ສະພາແຫ່ງຊາດຫວຽດນາມ ລົງມະຕິເປັນເອກະສັນຮັບຮອງເອົາການແຕ່ງຕັ້ງປະທານປະເທດຄົນໃໝ່

ສຳນັກຂ່າວສານຫວຽດນາມ ລາຍງານໃນວັນທີ 23 ຕຸລາ 2018 ວ່າ: ກອງປະຊຸມສະພາແຫ່ງຊາດຫວຽດນາມ ໄດ້ລົງມະຕິເປັນເອກະສັນ ດ້ວຍຄະແນນສຽງ 99,8 % ຮັບຮອງເອົາ ການແຕ່ງຕັ້ງ

ທ່ານ   ຫງວຽນ ຟູ ຈ໋ອງ (Nguyen Phu Trong) ກຳມະການກົມການເມືອງສູນກາງພັກ, ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ດຳລົງຕຳແໜ່ງປະທານປະເທດຄົນໃໝ່, ພາຍຫຼັງທີ່ທ່ານ ເຈິນ ດ໋າຍ ກວາງ ເຖິງແກ່ມໍລະນະກຳ ໃນວັນທີ 21 ກັນຍາ ຜ່ານມາ.

 

 

ຂໍ້ມູນຈາກ:ຂປລ.

Comments