ ການສໍ້ລາດບັງຫຼວງ ສະບັບປັບປຸງໃໝ່ ປີ 2013 ແລະ ປະຕິບັດວິໄນຕໍ່ພະນັກງານ ຜູ້ກະທຳຜິດ ແຕ່ລະປະເພດໃນທົ່ວປະເທດ ຈຳນວນທັງໝົດ 257 ຄົນ. ການປະຕິບັດລະບຽບວິໄນໃນຄັ້ງນີ້ແມ່ນຈະຂື້ນຢູ່ກັບໂທດໜັກ ...

Read More »

ຄືບໜ້າ!!! ເຫດລະເບີດຫີນຢູ່ໂຮງງານຊີມັງ ເມືອງນ້ຳບາກ ແຂວງຫຼວງພະບາງ

ເຫດລະເບີດຫີນຢູ່ໂຮງງານຊີມັງນ້ຳຖ້ວມ ເມືອງນ້ຳບາກ ແຂວງຫຼວງພະບາງ ທີ່ເປັນຂ່າວໂດ່ງດັງໃນຄ່ຳຂອງວັນທີ 5 ຕຸລາຜ່ານມານັ້ນ ພວກເຮົາຕ່າງຄົນຕ່າງບໍ່ຮູ້ຄວາມຈິງຂອງຂ່າວ ສະນັ້ນມື້ນີ້ເຮົາມາຟັງຄວາມຈີງຈາກເຈົ້າໜ້າທີ່ພາກລັດທີ່ໄດ້ລົງກວດກາສະຖານທີ່ເກີດເຫດວ່າຕົ້ນປາຍສາເຫດເປັນແນວໃດແທ້!!! ຕາມການລາຍງານເບື້ອງຕົ້ນໃຫ້ຮູ້ວ່າ: ການລະເບີດຫີນຄັ້ງນີ້ທີ່ເຮັດໃຫ້ເກີດຄວາມເສຍຫາຍຫຼາຍເນື່ອງຈາກ ວິຊາການບໍ່ປະຕິບັດຕາມທີ່ເຄີຍເຮັດຜ່ານມາໂດຍໃນເວລາປະມານ 17:00 ໂມງ ຂອງວັນທີ 5 ຕຸລາ 2019 ນີ້ ໄດ້ມີການລະເບີດຫີນ ເພື່ອເອົາຫີນປູນເຂົ້າເປັນວັດຖຸດີບປ້ອນໂຮງງານຊີມັງນ້ຳຖ້ວມ ເມືອງນ້ຳບາກ ແຂວງຫຼວງພະບາງ ຕາມປົກກະຕິ ແຕ່ເຫດການຄັ້ງນີ້ ໄດ້ສ້າງຄວາມສູນເສຍ ທາງດ້ານຊີວິດ ແລະ ຊັບສີນແກ່ປະຊາຊົນຢູ່ເຂດບ້ານໂພນມະນີ ເມືອງນ້ຳບາກ ແຂວງຫຼວງພະບາງ ທ່ານ ຄຳວອນ ແກ້ວລຸນໜູນ ຮອງເຈົ້າເມືອງນ້ຳບາກ ກ່າວວ່າ: ທຸກຄັ້ງກ່ອນຈະມີການລະເບີດຫີນ ອົງການປົກຄອງເມືອງ ໄດ້ແຕ່ງຕັ້ງຄະນະຮັບຜິດຊອບ ເພື່ອລົງຕິດຕາມ-ກວດກາ ຢ່າງໃກ້ສິດ ທັງໄດ້ຊີ້ນຳໃຫ້ມີການປະກອບພິທີທາງສາສະໜາທຸກຄັ້ງ ກ່ອນການລະເບີດຫີນ, ຕາມປົກກະຕິ ຄວາມແຮງຂອງລະເບີດຈະບໍ່ມີຜົນກະທົບມາຮອດເຮືອນປະຊາຊົນ ແຕ່ເທື່ອນີ້ ເຫັນວ່າລະເບີີດໄດ້ອອກທາງຂ້າງຂອງຜາຫີນ ແລະຟົ້ງມາຕົກໃສ່ບ້ານຂອງປະຊາຊົນ ອັນເປັນເຫດເຮັດໃຫ້ມີຄົນເສຍຊີວິດ 1 ຄົນ, ບາດເຈັບ 23 ຄົນ, ຍີງ 5 ຄົນ, ໃນນັ້ນ ເປັນຄົນຈີນ 1 ຄົນ ...

Read More »