ອັງກິດ ເປີດຫ້ອງການສະຖານທູດປະຈໍາອາຊຽນທີ່ຈາກາຕາ

ທ່ານ Jeremy Hunt, ລັດຖະມົນຕີ ກະຊວງການຕ່າງປະເທດ ອັງກິດ ໄດ້ປະກາດກ່ຽວກັບແຜນຂອງອັງກິດທີ່ເປີດຫ້ອງການສະຖານທູດ ປະຈໍາອາຊຽນແຫ່ງໃໝ່ ເມື່ອບໍ່ດົນຜ່ານມານີ້. ທ່ານລັດຖະມົນຕີ ໄດ້ເນັ້ນກ່ຽວກັບສັນຍານທີ່ເຂັ້ມແຂງໃນການເປັນຄູ່ຮ່ວມທີ່ເຕັມໄປດ້ວຍຄວາມຝັນກັບອາຊຽນ, ເຊິ່ງໄດ້ຮັບການສ້າງຕັ້ງຂື້ນບົນພື້ນຖານການແລກປ່ຽນທາງດ້ານຜົນປະໂຫຍດ ແລະ ເປົ້າໝາຍຮ່ວມກັນ ເປັນຕົ້ນແມ່ນຂະແໜງຄວາມໝັ້ນຄົງ, ການຄ້າ ແລະ ຄວາມອຸດົມຮັ່ງມີ.

ຫ້ອງການສະຖານທູດໃໝ່ນີ້ແມ່ນຈະໄດ້ຮັບການນໍາພາໂດຍເອກອັັກຄະລັດຖະທູດຜູ້ມີອໍານາດເຕັມແຫ່ງ ຣາຊະອານາຈັກອັງກິດ ແລະ ອຽກລັງເໜືອຄົນໃໝ່ປະຈໍາອາຊຽນ ແລະ ຈະຕັ້ງຢູ່ສະຖານທູດອັງກິດທີ່ນະຄອນຫຼວງຈາກາຕ້າ, ປະເທດອິນໂດເນເຊຍ. ທ່ານທູດຄົນໃໝ່ ແລະ ທີມງານຈະເຮັດວຽກຢ່າງໃກ້ຊິດກັບເລຂາທິການອາຊຽນ ແລະ 10 ປະເທດສະມາຊິກອາຊຽນໃນການສ້າງຄູ່ຮ່ວມລະຫ່ວາງອັງກິດ ແລະ ອາຊຽນ. ອັງກິດ ແມ່ນເປັນປະເທດສົ່ງອອກຫຼັກຂອງອາຊຽນ ແລະ ເປັນທີ່ຕັ້ງຂອງບັນດາສະຖາບັນການເງິນຊັ້ນນໍາຂອງໂລກ ແລະ ການບໍລິການດ້ານອາຊີບຕ່າງໆ ທີ່ສາມາດຕອບສະໜອງດ້ານຄວາມຕ້ອງການດ້ານການເງິນຂອງອາຊຽນ.

ທ່ານ Hugh Evans, ເອກອັັກຄະລັດຖະທູດຜູ້ມີອໍານາດເຕັມແຫ່ງ ຣາຊະອານາຈັກອັງກິດ ແລະ ອຽກລັງເໜືອໄດ້ເນັ້ນວ່າ: “ ການປະກາດດັ່ງກ່າວນີ້ແມ່ນເປັນຂີດໝາຍທີ່ສໍາຄັນດ້ານນະໂຍບາຍຂອງອັງກິດທີ່ມີຕໍ່ ທຸກໆປະເທດສະມາຊິກອາຊຽນ  ເຊິ່ງໄດ້ຮັບການເຕີບໃຫ່ຍຂະຫຍາຍຕົວເທື່ອລະກ້າວໃນຊຸມປີທີ່ຜ່ານມາ.

        

ສາຍພົວພັນ ລະຫ່ວາງ ອັງກິດ ແລະ ສປປ ລາວ ໄດ້ສະແດງໃຫ້ເຫັນເຖິງການເປັນຄູ່ຮ່ວມທີ່ສໍາຄັນ ແລະ ຂະຫຍາຍຕົວລະຫ່ວາງ ອັງກິດ-ອາຊຽນ. ໂດຍສະເພາະ, ແມ່ນເປັນການເພີ່ມທະວີສາຍພົວພັນທາງດ້ານສະຖາບັນຂອງອັງກິດກັບອາຊຽນເຊິ່ງເປັນການເອື້ອອໍານວຍໃຫ້ແກ່ການເສີມຂະຫຍາຍສາຍພົວພັນສອງຝ່າຍກັບ ສປປ ລາວ.

ນອກນັ້ນ, ຍັງເປັນການເສີມຂະຫຍາຍສາຍພົວພັນຮອບດ້ານກັບ ສປປ ລາວ – ເຊິ່ງເປັນປະເທດສະມາຊິກອາຊຽນທີ່ສໍາຄັນພາຍຫຼັງທີ່ໄດ້ມີການເປີດຫ້ອງການສະຖານທູດອັງກິດຄືນໃນປີ 2012 ເຊິ່ງເປັນການປູພື້ນຖານດ້ານການຮ່ວມມືເພີ່ມເຕີມກັບອາຊຽນໂດຍລວມ. ”

ຂ້ມູນຈາກ: ສະຖານທູດອັງກິດ ປະຈໍາ ສປປ ລາວ.

Comments