ຮອງລັດຖະມົນຕີ ຖວທ ຕ້ອນຮັບຊ່ຽວຊານ ICOMOS

ໃນວັນທີ 30 ຕຸລາ 2018, ທ່ານ ບົວເງິນ ຊາພູວົງ ຮອງລັດຖະມົນຕີ ກະຊວງຖະ ແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ໄດ້ໃຫ້ກຽດຕ້ອນຮັບ ທ່ານ ຄຣິສໂຕເຟີ ຄລາວ ໂຈເຊບ ຊ່ຽວຊານ ICOMOS ຈາກອົງການອຸຍເນັດສໂກ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກໃນລະຫວ່າງວັນທີ 20-30 ຕຸລາ 2018 ເພື່ອການປະເມີນໄຫຫີນ ແຂວງຊຽງຂວາງ ໃນການຮັບຮອງເຂົ້າເປັນມໍລະດົກໂລກ.

ໃນໂອກາດດັ່ງກ່າວ, ທ່ານ ບົວເງິນ ຊາພູວົງ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງ ຕໍ່ ທ່ານ ຄຣິສໂຕເຟີ ຄລາວ ໂຈເຊບ ທີ່ໄດ້ເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນອັນສໍາຄັນ ເຂົ້າໃນການເສີມຂະຫຍາຍສາຍພົວ ພັນມິດຕະພາບ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສປປ ລາວ ແລະ ອົງການອຸຍເນັດສໂກ ໃຫ້ໄດ້ຮັບການພັດທະນາ ແລະ ແຕກດອກອອກຜົນງອກງາມຍິ່ງໆຂຶ້ນ.

ພ້ອມສະແດງຄວາມຂອບໃຈ ຕໍ່ອົງການອຸຍເນັດສໂກ ທີ່ໄດ້ໃຫ້ການຊ່ວຍເຫຼືອ ແລະ ສະໝັບສະໝູນແກ່ ສປປ ລາວ ຕະຫຼອດມາ ໂດຍສະເພາະ ທ່ານ ຄຣິສໂຕເຟີ ຄລາວ ໂຈເຊບ ທີ່ໄດ້ປະກອບສ່ວນຢ່າງຕັ້ງໜ້າ ໃນການປະຕິບັດໜ້າທີ່ດຳເນີນການປະເມີນຜົນ ຕໍ່ແຫຼ່ງໄຫຫີນແຂວງຊຽງຂວາງ ໃນການຮັບຮອງເຂົ້າເປັນມໍລະດົກໂລກ.

ຂໍ້ມູນຈາກ:ຂປລ.

Comments