ຄະນະກຳມະການ ກວດກາສູນກາງພັກ ກອມມູນິດຫວຽດນາມ ຢ້ຽມຢາມລາວ

ວັນທີ 31 ຕຸລາ 2018, ສະຫາຍ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ເຈິນເກີ້ມຕູ້ ເລຂາທິການສູນກາງພັກ, ປະທານຄະນະກຳມະການກວດກາສູນກາງພັກກອມມູນິດຫວຽດນາມ ພ້ອມຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ແຕ່ວັນທີ 30 ຕຸລາ ເຖິງ 1 ພະຈິກ 2018.

ສະຫາຍ ບຸນຍັງ ວໍລະຈິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ ສະຫາຍ ເຈິນເກີ້ມຕູ້ ທີ່ໄດ້ນຳພາຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້, ພ້ອມນີ້, ສະຫາຍ ເລຂາທິການໃຫຍ່ ຍັງໄດ້ຕີລາຄາສູງຕໍ່ຜົນການພົບປະສອງຝ່າຍ ກັບ ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາລັດຖະບານ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫຼວງຂັ້ນສູນກາງ ກ່ຽວກັບ ໝາກຜົນການຮ່ວມມືຂອງສອງຝ່າຍໃນໄລຍະຜ່ານມາ ບົນພື້ນຖານການຜັນຂະຫຍາຍບົດບັນທຶກການຮ່ວມມື ລະຫວ່າງ ສອງຄະນະກວດກາສູນກາງພັກ ລາວ-ຫວຽດນາມ.

 

ຂ່າວແຈ້ງໃຫ້ຮູ້ຕື່ມວ່າ ໃນວັນດຽວກັນນີ້ ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ, ເລຂາທິການສູນກາງພັກ, ຮອງນາຍົກລັດຖະມົນຕີ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາລັດຖະບານ ແລະ ຫົວໜ້າອົງການຕ້ານການສໍ້ລາດບັງຫລວງຂັ້ນສູນກາງ, ພ້ອມຄະນະ ໄດ້ພົບປະແລກປ່ຽນບົດຮຽນ ກັບ ສະຫາຍ ເຈິນເກີ້ມຕູ້ ເລຂາທິການສູນກາງພັກ, ປະທານຄະນະກຳມະການກວດກາສູນກາງພັກກອມມູນິດຫວຽດນາມ ພ້ອມຄະນະ.

ການພົບປະແລກປ່ຽນບົດຮຽນຄັ້ງນີ້, ທັງສອງຝ່າຍໄດ້ຜັດປ່ຽນກັນ ແຈ້ງສະພາບການຈັດຕັ້ງປະຕິບັດວຽກງານຕິດຕາມ-ກວດກາພັກ; ວຽກງານກວດກາລັດ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ; ຄວາມຫຍຸ້ງຍາກໃນການຈັດຕັ້ງປະຕິບັດວຽກງານກວດກາ ແລະ ວຽກງານຈຸດສຸມໃນຕໍ່ໜ້າ ຈະປະຕິບັດບົດບັນທຶກການຮ່ວມມືໄລຍະ 2016-2021 ລະຫວ່າງສອງອົງການກວດກາ ທີ່ໄດ້ເຊັນຮ່ວມກັນໃນວັນທີ 24 ພຶດສະພາ 2016, ສືບຕໍ່ແລກປ່ຽນຄະນະຜູ້ແທນໃນຫລາຍລະດັບ ແຕ່ສູນກາງຮອດທ້ອງຖິ່ນ, ໂດຍສະເພາະແມ່ນສົ່ງເສີມໃຫ້ບັນດາແຂວງທີ່ມີຊາຍແດນຕິດຈອດກັນ ໄດ້ໄປມາຫາສູ່ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນ.

ທາງຝ່າຍລາວໄດ້ສະເໜີຝ່າຍຫວຽດນາມ ຊ່ວຍກໍ່ສ້າງພະນັກງານຂອງລາວ ກ່ຽວກັບວຽກງານກວດກາພັກ, ກວດກາລັດ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ທັງໄລຍະສັ້ນ ແລະ ໄລຍະຍາວໃນ ປີ 2019 ແລະ ຕໍ່ໆໄປ.

ຂໍ້ມູນຈາກ:ຂປລ.

Comments