ລາວ-ຈີນ ເສີມຂະຫຍາຍການພົວພັນ ຮ່ວມມືແບບຄູ່ຮ່ວມຍຸດທະສາດ ຕາມທິດ 4 ດີ…

ໃນວັນທີ 21 ກໍລະກົດ 2020, ທີ່ສຳນັກງານນາຍົກລັດຖະມົນຕີ, ສະຫາຍ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ປະຊຸມພົບປະແບບທາງໄກ ກັບ ສະຫາຍ ຫລີ ເຄີ້ສຽງ ນາຍົກລັດຖະມົນຕີ ແຫ່ງ ສປ ຈີນ ໂດຍມີຈຸດປະສົງເພື່ອເສີມຂະຫຍາຍການພົວພັນຮ່ວມມື ແບບຄູ່ຮ່ວມຍຸດທະສາດຮອບດ້ານ ໝັ້ນຄົງ ແລະ ຍາວນານ ຕາມທິດ 4 ດີ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ, ສະຫາຍທີ່ດີ, ເພື່ອນມິດທີ່ດີ, ບ້ານໃກ້ເຮືອນຄຽງທີ່ດີ ແລະ ຄູ່ຮ່ວມມືທີ່ດີ; ນັບທັງການຜັນຂະຫຍາຍ ແຜນແມ່ບົດຄູ່ຮ່ວມຊະຕາກຳ ລາວ-ຈີນ, ຈີນ-ລາວ ໃຫ້ປະກົດຜົນເປັນຈິງ.

ໃນກອງປະຊຸມພົບປະດັ່ງກ່າວ, ສະຫາຍ ທອງລຸນ ສີສຸລິດ ໄດ້ສະແດງຄວາມຍິນດີ ທີ່ໄດ້ມີໂອກາດພົບປະກັບ ສະຫາຍ ນາຍົກລັດຖະມົນຕີ ຫລີ ເຄີ້ສຽງ ຜ່ານລະບົບທາງໄກ ຊຶ່ງຖືເປັນກົນໄກອັນໃໝ່ ຍ້ອນສະພາບໂຄວິດ-19. ພ້ອມທັງສະແດງຄວາມເຫັນອົກເຫັນໃຈ ແລະ ເສົ້າສະຫລົດໃຈຢ່າງສຸດຊຶ້ງ ຕໍ່ລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງ ໂດຍສະເພາະຕໍ່ຍາດຕິພີ່ນ້ອງ ແລະ ຜູ້ໄດ້ຮັບເຄາະຮ້າຍຈາກເຫດການນ້ຳຖ້ວມຢູ່ຫລາຍແຂວງຂອງ ສປ ຈີນ ອັນໄດ້ສ້າງຄວາມສູນເສຍດ້ານຊີວິດ ແລະ ຊັບສິນເປັນຈຳນວນຫລວງຫລາຍ.

