ລັດຖະບານ!!! ເລັ່ງແກ້ໄຂການຫຼິ້ນເກມອອນລາຍ, ທວາຍຜົນເຕະບານ,ຫວຍເຖື່ອນຕ່າງໆ ຢ່າງເຂັ້ມງວດ

ຫ້ອງຕໍາຫຼວດ ປກສ ນະຄອນຫຼວງວຽງຈັນ ໄດ້ຈັດກອງປະຊຸມປຶກສາຫາລືວຽກງານຕ້ານ ແລະ ສະກັດກັ້ນການພະນັນທີ່ຕ້ອງຫ້າມ ທົ່ວນະຄອນຫຼວງວຽງຈັນ ຂຶ້ນໃນຖ່າຍເດືອນກັນຍາທີ່ຜ່ານມາ, ຢູ່ສະໂມສອນຫ້ອງຕໍາຫຼວດ ປກສ ນວ ເພື່ອເຮັດໃຫ້ບັນຫາ ການຫຼິ້ນເກມອອນລາຍ, ທວາຍຜົນເຕະບານ,ຫວຍເຖື່ອນຕ່າງໆ ຢ່າງເຂັ້ມງວດ  ໂດຍການເປັນປະທານຂອງ ພັທ ຈັນຫອມ ແກ້ວສຸລະໄຊ ຮອງຫົວໜ້າກອງບັນຊາການ ຫົວໜ້າຫ້ອງຕໍາຫຼວດ ປກສ ນະຄອນຫຼວງວຽງຈັນ, ໃຫ້ກຽດເຂົ້າຮ່ວມ ພັທ ບຸນຖິ່ນ ແກ້ວມົນລັດຊີ ຮອງຫົວໜ້າກົມຕໍາຫຼວດເສດຖະກິດ ກະຊວງ ປກສ, ມີບັນດາພາກກ່ຽວຂ້ອງ, ປກສ 9 ຕົວເມືອງ ແລະ ປກສ ກຸ່ມ ທົ່ວນະຄອນຫຼວງວຽງຈັນເຂົ້າຮ່ວມ.

ໃນກອງປະຊຸມ ພັທ ບຸນສອນ ພັນທະວົງ ຮອງຫົວໜ້າຫ້ອງຕໍາຫຼວດ ປກສ ນວ ໄດ້ຂຶ້ນຜ່ານຂໍ້ຕົກລົງ ເລກທີ 1856/ປກສ.ນວ, ລົງວັນທີ 24 ກັນຍາ 2019 ວ່າດ້ວຍການແຕ່ງຕັ້ງຄະນະຮັບຜິດຊອບລົງກວດກາຫວຍເຖື່ອນ ບຸກຄົນທີ່ຈໍາໜ່າຍຫວຍເຖື່ອນພາຍໃນ, ຈາກຕ່າງປະເທດ ແລະ ການພະນັນທີ່ຕ້ອງຫ້າມ; ໃນນີ້ໄດ້ແຕ່ງຕັ້ງ ພັທ ຈັນຫອມ ແກ້ວສຸລະໄຊ ຮອງຫົວໜ້າກອງບັນຊາການ, ຫົວໜ້າຫ້ອງຕໍາຫຼວດ ປກສ ນະຄອນຫຼວງວຽງຈັນ ເປັນຫົວໜ້າ, ພັທ ບຸນສອນ ພັນທະວົງ ຮອງຫົວໜ້າຫ້ອງຕໍາຫຼວດ ເປັນຮອງ ແລະ ພັທ ທັດສະພົງ ຫວັນມະນີຈັນ ຫົວໜ້າພະແນກຕໍາຫຼວດປ້ອງກັນເສດຖະກິດ ພ້ອມທັງບັນດາຮອງກອງບັນຊາການ ປກສ ເມືອງ, ຜູ່ຊີ້ນໍາພະແນກຕໍາຫຼວດ 9 ຕົວເມືອງ ເປັນຄະນະ. ຫຼັງຈາກນັ້ນບັນດາຜູ່ເຂົ້າຮ່ວມກອງປະຊຸມ ໄດ້ພ້ອມກັນຫາລືວຽກງານຕ້ານ ແລະ ສະກັດກັ້ນການພະນັນທີ່ຕ້ອງຫ້າມ ໃນນະຄອນຫຼວງວຽງຈັນ ເປັນຕົ້ນແມ່ນ ການຫຼິ້ນເກມອອນລາຍ, ການທວຍຜົນເຕະບານ ແລະ ການຈໍາໜ່າຍຫວຍເຖື່ອນຕ່າງໆ ທັງພາຍໃນ ແລະ ນໍາມາຈາກຕ່າງປະເທດ; ເຊິ່ງກອງປະຊຸມໄດ້ຕົກລົງເປັນເອກະພາບຕໍ່ວິທີການຈັດຕັ້ງປະຕິບັດໃຫ້ສອດຄ່ອງ, ເໝາະສົມ ແລະ ຖືກຕ້ອງຢ່າງມີວິທະຍາສາດ ເພື່ອໃຫ້ທັນກັບສະພາບການ ແລະ ເຫດການຕົວຈິງ.

ໃນຕອນທ້າຍກອງປະຊຸມ ພັທ ຈັນຫອມ ແກ້ວສຸລະໄຊ ຮອງຫົວໜ້າກອງບັນຊາການ ຫົວໜ້າຫ້ອງຕໍາຫຼວດ ປກສ ນະຄອນຫຼວງວຽງຈັນ ໄດ້ມີຄໍາເຫັນຊີ້ນໍາໂດຍກ່າວເນັ້ນໃຫ້ບັນດາຄະນະພັກ-ຄະນະບັນຊາ ຫ້ອງຕໍາຫຼວດ ປກສ ນວ ແລະ ບັນດາ ປກສ 9 ຕົວເມືອງ ຕ້ອງເອົາໃຈໃສ່ແກ້ໄຂ ແລະ ສະກັດກັ້ນການພະນັນເຖື່ອນທຸກປະເພດ ໂດຍປະສານສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ລົງຕິດຕາມກວດກາເປົ້າໝາຍບຸກຄົນ ຫຼື ນິຕິບຸກຄົນ ທີ່ເຄື່ອນໄຫວຫຼິ້ນການພະນັນເຖື່ອນ ເປັນຕົ້ນແມ່ນ: ການຫຼິ້ນເກມອອນລາຍ, ການທວຍຜົນບານ ແລະ ຈໍາໜ່າຍຫວຍເຖື່ອນຕ່າງໆ ທັງຢູ່ພາຍໃນ ແລະ ນໍາມາຈາກຕ່າງປະເທດ; ພ້ອມທັງສຸມໃສ່ລົງແກ້ໄຂບັນດາຮ້ານເກມອອນລາຍ, ຮ້ານອິນເຕີແນັດ ທີ່ເປີດເກີນເວລາກໍານົດໄວ້, ຖ້າເຈົ້າໜ້າທີ່ພົບເຫັນຜູ່ລະເມີດຕໍ່ບັນຫາດັ່ງກ່າວ ແມ່ນເຊີນຜູ່ກ່ຽວເຂົ້າມາສຶກສາອົບຮົມ ໃຫ້ຢຸດເຊົາການເຄື່ອນໄຫວ, ຖ້າຍັງບໍ່ຢຸດເຊົາ ແມ່ນໃຫ້ນໍາໃຊ້ມາດຕະການທາງດ້ານກົດໝາຍຢ່າງເຂັ້ມງວດ

ຂໍ້ມູນ: ປກສ ນະຄອນຫລວງ

Comments