ຈຸດແຂ່ງຂັນ ຊ່ວງເຮືອທ່າວັດຈັນປີນີ້ ມີ 2​ ຈຸດ

ບຸນຊ່ວງເຮືອທ່າວັດຈັນ, ນະຄອນຫຼວງວຽງຈັນປີນີ້ໄດ້ແຍກໜ້ານໍ້າຈັດຢູ່ 2 ຈຸດຄື ຢູ່ຫາດດອນຈັນ ແຂ່ງເຮືອນ້ອຍ 12 ສີພາຍ, ສ່ວນເຮືອປະເພນີ – ເຮືອສູດຈັດແຂ່ງຢູ່ຈຸດເກົ່າຂອງປີຜ່ານມາຄືໜ້າໂຮມແຮມແລນມາກ.

ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ອອກແຈ້ງການເລກທີ 0386/ຫວນວ ລົງວັນທີ 9 ຕຸລາ 2019 ເລື່ອງ ການກະກຽມບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອນະຄອນຫຼວງວຽງຈັນປະຈໍາປີ 2019.

ອີງຕາມການລາຍງານຂອງຄະຮະຮັບຜິດຊອບຈັດງານບຸນອອກພັນສາ ແລະ ບຸນຊ່ວງເຮືອປະຈໍາປີ 2019 ແລະ ຫ້ອງການຄະນະກໍາມະການປ້ອງກັນຊາດ – ປ້ອງກັນຄວາມສະຫງົບນະຄອນຫຼວງວຽງຈັນຄັ້ງວັນທີ 9 ຕຸລາ 2019. ອີງຕາມການຊີ້ນໍາຂອງກອງປະຊຸມຄະນະປະຈໍາພັກນະຄອນຫຼວງວຽງຈັນ ຄັ້ງທີ 79 ສະໄໝທີ 6 ຄັ້ງວັນທີ 9 ຕຸລາ 2019.

ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ຖືເປັນກຽດແຈ້ງການຕົກລົງ ແລະ ທິດຊີ້ນໍາຂອງກອງປະຊຸມຄະນະປະຈໍາພັກນະຄອນຫຼວງວຽງຈັນ ມາຍັງທ່ານດັ່ງນີ້:

  1. ເຫັນດີໃຫ້ຈັດການແຂ່ງຂັນຊ່ວງເຮືອນ້ອຍ, ເຮືອກິລາ 12 ສີພາຍຢູ່ຫາດດອນຈັນ ເມືອງຈັນທະບູລີນະຄອນຫຼວງວຽງຈັນໃນວັນທີ 13 ຕຸລາ 2019 ໂດຍໃຫ້ຈັດໃນລະດັບຂັ້ນເມືອງ, ສ່ວນວັນທີ 14 ຕຸລາ 2019 ໃຫ້ຈັດແຂ່ງຂັນຊ່ວງເຮືອໃຫຍ່, ເຮືອປະເພນີຍິງ – ຊາຍ ແລະ ເຮືອສູດຢູ່ແຄມຂອງບໍລິເວນໂຮງແຮມແລນມາກໂດຍແມ່ນການຈັດງານແຂ່ງຂັນຂັ້ນນະຄອນຫຼວງວຽງຈັນ

2. ມອບໃຫ້ຄະນະຈັດງານບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອປະຈໍາປີ 2019 ເປັນເຈົ້າການສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ເພື່ອຈັດຕັ້ງປະຕິບັດຕາມຈຸດປະສົງຄາດໝາຍທີ່ວາງໄວ້ ໂດຍສະເພາະແມ່ນການຮັກສາຄວາມເປັນລະບຽບຮຽບຮ້ອຍ, ຄວາມສະຫງົບປອດໄພ, ໃຫ້ລາຍງານພາກສ່ວນຕ່າງທທີ່ກ່ຽວຂ້ອງຮັບຊາບ.

3.ໃຫ້ຫ້ອງການຄະນະກໍາມະການ ປກຊ – ປກສ ສົມທົບກັບຫ້ອງວ່າການ ແລະ ພະແນກການຕ່າງປະເທດ ນະຄອນຫຼວງວຽງຈັນ ເພື່ອປະສານແຂວງໜອງຄາຍ ຣາຊະອານາຈັກໄທຕື່ມ ແລະ ເຊີນເຂົ້າຮ່ວມການແຂ່ງຂັນ.

Comments