ເຫດລະເບີດຫີນຢູ່ໂຮງງານຊີມັງນ້ຳຖ້ວມ ເມືອງນ້ຳບາກ ແຂວງຫຼວງພະບາງ ທີ່ເປັນຂ່າວໂດ່ງດັງໃນຄ່ຳຂອງວັນທີ 5 ຕຸລາຜ່ານມານັ້ນ ພວກເຮົາຕ່າງຄົນຕ່າງບໍ່ຮູ້ຄວາມຈິງຂອງຂ່າວ ສະນັ້ນມື້ນີ້ເຮົາມາຟັງຄວາມຈີງຈາກເຈົ້າໜ້າທີ່ພາກລັດທີ່ໄດ້ລົງກວດກາສະຖານທີ່ເກີດເຫດວ່າຕົ້ນປາຍສາເຫດເປັນແນວໃດແທ້!!!
ຕາມການລາຍງານເບື້ອງຕົ້ນໃຫ້ຮູ້ວ່າ: ການລະເບີດຫີນຄັ້ງນີ້ທີ່ເຮັດໃຫ້ເກີດຄວາມເສຍຫາຍຫຼາຍເນື່ອງຈາກ ວິຊາການບໍ່ປະຕິບັດຕາມທີ່ເຄີຍເຮັດຜ່ານມາໂດຍໃນເວລາປະມານ 17:00 ໂມງ ຂອງວັນທີ 5 ຕຸລາ 2019 ນີ້ ໄດ້ມີການລະເບີດຫີນ ເພື່ອເອົາຫີນປູນເຂົ້າເປັນວັດຖຸດີບປ້ອນໂຮງງານຊີມັງນ້ຳຖ້ວມ ເມືອງນ້ຳບາກ ແຂວງຫຼວງພະບາງ ຕາມປົກກະຕິ ແຕ່ເຫດການຄັ້ງນີ້ ໄດ້ສ້າງຄວາມສູນເສຍ ທາງດ້ານຊີວິດ ແລະ ຊັບສີນແກ່ປະຊາຊົນຢູ່ເຂດບ້ານໂພນມະນີ ເມືອງນ້ຳບາກ ແຂວງຫຼວງພະບາງ
ທ່ານ ຄຳວອນ ແກ້ວລຸນໜູນ ຮອງເຈົ້າເມືອງນ້ຳບາກ ກ່າວວ່າ: ທຸກຄັ້ງກ່ອນຈະມີການລະເບີດຫີນ ອົງການປົກຄອງເມືອງ ໄດ້ແຕ່ງຕັ້ງຄະນະຮັບຜິດຊອບ ເພື່ອລົງຕິດຕາມ-ກວດກາ ຢ່າງໃກ້ສິດ ທັງໄດ້ຊີ້ນຳໃຫ້ມີການປະກອບພິທີທາງສາສະໜາທຸກຄັ້ງ ກ່ອນການລະເບີດຫີນ, ຕາມປົກກະຕິ ຄວາມແຮງຂອງລະເບີດຈະບໍ່ມີຜົນກະທົບມາຮອດເຮືອນປະຊາຊົນ ແຕ່ເທື່ອນີ້ ເຫັນວ່າລະເບີີດໄດ້ອອກທາງຂ້າງຂອງຜາຫີນ ແລະຟົ້ງມາຕົກໃສ່ບ້ານຂອງປະຊາຊົນ ອັນເປັນເຫດເຮັດໃຫ້ມີຄົນເສຍຊີວິດ 1 ຄົນ, ບາດເຈັບ 23 ຄົນ, ຍີງ 5 ຄົນ, ໃນນັ້ນ ເປັນຄົນຈີນ 1 ຄົນ ແລະບາດເຈັບສາຫັດ 8 ຄົນ, ຍີງ 1 ຄົນ ແລະຄົນຈີນ 1 ຄົນ.
ທ່ານຍັງໃຫ້ຮູ້ຕື່ມວ່າ: ປັດຈຸບັນເຈົ້າໜ້າທີ່ ແລະວິິຊາການກ່ຽວຂ້ອງ ພວມເລັ່ງເກັບກຳຂໍ້ມູນຜົນເສຍຫາຍຕົວຈິງ ແລະຈະມີການລາຍງານເຖິງພາກສ່ວນກ່ຽວຂ້ອງ ເພື່ອຊອກວິທີທາງແກ້ໄຂ ທັງວາງມາດຕະການໃຫ້ເຂັ້ມງວດຕື່ມ ເພື່ອບໍ່ໃຫ້ເກີດເຫດການແບບນີ້ຂື້ນອີກ
ທີ່ມາ: ຂ່າວເສດຖະກິດ-ການຄ້າ