“ຢຶດຖືເອົາວັດທະນະທຳປ້ອງກັນເຫດ ເພື່ອເຮັດໃຫ້ເອກະລັກ ອາຊຽນມີຄວາມອຸດົມຮັ່ງມີ”

ກອງປະຊຸມລັດຖະມົນຕີ  ຮັບຜິດຊອບວຽກງານວັດທະນະທຳ  ແລະ ສິລະປະອາຊຽນ ຄັ້ງທີ 8 ຈັດຂຶ້ນໃນວັນທີ 24 ຕຸລາ 2018 ທີ່ ເມືອງຢອກຢາກາຕາ, ປະເທດອິນໂດເນເຊຍ  ພາຍໃຕ້ຫົວຂໍ້: “ຢຶດຖືເອົາວັດທະນະທຳປ້ອງກັນເຫດ ເພື່ອເຮັດໃຫ້ ເອກະລັກອາຊຽນມີຄວາມ ອຸດົມຮັ່ງມີ” ພາຍໃຕ້ການເປັນປະທານຂອງ ທ່ານ Muhadjir Effendy, ລັດຖະມົນຕີກະຊວງສຶກສາທິການ  ແລະ  ວັດທະນະທຳ ອິນໂດເນຍເຊຍ ໂດຍມີບັນດາທ່ານລັດຖະມົນຕີ, ຮອງລັດຖະມົນຕີ, ເຈົ້າຫນ້າທີ່ອາວຸໂສ  ແລະ ບັນດາຜູ້ແທນຈາກພາກສ່ວນວັດທະນະທຳ ແລະ ສິລະປະ ຈາກບັນດາປະເທດສະມາຊິກອາຊຽນ ແລະ ທ່ານເລຂາທິການໃຫຍ່ອາຊຽນ ເຂົ້າຮ່ວມ.

ກອງປະຊຸມໄດ້ປຶກສາຫາລືບັນຫາຕ່າງໆ ຢ່າງກວ້າງຂວາງ ແລະ ສ້າງສັນ. ໃນນັ້ນ, ໄດ້ພິຈາລະນາຮັບຮອງເອກະສານສຳຄັນ ເຊັ່ນ:  ຖະແຫຼງການຢອກຢາກາຕາວ່າດ້ວຍການ “ຢຶດຖືເອົາວັດທະນະທຳປ້ອງກັນເຫດ  ເພື່ອເຮັດໃຫ້ເອກະລັກອາຊຽນມີຄວາມອຸດົມຮັ່ງມີ”   “Yogyakarta Declaration on Embracing the ASEAN Culture of Prevention to Enrich ASEAN Identity” ເຊິ່ງຖະແຫຼງການນີ້  ຈະໄດ້ນໍາສະເໜີໃຫ້ຜູ້ນໍາອາຊຽນຮັບຊາບ  ທີ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 33  ທີ່ຈະຈັດຂຶ້ນໃນເດືອນ ພະຈິກ 2018 ທີ່ ປະເທດ ສິງກະໂປ.

ໂອກາດເດີນທາງເຂົ້າຮ່ວມກອງປະຊຸມໃນຄັ້ງນີ້, ທ່ານ ສະຫວັນຄອນ ລາຊະມຸນຕີ ຮອງລັດຖະ ມົນຕີກະຊວງຖະແຫຼງຂ່າວ,   ວັດທະນະທຳ ແລະ ທ່ອງທ່ຽວ ໄດ້ສະເໜີຕໍ່ກອງປະຊຸມ ຄັ້ງນີ້ວ່າ:  ສປປ ລາວ  ເຫັນໄດ້ຄວາມສຳຄັນຂອງວຽກງານວັດທະນະທຳ  ແລະ ສິລະປະ ໂດຍສົ່ງເສີມໃຫ້ເຄົາລົບ,  ຮັບຮູ້ ແລະ ເຂົ້າໃຈວັດທະນະທຳ ເຊິ່ງກັນ ແລະ ກັນ ເພື່ອມິດຕະພາບ  ແລະ ການຮ່ວມມື ເຮັດໃຫ້ສັງ ຄົມມີຄວາມປອງດອງ,  ມີການພັດທະນາຍືນຍົງ  ແລະ ຈະເລີນຮຸ່ງເຮືອງ.

