ເຈົ້າໜ້າທີ່ເຮັດແທ້ເຮັດຈິງ!!! ລົງຮື້ຖອນປ້າຍທຸກຊະນິດ ທີ່ບໍ່ມີພາສາລາວ

ເມືອງຕົ້ນເຜີ້ງ, ແຂວງບໍ່ແກ້ວ ເປັນເຂດເມືອງໜຶ່ງ ທີ່ນັກລົງທຶນ ສ ປປ ຈີນ ເຂົ້າມາສຳປະທານເພື່ອເຮັດເປັນເຂດພັດທະນາເສດຖະກິດສາມຫຼຽມຄຳ, ຄາຊິໂນ, ສູນການຄ້າ, ໂຮງແຮມ ແລະ ຮ້ານອາຫານ, ສະຖານທີ່ທ່ອງທ່ຽວ…. ແລະ ເຮັດໃຫ້ເຂດດັ່ງກ່າວ,  ມີຄົນຕ່າງຊາດເຂົ້າມາຢູ່ອາໄສເປັນຈຳນວນຫຼວງຫຼາຍໂດຍສະເພາະ ຊາວຈີນ, ມຽນມ້າ…ຈຶ່ງເຮັດໃຫ້ເຂດນີ້ມີປ້າຍຕ່າງໆສ່ວນຫຼາຍຈະເປັນພາສາຕ່າງປະເທດ ແຕ່ກໍມີບາງສ່ວນທີ່ເຮັດຖືກຕາມລະບຽບກົດໝາຍກໍຄືມີພາສາລາວນຳ ແລະ ກໍມີບາງຈຳນວນທີ່ບໍ່ປະຕິວັດຕາມລະບຽບ.

ດັ່ງນັ້ນ, ເພື່ອຄວາມເປັນລະບຽບຮຽບຮ້ອຍ  ແລະ ສອດຄ່ອງກັບລະບຽບກົດໝາຍ ໃນລະຫວ່າງວັນທີ 3-7 ຕຸລາ 2019 ຜ່ານມານີ້, ໜ່ວຍງານວັດທະນະທຳ ຫ້ອງການຖະແຫຼ່ງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ໄດ້ລົງຮື້ຖອນ ແລະ ທຳລາຍປ້າຍຕ່າງໆທີບໍ່ຖືກຕ້ອງຕາມລະບຽບການ ຈຳນວນ 62 ປ້າຍ, ພ້ອມທັງເຮັດບົດບັນທຶກກັບເຈົ້າຂອງປ້າຍໄຟ 6 ປ້າຍ.

ເຊິ່ງປ້າຍທຸກຊະນິດຕ້ອງໃຫ້ມີໂຕໜັງສືລາວ ຫຼື ພາສາລາວ ຂຶ້ນກ່ອນ ທັງນີ້ກໍ່ເພື່ອເຮັດໃຫ້ເມືອງຕົ້ນເຜິ້ງ ມີຄວາມຈົບງາມ ແລະ ມີການໂຄສະນາທີ່ຖືກລະບຽບສອດຄ່ອງກັບວັດທະນະທຳລາວ. ຢ່າງໃດກໍ່ຕາມກໍ່ຂໍຊົມເຊີຍເຈົ້າໜ້າທີ່ໜ່ວຍງານກ່ຽວຂ້ອງໃນການຈິງຈັງລົງປະຕິບັດໜ້າທີ່ຄັ້ງນີ້.

ທີ່ມາ: ຫ້ອງການ ຖວທ ຕົ້ນເຜິ້ງ

Comments