ລັດຖະບານລາວ ຫາລືລ່ວງໜ້າໂຄງການ ໄຟຟ້າພະລັງງານນ້ຳຂອງ ຫຼວງພະບາງ

ແຫຼ່ງຂ່າວຈາກ ກອງເລຂາຄະນະກຳມາທິການແມ່ນ້ຳຂອງສາກົນ(ຄມສ)  ໃຫ້ຮູ້ວ່າ: ໃນວັນທີ 1 ຕຸລາ 2019 ທີ່ນະຄອນຫຼວງວຽງຈັນລັດຖະບານ ສປປ ລາວ ໄດ້ຍື່ນສະເໜີ ເພື່ອດຳເນີນຂະບວນການປຶກສາຫາລືລ່ວງໜ້າ ຢ່າງເປັນທາງການ ກັບ ຄມສ ກ່ຽວກັບການພັດທະນາ ໂຄງການໄຟຟ້າພະລັງງານນ້ຳ-ນ້ຳຂອງ ຫຼວງພະບາງທີ່ຕັ້ງຢູ່ເຂດຕົ້ນນ້ຳ ຂອງໂຄງການເຂື່ອນໄຟຟ້າປາກແບ່ງ ແລະ ບໍລິເວນໃກ້ຄຽງກັບປາຍນ້ຳຂອງ ໂຄງການເຂື່ອນໄຊຍະບູລີ. ໂຄງການນີ້ ຈະມີກຳລັງຕິດຕັ້ງ 1.460 ເມກາວັດ, ຄາດວ່າການກໍໍ່ສ້າງໂຄງການດັັ່ງກ່າວ ຈະລິເລີ່ມໃນປີ 2020 ແລະ ຈະໃຫ້ສຳເລັດ ໃນປີ 2027 ​ເຊິ່ງໄຟຟ້າທີ່ຜະລິດໄດ້ອາດຈະຂາຍໃຫ້ ປະເທດໄທ ຫຼື ຫວຽດນາມ.

ທ່ານ ອັນ ພິສ ຮັດດະ ຫົວໜ້າກອງເລຂາ ຄມສ ໄດ້ກ່າວວ່າ: ການ​ຍື່ນ​ສະ​ເໜີ​ເພື່ອ​ດຳ​ເນີນ​ຂະບວນການປຶກສາຫາລືລ່ວງໜ້າ​ນີ້ລັດຖະບານລາວ ແມ່ນໄດ້ປະຕິບັດພັນທະສຳຄັນ ຢ່າງຄົບຖ້ວນຂອງຕົນ ພາຍໃຕ້ສັນຍາແມ່ນ້ຳຂອງ 1995. ການຍື່ນສະເໜີດັັ່ງກ່າວຈະເປັນການແຈ້ງ ໃຫ້ບັນດາປະເທດສະມາຊິກ ແລະ ມະຫາຊົນຮັບຊາບກ່ຽວກັບຂໍໍ້ມູນລະອຽດ ແລະ ການສຶກສາ ການນຳໃຊ້ນ້ຳຂອງໂຄງການ, ພ້ອມທັງຜົນກະທົບຕ່າງໆ ທີ່ອາດຈະເກີດຈາກໂຄງການດັັ່ງກ່າວການປຶກສາຫາລື ລ່ວງໜ້າ ແມ່ນຂັັ້ນຕອນໜຶ່ງ ໃນລະບຽບການ ຂອງ ຄມສ ໃນການຮ່ວມມືນຳໃຊ້ນ້ຳ ໃນລຳນ້ຳຂອງ ກໍຄື: ລະບຽບການແຈ້ງໃຫ້ຊາບປຶກສາຫາລືລ່ວງຫນ້າ ແລະ ການຕົກລົງ. ພາຍໃຕ້ລະບຽບການດັັ່ງກ່າວບັນດາໂຄງ ການພື້ນ ຖານໂຄງລ່າງ ທີ່ນຳໃຊ້ນ້ຳໃນລຳນ້ຳຂອງ ໃນລະດູແລ້ງ ພາຍໃນອ່າງນ້ຳດຽວກັນ ແລະ ໃນລະດູຝົນລະ ຫວ່າງສອງອ່າງ ຈະຕ້ອງໄດ້ດຳເນີນຂະບວນ ການປຶກສາຫາລືລ່ວງໜ້າ.

