ເປັນຂ່າວດີ!!! ສະຫະລັດອາເມລິກາສືບຕໍ່ ຮ່ວມມືນຳລັດຖະບານລາວ ໃນການຊ່ວຍເຫຼືອຄົນພິການໃນລາວ…

ເອກອັກຄະລັດຖະທູດ ສ. ອາເມລິກາ ລົງພື້ນຖານກິດຈະກຳໂຄງການຊ່ວຍເຫຼືອຄົນພິການໃນແຂວງຊຽງຂວາງ

ໃນຄັ້ງວັນທີ 24-25 ກັນຍາ 2019 ທີ່ຜ່ານມາ, ທ່ານ ນາງ ຣີນາ ບິດເຕີ ເອກອັກຄະລັດຖະທູດ ສ. ອາເມລິກາ ຮ່ວມກັບ ທ່ານນາງ ໃບຄຳ ຂັດທິຍາ ຮອງລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ລົງພື້ນຖານເບິ່ງໂຄງ ການຊ່ວຍເຫຼືອຄົນພິການ ພາຍໃຕ້ໂຄງການ USAID ໂອກາດ ທີ່ແຂວງຊຽງຂວາງ ເຊິ່ງໄດ້ຮັບທຶນຊ່ວຍເຫຼືອລ້າຈາກລັດຖະບານ ສ. ອາເມລິກາ ໂດຍຜ່ານ ອົງການພັດທະນາສາກົນອາເມລິກາ ຫຼື USAID. ໂຄງການ USAID ໂອກາດ ໄດ້ເຮັດວຽກຮ່ວມກັບລັດຖະບານລາວ ເພື່ອ ຊ່ວຍໃຫ້ຄົນພິການ ສາມາດມີສ່ວນຮ່ວມ ໃນຊຸມຊົນຂອງພວກເຂົາ ແລະ ສາມາດປະກອບສ່ວນເຂົ້າໃນສັງຄົມໄດ້ເພີ່ມຂຶ້ນ.

ທ່ານນາງ ຣີນາ ແລະ ທ່ານນາງໃບຄຳ ໄດ້ເຂົ້າຮ່ວມກິດຈະກຳການປູກຈິດສຳນຶກ ແລະ ການເຮັດວຽກຮ່ວມກັບຊຸມຊົນ ທີ່ບ້ານແກ້ງໝໍ້, ເມືອງຄຳ, ແຂວງຊຽງຂວາງ ເຊິ່ງໄດ້ຖືກຈັດຕັ້ງຂຶ້ນໂດຍ ຜູ້ອຳນວຍຄວາມສະດວກດ້ານການພັດທະນາແບບມີສ່ວນຮ່ວມຂັ້ນຊຸມຊົນ ຈາກສະມາຄົມ ຄິວລ່າ ຫຼື QLA, ເຊິ່ງເປັນສະມາຄົມທີ່ບໍ່ຫວັງຜົນກຳໄລ. ໃນຂະນະຮ່ວມກິດຈະກຳດັ່ງກ່າວ, ທ່ານນາງ ຣີນາ ກ່າວວ່າ: ຂ້າພະເຈົ້າຮູ້ສຶກປະທັບໃຈນຳການ ເຮັດວຽກຂອງຜູ້ອຳນວຍຄວາມສະດວກດ້ານການພັດທະນາແບບມີສ່ວນຮ່ວມຂັ້ນຊຸມຊົນ. ການຊ່ວຍເຫຼືອຄົນພິການໃຫ້ສາມາດເຂົ້າເຖິງໂອກາດທາງເສດຖະກິດ ແລະ ສັງຄົມ ໄດ້ສະແດງໃຫ້ເຫັນການຮ່ວມມື ແລະ ສະໜັບສະໜູນຂອງລັດຖະບານອາເມລິກາ ກໍຄືປະຊາຊົນອາເມລິກາທີ່ໃຫ້ ການຊ່ວຍເຫຼືອແກ່ປະຊາຊົນລາວໃຫ້ມີສຸຂະພາບແຂງແຮງດີ, ມີສ່ວນຮ່ວມຫຼາຍຂຶ້ນ ແລະ ມີຄວາມວັດທະນາຖາວອນ.

