ເຜີຍແຜ່ຄວາມຮູ້ ໃນການສົ່ງເສີມສຸຂະພາບຂອງແມ່ ແລະ ເດັກ ໃຫ້ແກ່ແມ່ຍິງຖືພາ ແລະ ແມ່ຫລັງເກີດລູກ…

ອົງການສະຫະປະຊາຊາດເພື່ອປະຊາກອນ ຮ່ວມກັບ ກົມການສຶກສາ ສາທາລະນະສຸກ ກະຊວງສາທາລະນະສຸກ ໄດ້ຈັດກິດຈະກຳ ການບໍລິການສຸຂະພາບຂອງແມ່ ແລະ ເດັກ ໃຫ້ບັນດາແມ່ຍິງຖືພາ ແລະ ແມ່ຫລັງເກີດລູກ ໃນວັນທີ 23 ກໍລະກົດ 2020 ນີ້, ຢູ່ໂຮງໝໍແມ່ ແລະ ເດັກ ນະຄອນຫລວງວຽງຈັນ ເພື່ອເປັນການສົ່ງເສີມສຸຂະພາບຂອງແມ່ຍິງໃນໄລຍະຖືພາ, ເກີດ ແລະ ຫລັງເກີດ, ພ້ອມທັງໃຫ້ຄວາມຮູ້ແກ່ແມ່ຖືພາ, ສາມີ, ຄອບຄົວໄດ້ຮູ້ ແລະ ເຂົ້າໃຈ ກ່ຽວກັບການກັນ, ຕອບໂຕ້ ແລະ ຄວບຄຸມພະຍາດອັກເສບປອດ ທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່. ນອກຈາກນີ້, ກໍເພື່ອເປັນການແລກປ່ຽນປະສົບການຮ່ວມກັນ ລະຫວ່າງຜະດຸງຄັນ, ແມ່ຖືພາ, ຄອບຄົວ ກ່ຽວກັບການລ້ຽງລູກດ້ວຍນົມແມ່ ແລະ ໂພຊະນາການ ໃນແມ່ຍິງຖືພາ ແລະ ເພື່ອເປັນການສະເຫລີມສະຫລອງ ວັນຜະດຸງຄັນສາກົນ ກໍຄື ວັນຜະດຸງຄັນລາວ ຄົບຮອບ 10 ປີ ທີ່ຈະມາເຖິງນີ້.

ທ່ານ ດຣ. ຜາສຸກ ວົງວິຈິດ ຫົວໜ້າກົມການສຶກສາ ສາທາລະນະສຸກ ໄດ້ກ່າວວ່າ: ມື້ນີ້ເປັນມື້ທີ່ມີຄວາມໝາຍຄວາມສໍາຄັນ ທີ່ຜະດຸງຄັນ ໃນທົ່ວປະເທດໄດ້ຮ່ວມແຮງຮ່ວມໃຈ ເຕົ້າໂຮມຄວາມສາມັກຄີເປັນຈິດໜຶ່ງໃຈດຽວ ຈັດກິດຈະກໍາດັ່ງກ່າວນີ້ຂຶ້ນ ເພື່ອເປັນການສັນລະເສີນຜົນງານການເຄື່ອນໄຫວຂອງຜະດຸງ ຄັນໃນໄລຍະຜ່ານມາ. ຜະດຸງຄັນແມ່ນບຸກຄົນທີ່ສໍາຄັນ ໃນການດູແລສຸຂະພາບແມ່ ແລະ ເດັກ, ຄອບຄົວ ແລະ ຊຸມຊົນ ເພື່ອຫລຸດຜ່ອນອັດຕາການຕາຍຂອງແມ່ ແລະ ເດັກ ໃຫ້ຫຼຸດຕໍ່າລົງ, ເຊິ່ງໃນໄລຍະຜ່ານມາຕົວເລກອັດຕາການຕາຍຂອງແມ່ຢູ່ປະເທດເຮົາ ແມ່ນຍັງສູງທີ່ສຸດ ຖ້າທຽບໃສ່ອາຊີຕາເວັນອອກສ່ຽງໃຕ້, ອັດຕາການຕາຍຂອງແມ່ ສາເຫດຫລັກແມ່ນການຕົກເລືອດຫລັງເກີດ, ຮອງລົງມາແມ່ນເລືອດອອກໃນໄລຍະຖືພາ, ພາວະຊັກກະຕຸກ, ການຕິດເຊື້ອຫລັງເກີດ ແລະ ການຫລຸລູກ ເປັນຕົ້ນ.

ທ່ານ ດຣ. ຜາສຸກ ວົງວິຈິດ ກ່າວຕື່ມວ່າ: ເພື່ອຫລຸດຜ່ອນບັນຫາດັ່ງກ່າວ ເຮົາຜະດຸງຄັນຕ້ອງເນັ້ນໃສ່ການກວດ ແລະ ກັ່ນຕອງສຸຂະພາບຂອງແມ່ໃນໄລຍະຖືພາ, ເກີດລູກ ແລະ ຫລັງເກີດ ຖ້າຫາກມີການກັ່ນຕອງທີ່ດີແຕ່ເລີ່ມຕົ້ນ ຈະເຮັດໃຫ້ປ້ອງກັນການເກີດພາວະແຊກຊ້ອນຕໍ່ແມ່ ແລະ ເດັກ. ພ້ອມກັນນີ້, ທາງຄະນະບໍລິຫານ ຂອງຜະດຸງຄັນທົ່ວປະເທດ ໄດ້ເອົາໃຈໃສ່ສຸມທຸກກໍາລັງແຮງ ເຂົ້າໃນການໃຫ້ບໍລິການສຸຂະພາບແມ່ຍິງຖືພາ, ເກີດລູກ, ຫລັງເກີດລູກ, ເດັກເກີດໃໝ່, ເດັກນ້ອຍ ແລະ ຍິງໄວຈະເລີນພັນ ເພື່ອຊ່ວຍຫລຸດຜ່ອນອັດຕາການຕາຍຂອງແມ່ ແລະ ເດັກ ໃນ ສປປ ລາວ.

ແຫຼ່ງຂໍ້ມູນ: ຂປລ

Comments