ງານເປີດຕົວຢ່າງເປັນທາງການຂອງ Shiseido Beauty Center ສາຂາ Beauty Avenue ເຊິ່ງເປັນສາຂາໃໝ່ໃນລາວ!!!

ງານເປີດຕົວຢ່າງເປັນທາງການຂອງ Shiseido Beauty Center ສາຂາ Beauty Avenue ເຊິ່ງເປັນສາຂາໃໝ່ໃນລາວ!!!

ໃນວັນທີ 28 ກັນຍາ 2019 ຊິເຊໂດ້ ລາວ shiseido laos  ໃດ້ເປີດສາຂາບໍລິການຄວາມງາມແຫ່ງໄຫມ່ທີ່ຊື່ວ່າ Beauty Avenue ຕັ້ງຢູ່ບ້ານອານຸຖະຫນົນສາມແສນໄທ ກົງກັນຂ້າມກັບສູນ Mango, ກ່ອນຮອດທະນາຄານພົງສະຫວັນ ສາຂາ ສີຫອມ , ໂດຍການເຂົ້າຮ່ວມຄັ້ງນີ້ມີທ່ານ Iwakami Katsuishi ປະທານອົງການສົ່ງເສີມການຄ້າຢີ່ປຸ່ນປະຈຳວຽງຈັນ ( JETRO Vientiane )  ທ່ານ ມິກິໂອະ ກຸລະຕະ ປະທານ ບໍລິສັດ ບິວຕີ້ໂພດັກ ຂາອອກ ຂາເຂົ້າ ຈຳກັດ ແລະ ທ່ານນາງ ນົບພະການ ບົວພິມ ເຈົ້າຊອງສູນບໍລິການແຫ່ງດັ່ງກ່າວ ທ່ານແຂກກິດຕິມາສັກ ຍິງ ຊາຍ ຫລາຍທ່ານກໍ່ເຂົ້າຮ່ວມຍິນດີ ຕາງຫນ້າຈາກ ບໍລິສັດ ຊິເຊໂດ້ ປະເທດໄທ ທ່ານ ນັດຖະນັດ ປະຕິສຳພິທາ Senior Marketing & Brand Strategy Manager, ພິເສດສຸດມີ ສາວ ແຕ້ວ ນັດທະພອນ ເຕມີຣັກ ດາລາ ແລະນັກສະແດງຊື່ດັງຈາກປະເທດໄທ ທັງເປັນ ພີເຊັນເຕີ້ຊອງແບນດັງກ່າວຈາກປະເທດໄທເຂົ້າຮ່ວມນຳດ້ວຍ.

ຊິເຊໂດ້ ເປັນຜະລິດຕະພັນເຄື່ອງສຳອາງທີ່ຢູ່ຄຽງຄູ່ກັບຫນຸ່ມສາວຢີ່ປຸ່ນ ມາຍາວນານກວ່າ 150ປີ ເປັນຜະລິດຕະພັນທີ່ມີຊື່ສຽງຕິດອັນດັບມາດຕະຖານຂອງໂລກ, ສຳນັກງານໃຫຍ່ຕັ້ງຢູ່ນະຄອນຫລວງ ໂຕກຽວ ປະເທດຢີ່ປຸ່ນ ໂດຍສູນບໍລິການມີຢູ່ເກືອບທຸກປະເທດໃນໂລກ ໃນນັ້ນ ລາວເຮົາກໍ່ເປັນປະເທດຫນື່ງທີ່ໃດ້ນຳເອົາຜະລິດຕະພັນດັ່ງກ່າວເຂົ້າມາຈຳຫນ່າຍ ປະຈຸບັນເປີດສາຂາໃນລາວແລ້ວຫລາຍແຫ່ງສະເພາະນະຄອນຫລວງວຽງຈັຍເຊັ່ນ: ວິວມໍ ວຽງຈັນເຊັນເຕີ້ ແລະ Beauty Avenue ເປັນສາຂາໄຫມ່ຫລ້າສຸດ ທີ່ຖືວ່າເປັນສູນໃຫຍ່ແຫ່ງຫນື່ງເພື່ອຮອງຮັບລູກຄ້າຜູ້ມັກຮັກໃນຄວາມງາມໃດ້ມາໃຊ້ບໍລິການສະດວກສະບາຍຍີ່ງຂື້ນ