ໂຄງການ USAID ໂອກາດ ໄດ້ເຮັດວຽກຮ່ວມກັບກະຊວງແຮງງານ ແລະສະຫວັດດີການສັງຄົມ, ກະຊວງສາທາລະນະສຸກ ຮ່ວມກັບຄູ່ຮ່ວມພັດທະນາ ເຊັ່ນ: ອົງການສຶກສາໂລກ, ອົງການ HI ແລະ ສະມາຄົມຄິວລ່າ ເພື່ອສະໜັບສະໜູນນະໂຍບາຍການມີ ສ່ວນຮ່ວມຂອງຄົນພິການ ເພື່ອບໍ່ໃຫ້ມີໃຜຖືກປ່ອຍປະລະເລີຍ. ໂຄງການ USAID ໂອກາດ ໄດ້ຈັດຕັ້ງປະຕິບັດຢູ່ 2 ແຂວງເຊັ່ນ: ຊຽງຂວາງ ແລະ ສະຫວັນນະເຂດ. ປັດຈຸບັນ ໂຄງການໄດ້ ສຳເລັດກິດຈະກຳການປູກຈິດສຳນຶກ ແລະ ການຄັດກອງຊຸມຊົນ ຈຳນວນ 21 ບ້ານໃນຈໍານວນ 35 ບ້ານເປົ້າໝາຍ ຢູ່ແຂວງຊຽງຂວາງ ແລະ ໄດ້ມີຜູ້ເຂົ້າຮ່ວມການປູກຈິດສຳນຶກ ປະມານ 1750 ຄົນ ແລະ ປະມານ 500 ຄົນ ໄດ້ຖືກຄັດກອງ. ພາຍຫລັງສຳເລັດກິດຈະກຳດັ່ງກ່າວໃນທຸກໆໝູ່ບ້ານ ໂຄງການຈະດຳເນີນຂັ້ນຕອນ ຕໍ່ໄປ ຂອງ CBID ກໍ່ຄືການຄຸ້ມຄອງຜູ້ໄດ້ຮັບຜົນປະໂຫຍດ. ໃນຂະນະທີ່ລົງພື້ນຖານແຂວງຊຽງຂວາງ, ທ່ານນາງ ຣີນາຍັງໄດ້ຢ້ຽມຢາມສວນມອນປອດສານພິດ ຫຼື Mulberries Organic Silk Farm ໂດຍການນໍາທ່ຽວຊົມໂດຍນ້ອງນັກຮຽນຈາກໂຮງຮຽນໂລນບັບຟາໂລ ທີ່ໄດ້ຮັບທຶນການຊ່ວຍເຫຼືອຈາກລັດຖະ ບານອາເມລິກາ. ທ່ານນາງ ຣີນາ ຍັງໄດ້ທ່ຽວຊົບທັດສະນີຍະພາບທີ່ສວຍງາມຂອງທົ່ງໃຫຫີນເຊິ່ງໄດ້ກາຍເປັນເມືອງມໍລະດົກ ໂລກແຫ່ງທີ 3 ຂອງ ສປປ ລາວ ວ່າງບໍ່ດົນມານີ້ ແລະ ຍັງໄດ້ເຂົ້າພົບ ເຈົ້າແຂວງ ແຂວງຊຽງຂວາງ, ທ່ານ ບຸນຕອນ ຈັນທະພອນ, ພ້ອມກັບອຳນາດການປົກຄອງຂັ້ນແຂວງ.

ສະຫະລັດອາເມລິກາ ກໍຄືປະຊາຊົນອາເມລິກາ ຮ່ວມມືກັບ ລັດຖະບານ ແລະ ປະຊາຊົນລາວ ເພື່ອພັດທະນາວຽກງານ ການສຶກສາ, ສົ່ງເສີມວຽກງານສາທາລະນະສຸກ ແລະ ໂພສະນາການ, ສະໜັບສະໜູນການຄ້າ ແລະ ການລົງທຶນ ແລະ ສ້າງ ຄວາມເຂັ້ມແຂງໃຫ້ວຽກງານດ້ານກົດໝາຍ.

Comments