ທ່ານຍັງເນັ້ນຕື່ມວ່າ: ລາວເຮົາຍາມໃດ ກໍຊອກຫາທຸກວິທີທາງເພື່ອຮັກສາ  ແລະ  ພັດທະນາວັດທະນະທຳ ແລະ ຮີດຄອງປະເພນີທີ່ຫຼາກຫຼາຍ ຂອງປະຊາຊົນ ບັນດາເຜົ່າ ເພື່ອປະກອບສ່ວນ ເພີ່ມທະວີໃນການພັດທະນາວັດທະນະທຳ  ແລະ ທ່ອງທ່ຽວ, ທັງສ້າງກາລະໂອກາດ ໃຫ້ປະຊາຊົນມີວຽກເຮັດງານທຳ  ເພື່ອໃຫ້ບັນລຸເປົ້າໝາຍ ຫຼຸດພົ້ນອອກ ຈາກຄວາມທຸກຍາກ.  ພ້ອມດຽວກັນນັ້ນ,  ທ່ານຍັງໄດ້ຊຸກຍູ້ໃຫ້ມີການຮ່ວມມືດ້ານການປະກອບ  ຜະລິດຕະພັນວັດທະນະທຳ ຂະໜາດນ້ອຍ ແລະ ຂະໜາດກາງ (SMCEs).

ທ່ານ ຮອງລັດຖະມົນຕີ ກໍໄດ້ແຈ້ງຕໍ່ກອງປະຊຸມຕື່ມວ່າ:  ໃນວັນທີ 7 ທັນວາ 2017 ອົງການສະຫະປະຊາຊາດເພື່ອການສຶກສາ,  ວິທະຍາສາດ ແລະ ວັດທະນະທໍາ (UNESCO)  ໄດ້ບັນທຶກສຽງແຄນຂອງປະຊາຊົນລາວ  ເຂົ້າໃນບັນຊີມໍລະດົກນາມມະທຳ ທາງວັດທະນະທໍາ  ເຊິ່ງເປັນມໍລະດົກໂລກທຳອິດຂອງລາວ  ກ່ຽວກັບວັດທະນະທຳນາມມະທຳ.   ຄຽງຄູ່ກັນນັ້ນ, ສປປ ລາວກໍາລັງເຮັດວຽກກັບຜູ້ຊ່ຽວຊານ  ແລະ ອົງການປົກຄອງທ້ອງຖິ່ນຢ່າງໃກ້ຊິດຕິດແທດ  ໃນການສະເໜີທົ່ງໄຫຫີນຊຽງຂວາງ,   ປ່າສະຫງວນທາງທຳມະຊາດຫີນໜາມໜໍ່  ແຂວງຄຳມ່ວນ ແລະ ລຳວົງລາວ  ເຂົ້າເປັນມໍລະດົກໂລກຕື່ມອີກ ເຊິ່ງປັດຈຸບັນ ສປປ ລາວ ມີແຫຼ່ງມໍລະດົກໂລກ 2 ແຫ່ງຄື: ນະຄອນຫຼວງພະບາງ ແລະ ວັດພູຈໍາປາສັກ.

ໃນວັນດຽວກັນ, ກອງປະຊຸມລັດຖະມົນຕີຮັບຜິດຊອບວຽກງານວັດທະນະທຳ  ແລະ ສິລະປະອາຊຽນ  ກັບບັນດາປະເທດຄູ່ຮ່ວມເຈລະຈາອາຊຽນ +3  ກໍໄດ້ຮັບຮອງເອົາບັນດາ ແຜນວຽກໃນຂອບການຮ່ວມມືອາຊຽນ  +3 ເຊັ່ນ: ແຜນວຽກໃນຂອບການຮ່ວມມືວັດທະນະທຳ  ແລະ ສິລະປະອາຊຽນ-ຈີນ;  ແຜນວຽກໃນຂອບການຮ່ວມມືວັດທະນະທຳ ແລະ ສິລະປະອາຊຽນ-ຍີ່ປຸ່ນ;  ແຜນວຽກໃນຂອບການຮ່ວມມືວັດ ທະນະທໍາ  ແລະ ສິລະປະອາຊຽນ-ສ ເກົາຫລີ  ແລະ ແຜນວຽກໃນຂອບການຮ່ວມມືວັດທະນະທໍາ  ແລະ ສິລະປະອາຊຽນ +3 ແຕ່ປີ 2019-2021.

ໃນຫຼາຍປີຜ່ານມາ, ການຮ່ວມມືອາຊຽນ +3  ໃນດ້ານວັດທະນະທໍາ  ແລະ ສິລະປະ ໄດ້ມີການຂະຫຍາຍຕົວຫລາຍດ້ານ  ໂດຍໄດ້ຮ່ວມກັນຈັດຕັ້ງປະຕິບັດບັນດາໂຄງການ  ແລະ  ກິດຈະກຳ ທີ່ໄດ້ຮັບການສະໜັບສະໜູນ ດ້ານທຶນຮອນ  ແລະ ວິຊາການ ຈາກ ສປ ຈີນ, ຍີ່ ປຸ່ນ ແລະ ສ ເກົາຫລີ.

ຂໍ້ມູນຈາກ:ຂປລ.

Comments