ທ່ານປະທານປະເທດ ຄົນໃໝ່ ເຂົ້າພິທີສາບານຕົນ

ສຳນັກຂ່າວສານຫວຽດນາມ ລາຍງານໃນວັນທີ 23 ຕຸລາ 2018 ວ່າ: ໃນກອງປະຊຸມ ຄັ້ງທີ 6 ຂອງສະພາແຫ່ງຊາດຫວຽດນາມ ທີ່ກຳລັງດຳເນີນໃນປັດຈຸບັນ ຜູ້ແທນຂອງສະພາແຫ່ງຊາດຊຸດທີ 14 ໄດ້ລົງມະຕິເປັນເອກະສັນດ້ວຍຄະແນນສຽງ 99,8 % ຮັບຮອງເອົາ ການແຕ່ງຕັ້ງ ທ່ານ   ຫງວຽນ ຟູ ຈ໋ອງ (Nguyen Phu Trong)  ເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ ດຳລົງຕຳແໜ່ງປະທານປະເທດຄົນໃໝ່ ສຳລັບວາລະ ປີ 2016-2021.

ພາຍຫຼັງທີ່ມີການປະກາດຜົນການລົງຄະແນນເລືອກ ປະທານປະເທດຫວຽດນາມຄົນໃຫມ່ ໃນຕອນບ່າຍ ທ່ານປະທານປະເທດຄົນໃໝ່ ກໍໄດ້ເຂົ້າພິທີສາບານຕົນຢູ່ຫໍສະພາແຫ່ງຊາດ ສັນຍາວ່າຈະຊື່ສັດຕໍ່ປະເທດຊາດ, ປະຊາຊົນ ແລະ ລັດຖະທຳມະນູນ ຂອງສາທາລະນະລັດ ສັງຄົມນິຍົມຫວຽດນາມ ແລະ ໃຊ້ທຸກຄວາມພະຍາຍາມເພື່ອເຮັດສຳເລັດທຸກພາລະກິດທີ່ໄດ້ຮັບມອບໝາຍ.

ຂໍ້ມູນຈາກ:ຂປລ.

Comments