ລັດຖະມົນຕີ ກະຊວງການຕ່າງປະເທດ ຕ້ອນຮັບທູດສະຫະພາບ ເອີຣົບ…

ໃນວັນທີ 21 ກໍລະກົດ 2020 ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບອຳລາ ຂອງ ທ່ານ ລີໂອ ຟາເບີ (Leo FA BER), ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງສະຫະພາບເອີຣົບ(ອີຢູ) ປະຈຳ ສປປ ລາວ ໃນໂອກາດສຳເລັດການປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ.

ໃນໂອກາດດັ່ງກ່າວ, ທ່ານລັດຖະມົນຕີ ໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງ ຕໍ່ການພົວພັນຮ່ວມມືສອງຝ່າຍ ລະຫວ່າງ ລາວ-ອີຢູ ຕະຫລອດໄລຍະຜ່ານມາ ຈົນເຖິງປັດຈຸບັນ, ປີ 2020 ເຊິ່ງເປັນປີຄົບຮອບວັນສ້າງຕັ້ງສາຍພົວພັນ ລາວ-ອີຢູ ຄົບຮອບ 45 ປີ. ພ້ອມກັນນັ້ນ, ກໍ່ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ການເອົາໃຈໃສ່ປະກອບສ່ວນຢ່າງຫ້າວຫັນ ຂອງ ທ່ານທູດ ໃນການປະກອບສ່ວນຊຸກຍູ້ ແລະ ສົ່ງເສີມສາຍພົວພັນມິດຕະພາບ ແລະ ການຮ່ວມມື ລາວ-ອີຢູ ຂະຫຍາຍຕົວ ແລະ ແຕກດອກອອກຜົນຍິ່ງຂຶ້ນ ຕະຫລອດໄລຍະເວລາທີ່ ທ່ານ ທູດ ອີຢູ ຜູ້ທຳອິດ ປະຈຳ ສປປ ລາວ ທີ່ ນະຄອນຫລວງວຽງຈັນ, ໂດຍສະເພາະແມ່ນ ໄດ້ປະກອບສ່ວນຊຸກຍູ້ໃຫ້ ອີຢູ ສືບຕໍ່ການຊ່ວຍເຫລືອທາງການ ເພື່ອການພັດທະນາ (ODA) ແກ່ ສປປ ລາວ ພາຍໃຕ້ແຜນງານ Joint Programming ສໍາລັບສົກປີ 2016-2020 ຊຶ່ງມີມູນຄ່າ 500 ລ້ານເອີໂຣ. ໂຄງການຊ່ວຍເຫລືອດັ່ງກ່າວ, ແມ່ນເລັ່ງໃສ່ຂະແໜງການ ບູລິມະສິດ ເຊັ່ນ: ການສຶກສາຂັ້ນພື້ນຖານ, ໂພຊະນາການ, ການຄໍ້າປະກັນດ້ານສະບຽງອາຫານ, ການປົກຄອງທີ່ດີ, ສິດທິມະນຸດ ແລະ ສ້າງລັດທີ່ປົກຄອງດ້ວຍກົດໝາຍ, ວຽກງານເກັບກູ້ລະເບີດບໍ່ທັນແຕກ (UXO), ການພັດທະນາ ພາກເອກະຊົນ ແລະ ວຽກຂອງອົງການ CSO. ຄຽງຄູ່ກັນນັ້ນ, ກໍ່ສະແດງຄວາມຂອບໃຈ ອີຢູ ທີ່ໃຫ້ການຊ່ວຍເຫລືອໃນຂອບຫລາຍຝ່າຍ ໂດຍຜ່ານອົງການຈັດຕັ້ງ ສາກົນຕ່າງໆ, ຊຶ່ງປັດຈຸບັນ ອີຢູ ກຳລັງພິຈາລະນາຈະໃຫ້ການຊ່ວຍເຫລືອແກ່ ສປປ ລາວ ໃນການແກ້ໄຂສະພາບ ເສດຖະກິດ-ສັງຄົມ ພາຍຫລັງທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດ COVID-19.

ທ່ານ ລີໂອ ຟາເບີ ກໍໄດ້ສະແດງຄວາມຂອບໃຈຕໍ່ ທ່ານລັດຖະມົນຕີ ທີ່ໄດ້ສະຫລະເວລາໃຫ້ການຕ້ອນຮັບຢ່າງອົບອຸ່ນ, ພ້ອມທັງໄດ້ສະແດງຄວາມຂອບໃຈຢ່າງສູງ ຕໍ່ລັດຖະບານ ສປປ ລາວ ທີ່ໄດ້ໃຫ້ການຮ່ວມມື ແລະ ສະໜັບສະໜູນຊ່ວຍເຫລືອ ກໍຄືອຳນວຍຄວາມສະດວກທຸກປະການ ເຮັດໃຫ້ການປະຕິບັດໜ້າທີ່ການທູດຂອງຕົນຢູ່ ສປປ ລາວ ປະສົບຜົນສຳເລັດເປັນຢ່າງດີ ແລະ ຈະສືບຕໍ່ປະກອບສ່ວນຊ່ວຍຊຸກຍູ້ສາຍພົວພັນ ແລະ ການຮ່ວມມື ລາວ-ອີຢູ ໃຫ້ເຂັ້ມແຂງ ແລະ ຂະຫຍາຍຕົວຍິ່ງໆຂຶ້ນໃນຕໍ່ໜ້າ.

ແຫຼ່ງຂໍ້ມູນ: ຂປລ

Comments