ຮອງນາຍົກ ຕ້ອນຮັບກອງເລຂາ ສປຊ ຕ້ານຢາເສບຕິດ ແລະ ອາຊະຍາກໍາ

ໃນວັນທີ 24 ຕຸລາ 2018 ທີ່ຜ່ານມາ, ທ່ານ ປອ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາ ສູນກາງພັກ ແລະ ອົງການກວດກາລັດຖະບານ, ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ທັນຢາ ຊານຕຸຊີ ກອງເລຂາກົນໄກ ທົບທວນຂອງອົງການສະຫະປະຊາຊາດ ເພື່ອຕ້ານຢາເສບຕິດ ແລະ ອາຊະຍາກໍາ (UNODC) ພ້ອມຄະນະ ແລະ ຊ່ຽວຊານຈາກປະເທດໄຊປລັດ ແລະ ປາກິສະຖານ. ໃນໂອກາດທີ່ເດີນທາງມາ ຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມ ປຶກສາຫາລືກ່ຽວກັບ ການຈັດຕັ້ງປະຕິບັດ ສົນທິສັນຍາສະຫະປະຊາຊາດ ວ່າດ້ວຍ ການຕ້ານການສໍ້ລາດບັງຫຼວງ ພາກທີ II ການປ້ອງກັນ ແລະ ພາກທີ V ການເກັບກູ້ຊັບສິນຮອບວຽນທີ 2 ຂອງ ສປປ ລາວໃນລະຫວ່າງວັນທີ 22-24 ຕຸລາ 2018 ທີ່ນະຄອນຫຼວງວຽງຈັນ.

ທ່ານ ນາງ ທັນຍາ ຊານຕຸຊີ ໄດ້ລາຍງານການເຄື່ອນໄຫວຢ້ຽມຢາມ ແລະ ເຂົ້າຮ່ວມກອງ ປະຊຸມປຶກາສາຫາລືຄັ້ງນີ້ ໃຫ້ທ່ານຮອງນາຍົກລັດຖະມົນຕີຊາບແລະ ສະແດງຄວາມຊົມເຊີຍຕໍ່ ສປປ ລາວ ທີ່ເອົາໃຈໃສ່ຈັດຕັ້ງປະຕິບັດສົນທິສັນຍາ ຂອງອົງການສະຫະປະຊາຊາດ ວ່າດ້ວຍ ການຕ້ານການສໍ້ລາດບັງຫຼວງຢ່າງຕັ້ງໜ້າ ແລະ ມີໝາກຜົນໃນໄລຍະຜ່ານມາ.

ໃນໂອກາດນີ້ທ່ານ ປອ ບຸນທອງ ຈິດມະນີ ກໍໄດ້ສະແດງຄວາມຊົມເຊີຍ ແລະ ຂອບ ໃຈຕໍ່ ຄະນະກອງເລຂາກົນໄກ ທົບທວນຂອງອົງການສະຫະປະຊາຊາດ ເພື່ອຕ້ານຢາເສບຕິດ ແລະ ອາຊະຍາກໍາ ທີ່ໄດ້ມາເຄື່ອນໄຫວຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມ ກ່ຽວກັບການຈັດຕັ້ງປະຕິບັດ ສົນທິສັນຍາ ສະຫະປະຊາຊາດ ວ່າດ້ວຍການຕ້ານ ການສໍ້ລາດບັງຫຼວງ ຢູ່ສປປ ລາວ. ທັງນີ້ ກໍເພື່ອເປັນການທົບທວນຄືນ ວຽກງານການ ປະຕິບັດວຽກງານການຕ້ານການສໍ້ລາດບັງຫຼວງຂອງລາວ ທັງເປັນການຊຸກຍູ້ສົ່ງເສີມເຮັດໃຫ້ ການປະຕິບັດສົນທິສັນຍາ ດັ່ງກ່າວ ໃຫ້ນັບມື້ນັບມີໝາກຜົນຕື່ມອີກ.

ຂ່າວ-ພາບ: ແສງເພັດ ແຊ່ຈ່າວ

 

Comments