ລັດຖະມົນຕີກະຊວງ ຖວທ ຕ້ອນຮັບປະທານສະມາຄົມ ຊັບສິນທີ່ເປັນມໍລະດົກໂລກ ຂອງຝຣັ່ງ.

ໃນວັນທີ 7 ພະຈິກ 2018, ທ່ານ ບໍ່ແສງຄຳ ວົງດາລາ ລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງ ທ່ານ ອິວ ດົສ Yves Dauge ປະທານສະມາຄົມຊັບສິນທີ່ເປັນມໍລະດົກໂລກ ຂອງຝຣັ່ງ. ໃນໂອກາດເດີນ ທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.


ໃນໂອກາດນີ້, ທ່ານ ບໍ່ແສງຄຳ ວົງດາລາ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ ທ່ານ ອິວ ດົສ ທີ່ໄດ້ນໍາພາຄະນະມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນຄັ້ງນີ້, ເພື່ອທົບທວນຕີລາຄາວຽກງານຄຸ້ມຄອງມໍລະດົກໂລກ ຂອງ ສປປ ລາວ, ໂດຍຜ່ານການຊ່ວຍເຫຼືອ ແລະ ສະໜັບສະໜູນຈາກປະເທດຝຣັ່ງ ໃນໄລຍະຜ່ານມາ.

ໃນລະຫວ່າງການສົນທະນາ, ທັງສອງຝ່າຍໄດ້ຮ່ວມກັນປຶກ ສາຫາລືຄວາມເປັນໄປໄດ້ ໃນການລົງເລິກວຽກງານຄຸ້ມຄອງ ດ້ານມໍລະດົກ ວັດທະນະທຳ, ໂດຍສະເພາະເພື່ອການຊຸກຍູ້ວຽກງານການຄຸ້ມຄອງມໍລະດົກໂລກ ຂອງ ສປປ ລາວ ໃຫ້ມີບາດກ້າວຂະຫຍາຍຕົວ ແລະ ເຂັ້ມແຂງຍິ່ງຂຶ້ນ.

 

ຂໍ້ມູນຈາກ: ຂປລ.

Comments