ປະທານປະເທດ ຕ້ອນຮັບທູດ ສປ ຈີນ ເຂົ້າຍື່ນສານຕາຕັ້ງ

ໃນວັນທີ 1 ພະຈິກ 2018 ທີ່ທຳນຽບປະທານປະເທດ, ທ່ານ ບຸນຍັງ ວໍລະຈິດ ປະ ທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງ ທ່ານ ຈ່ຽງ ຈ້າຍ ຕົ່ງ (Jiang Zaidong) ເພື່ອດຳລົງຕຳແໜ່ງ ເປັນເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາຊົນຈີນ ຄົນໃໝ່ ປະຈຳ ສປປ ລາວ, ໂດຍມີສຳນັກງານການທູດຕັ້ງຢູ່ນະ ຄອນຫຼວງວຽງຈັນ. ກ່ອນມາປະຕິບັດໜ້າທີ່ການທູດຢູ່ລາວ, ທ່ານ ຈ່ຽງ ຈ້າຍ ຕົ່ງ ດໍາລົງຕໍາແໜ່ງເປັນຮອງຫົວໜ້າກົມອາຊີ ກະຊວງການຕ່າງປະເທດ ແຫ່ງ ສປ ຈີນ.


ສປປ ລາວ ແລະ ສປ ຈີນ ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 25 ເມສາ 1961 ແລະ ເປັນປະເທດບ້ານໃກ້ເຮືອນຄຽງ ທີ່ມີພູຜາປ່າໄມ້ ແລະ ແມ່ນ້ຳລຳເຊຕິດຈອດກັນ, ປະຊາຊົນສອງຊາດ ລາວ-ຈີນ ມີມູນເຊື້ອໄປມາຫາສູ່ກັນ ແລະ ຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນມາແຕ່ບູຮານນະການ.
ສຳລັບສາຍພົວພັນ ລາວ-ຈີນ, ປະມຸກລັດຂອງສອງປະເທດໄດ້ຜັດປ່ຽນຢ້ຽມຢາມເຊິ່ງກັນ ແລະ ກັນ. ການນໍາສູງສຸດຂອງສອງປະເທດ ຍາມໃດກໍເອົາໃຈໃສ່ສາຍພົວພັນໃນລະດັບຍຸດທະສາດ, ຖືຄວາມສໍາຄັນແກ່ສອງປະເທດ ເຊື່ອມໂຍງຍຸດທະສາດດ້ານການພັດທະນາ ແລະ ໄດ້ບັນລຸຄວາມເຫັນເອກະພາບອັນສໍາຄັນໃນການລົງເລິກ ສາຍພົວພັນຄູ່ຮ່ວມຍຸດທະສາດຮອບດ້ານລະຫວ່າງ ສອງປະເທດ, ເສີມສ້າງຄູ່ຮ່ວມຊາຕາກໍາທີ່ມີຄວາມໝາຍຍຸດທະສາດຮ່ວມກັນ ແລະ ປັດຈຸບັນ ສາຍພົວພັນຈີນ-ລາວໄດ້ກ້າວເຂົ້າສູ່ໄລຍະດີທີ່ສຸດໃນປະຫວັດສາດ.
ປັດຈຸບັນ, ປະເທດຈີນໄດ້ກາຍເປັນປະເທດລົງທຶນຫຼາຍທີ່ສຸດ ແລະ ຄູ່ການຄ້າອັນດັບທີ່ສອງຕໍ່ປະເທດລາວ. ໃນ 6 ເດືອນຕົ້ນປີ 2018, ປະລິມານການຄ້າຂາເຂົ້າ-ສົ່ງອອກ ລະຫວ່າງ ລາວ-ຈີນ ໄດ້ບັນລຸ 1,7 ຕື້ໂດລາສະຫະລັດ, ປະລິມານການລົງທຶນໂດຍກົງຈາກຈີນ ຕໍ່ລາວໄດ້ບັນລຸ 790 ລ້ານໂດລາສະຫະລັດ. ໃນປີ 2017 ໄດ້ມີນັກທ່ອງທ່ຽວຈີນ ທີ່ມາທ່ຽວຢູ່ລາວ ເກືອບ 7,6 ແສນເທື່ອຄົນ ແລະ ໃນໄຕມາດທີ 1 ປີນີ້, ນັກທ່ອງທ່ຽວຈີນ ໄດ້ເຂົ້າມາລາວຫຼາຍກ່ວາ 2,2 ແສນເທື່ອຄົນ, ທຽບໃສ່ໄລຍະດຽວກັນເພີ່ມຂຶ້ນ 32%.
ໃນໂອກາດນີ້, ທ່ານປະທານປະເທດ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ ທ່ານ ຈ່ຽງ ຈ້າຍ ຕົ່ງ ທີ່ໄດ້ຖືກແຕ່ງຕັ້ງມາດໍາລົງຕໍາແໜ່ງ ເປັນເອກອັກຄະລັດຖະທູດ ປະຈໍາ ສປປ ລາວ, ພອ້ມທັງໄດ້ແຈ້ງສະພາບການພັດທະນາຂອງລາວ ໃຫ້ທ່ານທູດໄດ້ຮັບຊາບ ແລະ ຫວັງວ່າຕະຫຼອດໄລຍະ ຂອງການປະຕິບັດໜ້າທີ່ການທູດຢູ່ລາວ ຈະປະກອບສ່ວນເສີມຂະຫຍາຍ ແລະ ຮັດແໜ້ນສາຍພົວພັນການທູດ ກໍຄື ການຮ່ວມມືດ້ານຕ່າງໆ ຂອງສອງປະເທດໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.

ທີ່ມາ: ຂ່າວສານປະເທດລາວ.

Comments