ສປປ ລາວ ພົບຜູ້ຕິດເຊື້ອໂຄວິດ-19 ຄົນທີ່ 20

ຄະນະສະເພາະກິດລາຍງານດ່ວນ ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມ ເປັນເພດຊາຍອາຍຸ 32 ປິ, ສັນຊາດເກົາຫລີ, ອາຊີບ: ວິຊາການໄຟຟ້າ, ບ່ອນເຮັດວຽກເຂື່ອນໄຟຟ້ານໍ້າງຽບ ຜູ້ກ່ຽວຍັງບໍ່ທັນໄດ້ໄປເຮັດວຽກເຂື່ອນເທື່ອ ເພາະວ່າຍັງກັກໂຕຕາມລະບຽບການ ແລະ ຖືກກັກໂຕຢູ່ໂຮງແຮມທີ່ຖືກກຳນດໄວ້ໃນນະຄອນຫຼວງວຽງຈັນ, ຕາມການລາຍງານ ຜູ້ກ່ຽວກ່ອນທີ່ຈະເດີນທາງມາ ສປປ ລາວ ແມ່ນບໍ່ມີອາການຫຍັງ ແລະ ໄດ້ກວດ COVID_19 ດ້ວຍ RT-PCR ເປັນຜົນລົບ ກ່ອນທີ່ຈະເດີນທາງເຂົ້າມາ ສປປ ລາວ ແລະ ຜູ້ກ່ຽວໄດ້ອາໄສຢູ່ນໍາຄອບຄົວທີ່ບໍ່ໄດ້ຕິດເຊື້ອໂຄວິດມາກ່ອນ.

ໃນວັນທີ 18 ກໍລະກົດ 2020 ຜູ້ກ່ຽວໄດ້ເດີນທາງຈາກປະເທດຍີ່ປຸ່ນ (ໂອສະກາ-ໂຕກຽວ) ມາຜ່ານ ສສ ເກົາຫຼີ (ອິນຊອນ) ມາ ສປປ ລາວ ຜ່ານທາງສະໜາມບິນວັດໄຕ, ໂດຍຖ້ຽວບິນ QV922A  ເລກທີ່ຕັ້ງນັ່ງ: 015E ຜູ້ກ່ຽວເດີນທາງມາກັບໝູ່ 4 ຄົນ, ໃນຖ້ຽວບິນ QV922A ມີຜູ້ໂດຍສານ 109 ຄົນ ເດີນທາງຈາກສະໜາມບິນມາໂຮງແຮມດ້ວຍລົດຕູ້ເຊົ່າ (ໂຮງແຮມເຊົ່າມາ), ມີທັງໝົດ 6 ຄົນນັ່ງລົດຄັນດຽວກັນ ລວມທັງຜູ້ກ່ຽວ.

ນັບຕັ້ງແຕ່ວັນທີ 18-23 ກໍລະກົດ ຜູ້ກ່ຽວບໍ່ໄດ້ເດີນທາງອກຈາກຫ້ອງ, ກິນອາຫານຢູ່ໃນຫ້ອງໂດຍມີພະນັກງານນຳອາຫານ ແລະ ນໍ້າດື່ມໄປປະໄວ້ໜ້າຫ້ອງ ແລະ ບໍ່ມີໃຜເຂົ້າໄປໃນຫ້ອງ, ໄດ້ວັດແທຫອຸນຫະພູມທຸກມື້ ເຊົ້າ-ແລງ ໂດຍພະນັກງານໂຮງແຮມ, ແຕ່ບໍ່່ໄດ້ເຂົ້າຫ້ອງ ແລະ ຮັກສາໄລຍະຫ່າງ 1 ແມັດ (ອຸນກະພູມສະເລ່ຍ 36,3-36,6 ອົງສາ C) ແລະ ບໍ່ມີພະນັກງານເຂົ້າໄປອະນາໄມໃນຫ້ອງນອນ, ເພາະກົດລະບຍບຂອງໂຮງແຮມຄືຜູ້ກ່ຽວຕ້ອງຮັບຜິດຊອບເອງ, ທາງໂຮງແຮມໄດ້ຈັດອຸປະກອນຈຳເປັນໄວ້ໃນຫ້ອງພັກໃຫ້ແກ່ຜູ້ກ່ຽວຕາມກຳນົດ 14 ວັນ.

ໃນວັນທີ 22 ກໍລະກົດ 2020 ທີມງານ ສວລ ຮ່ວມກັບພະແນກສາທານະຄອນຫຼວງ, ຫ້ອງການສາທາເມືອງສີໂຄດຕະບອງ, ໄດ້ເກັບຕົວຢ່າງຢູ່ໂຮງແຮມ ແລະ ໃນວັນທີ 23 ກໍລະກົດ 2020 ເວລາປະມານ 21:00 ຜົນກວດອອກມາພົບເຊື້ອ Covid-19 ເຊິ່ງຄົນເຈັບດັ່ງກ່າວ ແມ່ນທາງໂຮງໝໍໄປຮັບເອົາມາປິ່ນປົວຢູ່ໂຮງໝໍມິດຕະພາບ, ຜູ້ສຳຜດໃກ້ຊິດທີ່ໄຈ້ແຍກເບື້ອງຕົ້ນແມ່ນມີ 17 ຄົນ ຢູ່ລະຫວ່າງການກັກໂຕ.

Comments