ທ່ານ ມິກິໂອະ ກະລູຕະ ກ່າວວ່າ: ຜະລິດຕະພັນທູກຊີ້ນທີ່ມີໃນລາວ ແມ່ນນຳເຂົ້າຈາກປະເທດຢີ່ປຸ່ນທີ່ໄດ້ຮັບຄຸນນະພາບ ມາດຕະຖານ ມີຫລາກຫລາຍຊະນິດທີ່ຜ່ານການວິໄຈ ແລະ ໃຊ້ສູດສະເພາະມີຄວາມເຫມາະກັບຜິວຂອງຄົນອາຊີເຮົາ ແລະ ເປັນຈຸດປະສົງອັນສຳຄັນທີ່ ຊີເຊໂດ້ລາວເຮົາ ນຳມາມອບໃຫ້ແກ່ບັນດາທ່ານ

ພາຍໃນງານ ແຂກຜູ້ມີກຽດ ແລະ ສື່ມວນຊົນ ໄດ້ຮ່ວມເຂົ້າຢ້ຽມຊົມໂສມຫນ້າໃຫມ່ ຈາກການຕົກແຕ່ງຮ້ານໃນແບບ Mininal ໂທນສີຂາວແດງ ໃຫ້ຄວາມຮູ້ສຶກໂລ່ງສະບາຍ ແລະລູກຄ້າຍັງສາມາດເລືອກເບິ່ງຜະລິດຕະພັນຄວາມງາມທີ່ຫລາກຫລາຍຈາກ Shiseido ທັງ Skincare ແລະ Makeup ທີ່ຕອບໂຈດທຸກຄວາມຕ້ອງການ ແລະ ທຸກ Lifestyle ໃນແບບ Japanese Beauty  ໂດຍມີຜູ້ຊ່ຽວຊານທາງດ້ານຄວາມງາມ ທີ່ຖ້າໃຫ້ຄຳແນະນຳ ແລະ ໃຫ້ບໍລິການຢ່າງໃກ້ຊິດ, ພ້ອມກັນນີ້ ສາວ ແຕ້ວ ນັດທະພອນ ເຕມີຣັກ Shiseido Thailand Brand Ambassador ໄດ້ມາເລົ່າປະສົບການຄວາມງາມຂອງຜິວງາມ ໃນແບບແຕ້ວ ດ້ວຍກຸ່ມຜະລິດຕະພັນ Shiseido Ultimune ແລະ Shiseido White Lucent ພ້ອມກິດຈະກຳທີ່ສຸດ Exclusive ກັບຄຸນແຕ້ວຢ່າງໃກ້ຊິດ,  ເຊິ່ງໃນງານນີ້ນັບວ່າເປັນການເປີດສາຂາໃຫມ່ຂອງ Shiseido Beauty Center ສາຂາ Beauty Avenue ທີ່ຕັ້ງຢູ່ຖະໜົນສາມແສນໄທ ເຍື້ອງກັບ ຮ້ານ Mango ໂດຍນອກຈາກທາງຮ້ານຈະມີຜະລິດຕະພັນຄວາມງາມຫລາກຫລາຍແລ້ວ ໃນຮ້ານຍັງມີການໃຫ້ບໍລິການທາງດ້ານຄວາມງາມ ຢ່າງຫລວງຫລາຍ ເຊັ່ນວ່າ ການແຕ່ງຫນ້າ ເຮັດຊົງຜົມ Spa Treatment ຕ່າງໆ ບອກໄດ້ເລຍວ່າ ມາບ່ອນນີ້ບ່ອນດຽວ ຄົບຈົບ.

Sheiseido Beauy Center ສາຂາ Beauty Avenue ເປີດໃຫ້ບໍລິການຢ່າງເປັນທາງການແລ້ວຕັ້ງແຕ່ມື້ນີ້  ເບີໂທຕິດຕໍ່: 02052314123

Facebook Page: Shiseido Laos

 

Comments