ເພີ່ມຄວາມຮູ້ໃຫ້ບັນນາທິການກ່ຽວກັບກົດໝາຍ ແລະ ລະບຽບການຄຸ້ມຄອງສື່ມວນຊົນ…

ໃນວັນທີ 22 ກໍລະກົດ 2020 ສະຖາບັນສື່ມວນຊົນ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຍົກລະດັບຄວາມຮູ້ໃຫ້ບັນນາທິການກ່ຽວກັບ “ກົດໝາຍ ແລະ ລະບຽບ ໃນການຄຸ້ມຄອງສື່ມວນຊົນ ໂດຍສະເພາະສື່ສັງຄົມອອນລາຍ”, ລວມທັງລະບຽບການຄຸ້ມຄອງການສື່ສານ ຜ່ານໂທລະສັບມືຖື ແລະ ອິນເຕີເນັດ ແລະ ອື່ນໆ ເພື່ອໃຫ້ຜູ້ເຂົ້າຮ່ວມ ກໍຄືບັນດາບັນນາທິການ ໄດ້ແລກປ່ຽນຄຳຄິດຄຳເຫັນ ແລະ ທິດທາງໃນການຄຸ້ມຄອງ ການເຄື່ອນໄຫວຂອງສື່ແບບໃໝ່.

ທ່ານ ປິ່ນປາດຖະໜາ ພັນທະມາລີ ຫົວໜ້າກົມສື່ມວນຊົນ ກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຍົກໃຫ້ເຫັນກ່ຽວກັບກົດໝາຍ ແລະ ລະບຽບການຄຸ້ມຄອງສື່ມວນຊົນ-ສື່ສັງຄົມອອນລາຍ, ຂໍ້ມູນຂ່າວສານຜ່ານສື່ສັງຄົມອອນລາຍ, ຂໍ້ມູນຂ່າວສານປອມ (ຂ່າວປອມ ຫລື Fake News), ບັນດາສື່ອອນລາຍຕ່າງໆ ທີ່ຜິດກົດໝາຍ, ການຄຸ້ມຄອງຕາມກົດໝາຍ ແລະ ລະບຽບການ, ຄວາມເຂົ້າໃຈກ່ຽວກັບຂ່າວລື-ຂ່າວຫລອກລວງ ແລະ ອື່ນໆ. ປັດຈຸບັນ ການນຳໃຊ້ອິນເຕີເນັດ ເຮັດໃຫ້ການສື່ສານ ແລະ ການຮັບສົ່ງຂ່າວສານສະດວກວ່ອງໄວຫລາຍຂຶ້ນ ເຮັດໃຫ້ປະຊາຊົນ ຫັນມາບໍລິໂພກຂ່າວ ຜ່ານສື່ທາງອິນເຕີເນັດ ຫລື ສື່ສັງຄົມອອນລາຍເພີ່ມຂຶ້ນ, ແຕ່ຄຽງຄູ່ກັນນັ້ນ ກໍໄດ້ເກີດມີການເຜີຍແຜ່ຂ່າວປອມ, ຂ່າວບິດເບືອນຄວາມຈິງເກີດຂຶ້ນ ເຊິ່ງສົ່ງຜົນກະທົບຕໍ່ການເມືອງ, ເສດຖະກິດ-ສັງຄົມ ສ້າງຄວາມສັບສົນໃຫ້ຜູ້ບໍລິໂພກຢ່າງຫລວງຫລາຍ.

ສະນັ້ນ ເພື່ອຕອບໂຕ້ ແລະ ຕີຖອຍຂ່າວລວງ, ຂ່າວລື ແລະ ຂ່າວປອມ ໃນສື່ສັງຄົມອອນລາຍ ຮຽກຮ້ອງໃຫ້ມີການເພີ່ມທະວີຄວາມຮັບຜິດຊອບ ການເມືອງຂອງບັນນາທິການ ແລະ ນັກຂ່າວ, ຮູ້ຄຸ້ມຄອງວຽກງານສື່ຢູ່ພາຍ ແລະ ພາຍນອກ ຄຸ້ມຄອງທີ່ຕັ້ງພາລະບົດບາດຂອງຕົນ ແລະ ຮູ້ຮັກສາບົດບາດຊື່ສຽງສື່ ເພື່ອບໍ່ໃຫ້ເກີດພາວະວິກິດການແກ່ສື່ຂອງຕົນໃນໂອກາດນີ້, ທ່ານ ຄຳຫລ້າ ສູນນະລັດ ຫົວໜ້າສູນສະກັດກັ້ນ ແລະ ແກ້ໄຂເຫດການສຸກເສີນທາງຄອມພິວເຕີ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ໄດ້ຍົກໃຫ້ເຫັນເຖິງປະຫວັດຄວມເປັນມາຂອງສື່ສັງຄົມອອນລາຍ, ຜົນປະໂຫຍດ ແລະ ຜົນເສຍໃນການນຳໃຊ້ສື່ສັງຄົມອອນລາຍ. ພ້ອມກັນນີ້, ຍັງໄດ້ສັງລວມໂດຍຫຍໍ້ກ່ຽວກັບປະກົດການຫຍໍ້ທໍ້ທີ່ເກີດຂຶ້ນໃນໄລຍະຜ່ານມາ ຢູ່ ສປປ ລາວ, ທັງໃຫ້ຄວາມຮູ້ການນຳໃຊ້ສື່ສັງຄົມອອນລາຍແນວໃດ ຈຶ່ງມີຄວາມປອດໄພ, ການຄຸ້ມຄອງສື່ສັງຄົມອອນລາຍໃນປັດຈຸບັນ, ສິ່ງທ້າທ້າຍ ແລະ ວິທີການແກ້ໄຂໃນຕໍ່ໜ້າ.
ແຫຼ່ງຂໍ້ມູນ: ຂປລ

Comments