ອີງຕາມ ຜົນການກວດກາຂອງອົງການກວດກາລັດຖະບານ ສົມທົບກັບ ໜ່ວຍງານກວດກາ ກະຊວງ ໄປສະນີ ໂທລະຄົມມະນາຄົມ ແລະ ການສື່ສານ, ເຫັນວ່າການຍັກຍອກ, ສໍ້ໂກງຊັບສິນ ແລະ ເງີນຂອງລັດວິສາຫະກິດໄປສະນີລາວ ແມ່ນໄດ້ເລີ່ມແຕ່ປີ 2007 (ສະໄໝເປັນອົງການໄປສະນີ ໂທລະຄົມມະນາຄົມ) ເປັນຕົ້ນມາ, ຈົນເຖີງຍຸກລັດຖະບານສະໄໝທີ 8. ໃນວັນທີ 02 ພະຈິກ 2016 ນີ້ຈື່ງໄດ້ມີການດຳເນີນການກວດກາບໍລິສັດດັ່ງກ່າວ ແລະ ເຫັນວ່າໄດ້ເກີດມີການເສຍຫາຍແທ້ທາງດ້ານຊັບສິນ ແລະ ການເງິນໃນບໍລິສັດ, ດ້ວຍການຍັກຍອກ, ສໍ້ໂກງ, ປົກປິດຂໍ້ມູນຂອງພະນັກງານ ບໍລິສັດໄປສະນີລາວ ທັງຢູ່ສຳນັກງານໃຫຍ່ ບໍລິສັດໄປສະນີລາວ ຢູ່ສູນກາງ ແລະ ສາຂາ ຢູ່ຕ່າງແຂວງ.
ສະນັ້ນ, ອີງຕາມ ໃບແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 1671/ຫສນຍ ລົງວັນທີ 24.09.2019 ຈື່ງເຫັນດີ ໃຫ້ດຳເນີນຄະດີຕາມກົດໝາຍວ່າດ້ວຍ ການສໍ້ລາດບັງຫຼວງ ສະບັບປັບປຸງໃໝ່ ປີ 2013 ແລະ ປະຕິບັດວິໄນຕໍ່ພະນັກງານ ຜູ້ກະທຳຜິດ ແຕ່ລະປະເພດໃນທົ່ວປະເທດ ຈຳນວນທັງໝົດ 257 ຄົນ. ການປະຕິບັດລະບຽບວິໄນໃນຄັ້ງນີ້ແມ່ນຈະຂື້ນຢູ່ກັບໂທດໜັກ ຫຼື ເບົາ ຂອງແຕ່ລະຄົນເຊີ່ງມີຕັ້ງແຕ່ ສົ່ງຂື້ນດຳເນີນຄະດີຕາມກົດໝາຍ, ອອກຈາກພັກ, ປົດຕຳແໜ່ງພາຍໃນພັກ ແລະ ກ່າວເຕືອນຄວາມຜິດ, ອອກຈາກລັດຖະກອນໂດຍບໍ່ໄດ້ຮັບນະໂຍບາຍໃດໆ, ປົດຕຳແໜ່ງລັດ ຫຼື ຍົກຍ້າຍໄປຮັບໜ້າທີ່ອື່ນທີ່ຕ່ຳກວ່າເກົ່າ, ແລ້ວບັນທຶກໄວ້ໃນສຳນວນເອກະສານຂອງຜູ້ກາຽວ, ໂຈະການເລື່ອນຊັ້ນ, ຂັ້ນເງິນເດືອນ, ການຍ້ອງຍໍ, ໂຈະເງິນຜະລິດ, ກ່າວເຕືອນຄວາມຜິດ ແລະ ໃຫ້ພວກກ່ຽວຊົດໃຊ້ແທນຄືນຈຳນວນເງິນທີ່ພວກກ່ຽວໄດ້ເອົາໄປ.
ທີ່ມາ: Media Laos