ທ່ານ ອັນ ພິສ ຮັດດະ ໄດ້ກ່າວຕື່ມວ່າ: ການເຮັດວຽກ ແລະ ການປັບປຸງຢ່າງຕໍ່ເນື່ອງ ຂອງຂະບວນການ ຂອງ ຄມສ ແມ່ນມີໃຫ້ເຫັນທົ່ວໂລກ ​ເຊິ່ງເປັນແບບຢ່າງໃນການປະຕິບັດ ກົດໝາຍສາກົນວ່າດ້ວຍການນຳໃຊ້ນ້ຳລັດຖະບານ ສປປ ລາວ ໄດ້ສະໜອງເອກະສານກ່ຽວກັບ ການສຶກສາຄວາມເປັນໄປໄດ້ທາງວິຊາການ ລວມມີ ການປະເມີນຜົນກະທົບສິ່ງແວດລ້ອມ ແລະ ສັງຄົມຂອງໂຄງການ; ລວມທັງການປະເມີນຜົນກະທົບໂດຍລວມ ແລະ ສິ່ງແວດລ້ອມລຽບຕາມລຳນ້ຳ; ແຜນການຈັດການສິ່ງແວດ ລ້ອມສັງຄົມ ແລະ ການຕິດຕາມ; ແຜນການພັດທະນາການຍົກຍ້າຍ ແລະ ເອກະສານທາງດ້ານວິສະວະກຳ.

ທ່ານ ຮັດດະ ໄດ້ກ່າວຕື່ມວ່າ: ປັດຈຸບັນມີທັງໝົດ 48 ໂຄງການ ທີ່​ຖືກ​ຍື່ນ​ເພື່ອ​ດຳເນີນຂະບວນການປຶກສາຫາລືລ່ວງຫນ້າ ລວມມີ 3 ໂຄງການຈາກກຳປູເຈຍ, 30 ໂຄງການຈາກ ສປປ ລາວ, 2 ໂຄງການ ຈາກໄທ ແລະ 13 ໂຄງການ ຈາກ ສສ ຫວຽດນາມ. ນອກຈາກໂຄງການຫຼວງພະບາງແລ້ວຍັງມີອີກ 4 ໂຄງການຢູ່​ແມ່​ນ້ຳຂອງ ຈາກ ສປປ ລາວ ທີ່ໄດ້ຖືກ​​ດຳເນີນຂະບວນການປຶກສາຫາລືລ່ວງໜ້າ ຄື: ໂຄງການໄຟຟ້າພະລັງງານນ້ຳ ໄຊຍະບູລີດອນສາໂຮງປາກແບ່ງ ແລະ ປາກລາຍ. 

 ແຫຼ່ງຂ່າວຈາກ ຄມສ ລະບຸວ່າ: ໂຄງການໄຟຟ້າພະລັງງານນ້ຳ ຫຼວງພະບາງ ຕັັ້ງຢູ່ບ້ານຫ້ວຍໂງ ຫ່າງຈາກຕົວເມື​ອງຫຼວງພະບາງ ປະມານ 25 ກິໂລແມັດ ຫຼື ຫ່າງຈາກ ສາມລ່ຽມແມ່ນ້ຳຂອງ ຢູ່ ສສ ຫວຽດນາມ ປະມານ 2.036 ກິໂລແມັດ. ໂຮງຜະລິດໄຟຟ້າ ຈະມີຄວາມຍາວ 275 ແມັດສູງ 80 ແມັດ ແລະ ກວ້າງ 97 ແມັດ. ໂດຍລວມ ຂະບວນການປຶກສາລ່ວງໜ້າ ແມ່ນໃຊ້ເວລາ 6 ເດືອນ ແລະ ສາມາດຂະຫຍາຍເວລາອອກໄດ້ ຕາມການເຫັນດີຂອງ ຄະນະກຳມະການຮ່ວມ, ຂະບວນການນີ້ ບໍ່ມີເປົ້າໝາຍໃນການອະນຸມັດ ຫຼື ບໍ່ອະນຸມັດ ແກ່ໂຄງການທີ່ສະເໜີມາ ແຕ່ຢ່າງໃດ.

ຂ່າວ:ມະນີທອນ

ທີ່ມາ: ຂ່າວສານປະເທດລາວ.

Comments