ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ຮັບການແຕ່ງຕັ້ງເປັນ ວ່າການລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ປ່ຽນແທນ ທ່ານ ສຸພັນ ແກ້ວມີໄຊ (ຜູ້ເກົ່າ) ຊຶ່ງອອກພັກການ-ຮັບອຸດໜູນບຳນານ ຕາມເງື່ອນໄຂກະສຽນຮັບອຸດໜູນບຳນານທີ່ໄດ້ກຳນົດໄວ້ໃນກົດໝາຍ ວ່າດ້ວຍພະນັກງານ-ລັດຖະກອນ.
ພິທີມອບ-ຮັບໜ້າທີ່ດັ່ັງກ່າວ ໄດ້ຈັດຂຶ້ນໃນວັນທີ 11 ຕຸລາ 2019 ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີຜູ້ຕາງໜ້າຈາກຄະນະສູນກາງພັກ, ບັນດາລັດຖະມົນຕີ, ຮອງລັດຖະມົນຕີ ແລະ ພະນັກງານຫຼັກແຫຼ່ງຈາກພາກສ່ວນທີ່ກ່ຽວຂ້ອງ 140 ກ່ວາທ່ານ.
ໂອກາດນີ້, ທ່ານ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ການປະກອບສ່ວນຢ່າງໃຫຍ່ຫຼວງຂອງ ທ່ານ ສຸພັນ ແກ້ວມີໄຊ ເຂົ້າໃນວຽກງານຂະແໜງການແຜນການ ແລະ ການລົງທຶນ ເພື່ອພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະຜ່ານມາ.
ທີ່ມາ: ຂ່າວສານປະເທດລາວ.