ຮອງນາຍົກ ເນັ້ນນຳໃຊ້ທ່າແຮງຂອງແຂວງ ເພື່ອສ້າງເສດຖະກິດ ໂດຍສະເພາະແມ່ນໃບຊາ.

ໃນຕອນເຊົ້າ ຂອງວັນທີ 8 ພະຈິກ 2018 ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ໃຫ້ກຽດພົບປະໂອ້ລົມ ຕໍ່ພະນັກງານການນຳຫຼັກແຫຼ່ງ ຂອງແຂວງຜົ້ງສາລີ ຢູ່ທີ່ຫ້ອງວ່າການປົກຄອງແຂວງດັ່ງກ່າວ.

ໃນໂອກາດນີ້, ທ່ານໄດ້ຮັບຟັງລາຍງານ ສະພາບການພັດທະນາເສດຖະກິດ-ສັງຄົມ ຂອງແຂວງ ປະຈຳປີ 2018 ຊຶ່ງເຫັນວ່າ: ທົ່ວແຂວງ ສືບຕໍ່ມີຄວາມສະຫງົບທາງດ້ານການເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ເສດຖະກິດ ຂະຫຍາຍຕົວຢ່າງຕໍ່ເນື່ອງ ໃນລະດັບ 7,81%, ການປະຕິບັດແຜນເກັບລາຍຮັບ ໄລຍະ 10 ເດືອນ ໄດ້ 329,86 ຕື້ກີບ ເທົ່າກັບ 87% ຂອງແຜນການປີ, ສ່ວນແຜນລາຍຈ່າຍ ປະຕິບັດໄດ້ 273,58 ຕື້ກີບ ຂອງແຜນການປີ ເທົ່າກັບ 75,77%. ປັດຈຸບັນ, ທົ່ວແຂວງ ມີບ້ານພັດທະນາ ກວມ 16%, ຄອບຄົວພັດທະນາ ກວມ 33%, ບ້ານທຸກຍາກ ຍັງກວມ 70%, ຄອບຄົວທຸກຍາກ ຍັງກວມ 26%, ຄົນທຸກຍາກ ຍັງກວມ 24% ຂອງຈຳນວນທັງໝົດໃນທົ່ວແຂວງ, ບ້ານທີ່ມີເສັ້ນທາງເຂົ້າເຖິງ ແລະ ທຽວໄດ້ສອງລະດູ ກວມ 61%, ອັດຕາການຊົມໃຊ້ໄຟຟ້າ ໃນລະດັບບ້ານ ແລະ ລະດັບຄອບຄົວ ກວມ 63%, ອັດຕາການລອດເຫຼືອ ຂອງນັກຮຽນຊັ້ນປະຖົມ ກວມ 83%, ອັດຕາການຮູ້ໜັງສື ໃນເກນອາຍຸ 15-30 ປີ ກວມ 98%, ອັດຕາການຊົມໃຊ້ນໍ້າສະອາດ ກວມ 84%, ອັດຕາການຊົມໃຊ້ວິດຖ່າຍ ກວມ 51%.

ໃນໂອກາດດຽວກັນ, ທ່ານ ສອນໄຊ ສີພັນດອນ ໄດ້ໃຫ້ກຽດພົບປະໂອ້ລົມ ຕໍ່ການນຳຫຼັກແຫຼ່ງຂອງແຂວງ ໂດຍໄດ້ກ່າວຍ້ອງຍໍຊົມເຊີຍ ຕໍ່ຜົນສຳເລັດ ທີ່ຄະນະພັກ-ຄະນະນຳ ແຕ່ລະຂັ້ນ ແລະ ປະຊາຊົນຊາວແຂວງຜົ້ງສາລີ ສາມາດປະຕິບັດໄດ້ ໃນໄລຍະຜ່ານມາ ພ້ອມທັງ ຍົກໃຫ້ເຫັນຜົນສຳເລັດອັນພົ້ນເດັ່ນ ໃນການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ສະພາບການຂອງພາກພື້ນ ແລະ ສາກົນ, ຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ ຕໍ່ການພັດທະນາວຽກງານດ້ານຕ່າງໆ.

