ຊົມເຊີຍ!! ທ່ານ ເກຍ ປະທານບໍລິສັດໂລມາຄຳ ໄດ້ຮັບລາງວັນ “ນັກພັດທະນາດີເດັ່ນອາຊຽນ” ປະຈຳ ສປປ ລາວ

ທ່ານເກຍ ອູ໊ສິດທິເດດ ນັກທຸລະກິດ ຜູ້ທີ່ໄດ້ຮັບນາມມະຍົດ “ນັກພັດທະນາດີເດັ່ນແຫ່ງຊາດ” ຈາກການຊ່ວຍເຫຼືອ ແລະ ພັດທະນາສັງຄົມ ໃນຫຼາຍໆປີທີ່ຜ່ານມາ. ທ່ານ​ ເກຍ​ ອູ໊ສິດທິເດດ​ ໄດ້ຮັບລາງວັນ ນັກພັດທະນາດີເດັ່ນອາຊຽນ ປະຈຳ ສປປ ລາວ 2019 ໃນສາຂາ SME Excellence Award – Corporate Social Responsibility ຈັດຂຶ້ນທີ່ໂຮງແຮມ Crown Plaza Vientianໃນວັນທີ 4 ກັນຍາ 2019 ຜ່ານມາ ແລະໃນງານດັ່ງກ່າວຍັງມີບັນດານັກທຸລະກິດ ແລະ ຜູ້ປະກອບການຫຼາຍທ່ານທີ່ໄດ້ຮັບລາງວັນແຕ່ລະສາຂາລວມ 18 ລາງວັນ

ທ່ານ ເກຍ ອູ໊ສິດທິເດດ ປະທານບໍລິສັດ ນ້ຳດື່ມ ແລະ ນ້ຳກ້ອນໂລມາຄຳ ຈຳກັດ ໄດ້ສ້າງສິ່ງດີໆໃຫ້ແກ່ສັງຄົມເປັນຈຳນວນຫຼາຍໂດຍສະເພາະການຊ່ວຍເຫຼືອ ແລະ ພັດທະນາສັງຄົມ ເປັນຕົ້ນແມ່ນເມື່ອບໍ່ນານມານີ້, ໄດ້ທຸ່ມເທທັງສະຕິປັນຍາ, ເຫື່ອແຮງ, ເວລາ ລວມທັງຊັບສິນຈຳນວນມະຫາສານ ເພື່ອປ່ຽນຄວາມຄິດ ແລະ ຫັນປ່ຽນຊີວິດ 400 ກວ່າຄົນ ທີ່ຢຶດອາຊີບຂໍທານຫາລ້ຽງຊີບ, ລ້ຽງຄອບຄົວ ເປັນເວລາຫຼາຍສິບປີມາເຮັດມາສ້າງຢູ່ກັບທີ່ ຈົນສາມາດພົ້ນທຸກໄດ້ໂດຍພື້ນຖານ ແລະ ຢຸດຕິພຶດຕິກຳຂໍທານແບບຖາວອນ.

ຮວມທັງປະກອບສ່ວນເຂົ້າຊ່ວຍພີ່ນ້ອງທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມໃນໄລຍະທີ່ຜ່ານມານຳອີກ. ຖືໄດ້ວ່າ ເປັນນັກທຸລະກິດຕົວຢ່າງໃນການພັດທະນາຊ່ວຍປະເທດຊາດໃນການຫຼຸດຜ່ອນຄວາມທຸກຍາກ.

 

Comments