ລັດຖະບານຍີ່ປຸ່ນ ຊ່ວຍເຫຼືອ ສປປ ລາວ 2 ໂຄງການ ມູນຄ່າເກືອບ 24 ຕື້ກີບ

ລັດຖະບານຍີ່ປຸ່ນ ຊ່ວຍເຫຼືອ ສປປ ລາວ 2 ໂຄງການຄື: ການກຽມພ້ອມຕອບໂຕ້ ແລະ ຟື້ນຟູຫຼັງໄພພິບັດ 1 ພັນລ້ານເຢນ ແລະ ໂຄງການກໍ່ສ້າງ ແລະ ຂະຫຍາຍລະບົບທໍ່ສົ່ງນ້ຳປະປາ ນະຄອນຫຼວງພະບາງ ມູນຄ່າ 1.922 ລ້ານເຢນ. ໃນວັນທີ 5 ຕຸລາຜ່ານມາ ທີ່ກະຊວງການຕ່າງປະເທດ ໄດ້ມີພິທີພົບປະສອງຝ່າຍ ລະຫວ່າງລາວ-ຍີ່ປຸ່ນ ຊຶ່ງຝ່າຍລາວນຳໂດຍທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແລະ ຝ່າຍຍີ່ປຸ່ນນຳໂດຍທ່ານ ເຄັນຈິ ວາກາມິຢະ (Mr. Kenji WAKAMIYA) ຮອງລັດຖະມົນຕີກະຊວງການຕ່າງປະເທດຍີ່ປຸ່ນໃນ ໂອກາດທີ່ຄະນະຜູ້ແທນດັ່ງ ກ່າວເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະ ຫວ່າງວັນທີ 4-6 ຕຸລາ 2019.

ການພົບປະຄັ້ງນີ້ ສອງຝ່າຍໄດ້ເຫັນດີເປັນເອກະພາບໃນການຮ່ວມມືກັນຢ່າງໃກ້ຊິດ ເພື່ອສືບຕໍ່ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງລາວ ແລະ ຍີ່ປຸ່ນ ທີ່ມີມາແຕ່ດົນນານ, ກໍຄືການເພີ່ມທະວີຮັດແໜ້ນການເປັນຄູ່ຮ່ວມຍຸດທະສາດ ທີ່ໄດ້ຮັບການຍົກລະດັບໃນປີ 2015 ໃຫ້ກວ້າງຂວາງ, ແໜ້ນແຟ້ນ ແລະ ເລິກເຊິ່ງຂຶ້ນກວ່າເກົ່າ ໂດຍສະເພາະການຜັນ ຂະຫຍາຍບັນດາຂໍ້ຕົກລົງຂອງ ຜູ້ນໍາສອງປະເທດ ລາວ ແລະ ຍີ່ປຸ່ນທີ່ໄດ້ເຫັນດີຮ່ວມກັນຜ່ານມາ ໃຫ້ມີບາດກ້າວຂະຫຍາຍຕົວ ແລະ ປະສົບຜົນສໍາເລັດ ຕາມລະດັບຄາດໝາຍ, ກໍຄືການຮ່ວມມືສອງກະຊວງການຕ່າງປະເທດລາວ ແລະ ຍີ່ປຸ່ນ ໃນຕໍ່ໜ້າ ແລະ ເພື່ອກະກຽມໃຫ້ແກ່ການສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນການທູດລາວ ແລະ ຍີ່ປຸ່ນ ຄົບຮອບ 65 ປີ ໃນປີ 2020 ທີ່ຈະມາເຖິງນີ້.18 ຜ່ານມາ.

ຝ່າຍຍີ່ປຸ່ນ ໄດ້ສະແດງຄວາມຂອບໃຈ ຝ່າຍລາວ ຕໍ່ການຕ້ອນຮັບຢ່າງອົບອຸ່ນ ແລະ ເຕັມໄປດ້ວຍໄມຕີຈິດມິດຕະພາບໃນການເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້. ນອກນັ້ນ, ຝ່າຍຍີ່ປຸ່ນ ໄດ້ສະແດງຄວາມເຫັນໃຈມາຍັງຜູ້ປະສົບໄພພິບັດທໍາມະຊາດໃນຫຼາຍແຂວງ ຂອງ ສປປ ລາວ ແລະ ໄດ້ແຈ້ງຈະໃຫ້ການຊ່ວຍເຫຼືອໂຄງການຊ່ວຍເຫຼືອດ້ານເຄື່ອງມືອຸປະກອນ ເພື່ອປະກອບເຂົ້າໃນວຽກງານກຽມຄວາມພ້ອມໂຕ້ຕອບ ແລະ ຟື້ນ ຟູຫຼັງໄພພິບັດທຳມະຊາດຢູ່ ສປປ ລາວ ມູນຄ່າ 1.000 ລ້ານ ເຢນ ຊຶ່ງແມ່ນໂຄງການຊ່ວຍ ເຫຼືອນອກໂຄງການຂອງລັດຖະບານຍີ່ປຸ່ນ.

ພາຍຫຼັງສຳເລັດການພົບ ປະໄດ້ມີພິທີລົງນາມເອກະ ສານແລກປ່ຽນໂຄງການກໍ່ສ້າງ ຂະຫຍາຍລະບົບທໍ່ສົ່ງນ້ຳປະປາ ນະຄອນຫຼວງພະບາງ ແຂວງ ຫຼວງພະບາງ ມູນຄ່າ 1.922 ລ້ານເຢນ ຊຶ່ງແມ່ນໂຄງການຊ່ວຍເຫຼືອຂອງລັດຖະບານຍີ່ປຸ່ນ.

ນອກຈາກນັ້ນ, ທ່ານຮອງ ລັດຖະມົນຕີຕ່າງປະເທດຍີ່ປຸ່ນ ຍັງໄດ້ເຂົ້າຢ້ຽມຂ່ຳນັບທ່ານ ສະເຫຼີມໄຊ ກົມມະສິດ ລັດຖະ ມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ອີກດ້ວຍ.

Comments