ທ່ານຮອງນາຍົກ ໄດ້ເນັ້ນໜັກໃຫ້ການນຳຫຼັກແຫຼ່ງຂອງແຂວງ ເອົາໃຈໃສ່ຕື່ມບາງດ້ານ ເປັນຕົ້ນ: ການຊ່ວຍເຫຼືອປະຊາຊົນ ທີ່ໄດ້ຮັບຜົນກະທົບຈາກໄພພິບັດທຳມະຊາດ ໃນໄລຍະຜ່ານມາ ໂດຍສະເພາະ ການປະຕິບັດນະໂຍບາຍ ທີ່ເໝາະສົມ, ການສະໜອງແນວພັນ ໃຫ້ພຽງພໍ…; ສືບຕໍ່ເອົາໃຈໃສ່ການເກັບລາຍຮັບເຂົ້າງົບປະມານ ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້; ສືບຕໍ່ຕ້ານ ແລະ ສະກັດກັ້ນ ປະກົດການຫຍໍ້ທໍ້ຕ່າງໆ ໂດຍສະເພາະ ບັນຫາຢາເສບຕິດ, ຫາງສຽງບໍ່ດີ ຜ່ານສື່ສັງຄົມອອນໄລ໌, ຂີ້ລັກງັດແງະ, ການລັກລອບຄ້າຂາຍເຖື່ອນ ແລະ ອື່ນໆ.

ພ້ອມກັນປັບປຸງ ຂອດບໍລິການ ແລະ ຊຸກຍູ້ສົ່ງເສີມການລົງທຶນ, ການທ່ອງທ່ຽວ ໃຫ້ມີຄວາມສະດວກ, ວ່ອງໄວ ແລະ ແກ້ໄຂໄດ້ ບັນດາສິ່ງກີດຂວາງ; ສ້າງເງື່ອນໄຂ ໃຫ້ຜູ້ປະກອບການ ສາມາດເຂົ້າເຖິງແຫຼ່ງທຶນ ແລະ ຕະຫຼາດ ຫຼາຍຂຶ້ນ; ປະຕິບັດ ວິໄນແຜນການ-ການເງິນ ຢ່າງເຂັ້ມງວດ, ໂປ່ງໃສ ແລະ ມີປະສິດທິຜົນ; ສືບຕໍ່ຊຸກຍູ້ສົ່ງເສີມ ແລະ ນຳໃຊ້ທ່າແຮງຂອງແຂວງ ເພື່ອສ້າງເສດຖະກິດ ແລະ ຜະລິດເປັນສິນຄ້າໃຫ້ຫຼາຍ ໂດຍສະເພາະ ໃບຊາ, ໝາກແໜ່ງ ແລະ ອື່ນໆ ລວມທັງ ການປຸກພືດລະດູແລ້ງ ເພື່ອທົດແທນຜົນເສຍຫາຍ ຈາກໄພພິບັດ.

ເອົາໃຈໃສ່ ຕິດຕາມ, ກວດກາ ແລະ ຈັດຕັ້ງປະຕິບັດບັນດານິຕິກຳ ທີ່ສຳຄັນຂອງລັດຖະບານ ເປັນຕົ້ນ: ຄຳສັ່ງເລກທີ 15/ນຍ, ຄຳສັ່ງເລກທີ 12/ນຍ, ຄຳສັ່ງເລກທີ 34/ນຍ, ຄຳສັ່ງເລກທີ 40/ນຍ, ດຳລັດ ສະບັບເລກທີ 177/ລບ ແລະ ອື່ນໆ ໃຫ້ເຂັ້ມງວດ, ໄດ້ຮັບຜົນດີ ແລະ ມີປະສິດທິຜົນ; ສືບຕໍ່ແກ້ໄຂຄວາມທຸກຍາກ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ ໃຫ້ນັບດີຂຶ້ນເປັນກ້າວໆ.

ຂໍ້ມູນຈາກ: ສນຍ.

Comments