ກອງປະຊຸມໃນຄັ້ງນີ້, ສອງຝ່າຍຍັງໄດ້ຕີລາຄາຄືນການພົວພັນຮ່ວມມືສອງຝ່າຍ ລາວ-ຈີນ ໂດຍສະເພາະໃນໄລຍະການແພ່ລະບາດຂອງພະຍາດໂຄວິດ-19 ແລະ ການປະຕິບັດຜົນຂອງການພົບປະສອງນາຍົກ ໃນຕົ້ນເດືອນມັງກອນ 2020 ຜ່ານມາ ຢູ່ນະຄອນຫລວງປັກກິ່ງ. ພ້ອມດຽວກັນນັ້ນ, ສະຫາຍ ນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ກໍໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດໃນການໃຊ້ມາດຕະການປ້ອງກັນການແພ່ລະບາດຂອງເຊື້ອພະຍາດໂຄວິດ-19 ຂອງສະຫາຍຈີນ, ສປປ ລາວ ຖືວ່າເປັນໄຊຊະນະອັນໃຫຍ່ຫລວງຂອງ ສປ ຈີນ ທັງເປັນບົດຮຽນສຳຄັນໃຫ້ໂລກອີກດ້ວຍ, ພ້ອມທັງສະແດງຄວາມຄວາມຂອບໃຈ ສະຫາຍຈີນ ທີ່ໄດ້ໃຫ້ການຊ່ວຍເຫລືອ ສປປ ລາວ ໃນການປ້ອງກັນ ແລະ ຕໍ່ສູ້ກັບເຊື້ອພະຍາດໂຄວິດ-19 ນັບແຕ່ຕົ້ນຈົນເຖິງປັດຈຸບັນ ຊຶ່ງເຮັດໃຫ້ ສປປ ລາວ ບໍ່ມີຜູ້ຕິດເຊື້ອດັ່ງກ່າວເປັນເວລາຫລາຍກວ່າ 3 ເດືອນແລ້ວສອງນາຍົກລັດຖະມົນຕີ ຍັງໄດ້ແລກປ່ຽນ ແລະ ປຶກສາຫາລື ກ່ຽວກັບການຮ່ວມມືສອງຝ່າຍ ເຊັ່ນ: ການຈັດຕັ້ງປະຕິບັດແຜນແມ່ບົດຄູ່ຮ່ວມຊະຕາກຳ ລາວ-ຈີນ, ຈີນ-ລາວ ທີ່ ສອງສະຫາຍເລຂາທິການໃຫຍ່, ປະທານປະເທດ ໄດ້ຮ່ວມລົງນາມ ໃນເດືອນເມສາ ປີ 2019 ຜ່ານມາ. ການຮ່ວມມືດ້ານເສດຖະກິດ, ການຄ້າ, ການລົງທຶນ, ການເປີດຊ່ອງທາງດ່ວນ ເພື່ອອຳນວຍຄວາມສະດວກໃນການໄປມາຫາສູ່ ຊຶ່ງກັນ ແລະ ກັນ, ການກະກຽມຈັດກອງປະຊຸມແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ຄັ້ງທີ 3, ການກະກຽມແຜນການເດີນທາງຢ້ຽມຢາມ ສປ ຈີນ ຂອງການນຳຂັ້ນສູງຂອງ ສປປ ລາວ ໃນທ້າຍປີ 2020, ການເຂົ້າຮ່ວມງານວາງສະແດງ ຈີນ-ອາຊຽນ ທີ່ ນະຄອນໜານໜິງ ໃນເດືອນພະຈິກ 2020. ພ້ອມດຽວກັນນີ້, ໃນປີ 2021 ຈະເປັນປີຄົບຮອບວັນສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ລາວ-ຈີນ ຄົບຮອບ 60 ປີ (ວັນທີ 25/04/1961-25/04/2021) ແລະ ເປັນປີມິດຕະພາບ ລາວ-ຈີນ ໂດຍສອງຝ່າຍໄດ້ເຫັນດີຮ່ວມກັນຈັດຕັ້ງສະເຫລີມສະຫລອງຢ່າງມີບັນຍາກາດ ແລະ ມີຄວາມໝາຍເລິກເຊິ່ງ.

ໃນຕອນທ້າຍ ສະຫາຍ ທອງລຸນ ສີສຸລິດ ໄດ້ອວຍພອນ ສະຫາຍ ຫລີ ເຄີ້ສຽງ ຈົ່ງມີພາລະນາໄມສົມບູນ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນພາລະກິດອັນສູງສົ່ງຂອງສະຫາຍ ແລະ ອວຍພອນສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງສອງຊາດ ລາວ-ຈີນ ໃຫ້ນັບມື້ໝັ້ນຄົງທະນົງແກ່ນ ຕາມທິດ 4 ດີ ບົນພື້ນຖານການເປັນຄູ່ຮ່ວມຊະຕາກຳດຽວກັນ. ສະຫາຍ ທອງລຸນ ສີສຸລິດ ຍັງໄດ້ນຳເອົາຄວາມຢື້ຢາມຖາມຂ່າວຈາກ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ບຸນຍັງ ວໍລະຈິດ ເຖິງ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ສີ ຈິ້ນຜິງ ແລະ ສະຫາຍ ຫລີ ເຄີ້ ສຽງ ກໍໄດ້ນຳເອົາຄວາມຢື້ຢາມຖາມຂ່າວ ຈາກ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ສີ ຈິ້ນຜິງ ເຖິງ ສະຫາຍ ເລຂາທິການໃຫຍ່, ປະທານປະເທດ ບຸນຍັງ ວໍລະຈິດ ເຊັ່ນດຽວກັນ.
ແຫຼ່ງຂໍ້ມູນ: ຂປລ

Comments