ວຽກງານການສະກັດກັ້ນ ແລະ ຕ້ານການຄ້າມະນຸດ ຂອງສື່ມວນຊົນ…

ໃນວັນທີ 22 ກໍລະກົດ 2020 ທີ່ສູນຝຶກອົບຮົມສູນກາງແນວລາວສ້າງຊາດ, ນະຄອນຫລວງວຽງຈັນ, ໂຄງການຫຼຸດດຜ່ອນຄວາມສ່ຽງຈາກການຄ້າມະນຸດ ຂອງອົງການວິນຣອກສາກົນ ຮ່ວມກັບກົມສື່ມວນຊົນ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ຈັດການສຳມະນາກ່ຽວກັບບົດບາດຂອງສື່ມວນຊົນ ໃນວຽກງານສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໂດຍມີຈຸດປະສົງເພື່ອໃຫ້ສື່ມວນຊົນ ຫລືນັກຂ່າວ ມີສ່ວນຮ່ວມໃນການໂຄສະນາໃຫ້ຄວາມຮູ້ກ່ຽວກັບ ຮູບແບບຂອງການຄ້າມະນຸດ ແລະ ການປ້ອງກັນຕົນເອງ, ສະມາຊິກຄອບຄົວ ຈາກການຄ້າມະນຸດໃຫ້ກັບກຸ່ມສ່ຽງ ໂດຍສະເພາະໄວໜຸ່ມ, ນັກຮຽນ-ນັກສຶກສາ, ປະຊາຊົນ ທົ່ວໄປໃນສັງຄົມ.

ພ້ອມກັນນັ້ນ, ຍັງໄດ້ເນັ້ນການສົ່ງເສີມການເຄື່ອນຍ້າຍແຮງງານທີ່ຖືກຕ້ອງ ແລະ ການເຮັດວຽກ ທີ່ປອດໄພ ເພື່ອຫລຸດຜ່ອນຄວາມສ່ຽງຈາກການຄ້າມະນຸດ. ທ່ານ ອິນປອນ ນະຄອນສີ ຮອງຫົວໜ້າກົມສື່ມວນຊົນ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ກ່າວວ່າ: ການຄ້າມະນຸດຍັງເປັນບັນຫາ ແລະ ປະກົດການຫຍໍ້ທໍ້ ທີ່ເປັນຜົນກະທົບ ຕໍ່ການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ແລະ ປະເທດອື່ນໆ ໃນອະນຸພາກພື້ນລຸ່ມແມ່ນ້ຳຂອງ, ສາເຫດຕົ້ນຕໍທີ່ປະຊາຊົນລາວເຮົາຖືກຕົວະຍົວະຫລອກລວງ ໃຫ້ເຂົ້າສູ່ຄະບວນການຄ້າມະນຸດ ກໍຍັງແມ່ນຄວາມທຸກຍາກ, ຄວາມແຕກໂຕນທາງດ້ານເສດຖະກິດ ແລະ ໂອກາດໃນການເຮັດວຽກຂອງປະເທດເຮົາ ກັບບັນດາປະເທດທີ່ພັດທະນາແລ້ວ. ແຕ່ເຖິງຢ່າງໃດກໍຕາມ, ປັດໄຈຕົ້ນຕໍ ທີ່ເຮັດໃຫ້ບັນຫານີ້ຮ້າຍແຮງຂຶ້ນກວ່າເກົ່າ ແມ່ນການຂາດຄວາມຮູ້ກ່ຽວກັບຄວາມສ່ຽງ, ຄວາມອັນຕະລາຍ ແລະ ຮູບແບບ ຂອງການຄ້າມະນຸດ ທີ່ນາຍໜ້າ ແລະ ນັກຄ້າມະນຸດນຳໃຊ້ ທັງປັບປ່ຽນເປັນປະຈຳ. ນອກຈາກນີ້, ແຮງງານເຄື່ອນຍ້າຍທີ່ກັບຄືນປະເທດ ບວກກັບຈຳນວນແຮງງານທີ່ຢູ່ພາຍໃນປະເທດ ບໍ່ມີວຽກເຮັດງານທຳ ແລະ ຂາດໂອກາດໃນການເຂົ້າເຖິງຂໍ້ມູນຂ່າວສານທີ່ຖືກຕ້ອງ ຈະເຮັດໃຫ້ພວກເຂົາມີຄວາມສ່ຽງສູງຂຶ້ນ ຕໍ່ການຖືກຕົວະຍົວະຫລອກລວງ ໃຫ້ເຂົ້າສູ່ຂະບວນການຄ້າມະນຸດ ແລະ ສະແຫວງຫາຜົນປະໂຫຍດ.

ພາບປະກອບເທົ່ານັ້ນ

ທ່ານ ອິນປອນ ນະຄອນສີ ກ່າວຕື່ມວ່າ: ເພື່ອຫຼຸດຜ່ອນບັນຫາດັ່ງກ່າວນີ້ ບັນດາສື່ມວນຊົນ, ບັນ ນາທິການ ແລະ ນັກຂ່າວ ແມ່ນມີບົດບາດສຳຄັນ, ເປັນກະບອກສຽງໃຫ້ພັກ-ລັດ ໃນການໂຄສະນາໃຫ້ຄວາມຮູ້, ຮຽກຮ້ອງໃຫ້ ປະຊາຊົນມີສ່ວນຮ່ວມ ໃນການປ້ອງກັນ ແລະ ປົກປ້ອງຜູ້ທີ່ມີຄວາມສ່ຽງ ເພື່ອໄວໜຸ່ມລາວ ມີຄວາມຮູ້, ຮູ້ທັນຂະບວນການ ແລະ ຮູບແບບຂອງການຄ້າມະນຸດ. ສິ່ງສຳຄັນບັນດາສື່ມວນຊົນຕ້ອງມີສ່ວນຮ່ວມ ໃນການໂຄສະນາສົ່ງເສີມການມີສ່ວນຮ່ວມຈາກສັງຄົມ ໃນການປ້ອງກັນ, ລາຍງານກໍລະນີສ່ຽງ ແລະ ຊ່ວຍເຫລືອຜູ້ທີ່ມີຄວາມສ່ຽງໃຫ້ທັນເວລາ ເພື່ອໂຄສະນາປູກຈິດສຳນຶກ, ເພີ່ມທະວີການຮ່ວມມື ແລະ ເຮັດວຽກຮ່ວມກັນ ກ່ຽວກັບຄວາມພະຍາຍາມໃນການສະກັດກັ້ນ ແລະ ຕ້ານການຄ້າມະນຸດ ໃນ ສປປ ລາວ.

ແຫຼ່ງຂໍ້ມູນ:​ຂປລ

Comments