ປະທານປະເທດ ຮັບສານຕາຕັ້ງຈາກທູດປະເທດເພື່ອນມິດແລະແຕ່ງຕັ້ງທູດລາວ ໄປປະຈຳຕ່າງປະເທດ.

ໃນຕອນວັນເຊົ້າທີ 6 ພະຈິກ 2018 ທີ່ທຳນຽບປະທານປະເທດ, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບທູດປະເທດເພື່ອນມິດເຂົ້າຢື່ນສານຕາຕັ້ງ ເພື່ອດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດ ຄົນໃໝ່ປະຈຳ ສປປ ລາວ ແລະ ມອບສານແຕ່ງຕັ້ງໃຫ້ທູດລາວ ໄປປະຈໍາຢູ່ປະເທດຕ່າງໆ ຕາມລຳດັບດັ່ງນີ້:

ເວລາ 8:00 ໂມງ ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງ ທ່ານ Jaime Andres Chomali Garib) ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ຊີເລ ຄົນໃໝ່ປະຈຳ ສປປ ລາວ, ໂດຍມີສຳນັກງານການທູດຕັ້ງຢູ່ ຮາໂນຍ, ສສ.ຫວຽດນາມ. ກ່ອນມາປະຕິບັດໜ້າທີ່ການທູດຢູ່ລາວ, ທ່ານ Jaime Andres Chomali Garib ດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດ ຊີເລ ປະຈຳ ສສ.ຫວຽດນາມ.

ສປປ ລາວ ແລະ ຊີເລ ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 6 ທັນວາ 1991.

ເວລາ 8:30 ໂມງ ທ່ານປະທານປະເທດ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງ ທ່ານ ຊີເວັດສເຕີ ບູສ (Szilveszter Bus) ເອກອັກຄະລັດຖະທູດ ຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ຮົງກາລີ ຄົນໃໝ່ປະຈຳ ສປປ ລາວ ໂດຍມີສຳນັກງານການທູດຕັ້ງຢູ່ບາງກອກ, ປະເທດໄທ. ກ່ອນມາປະຕິບັດໜ້າທີ່ການທູດຢູ່ລາວ, ທ່ານ ຊີເວັດສເຕີ ບູສ ດໍາລົງຕໍາແໜ່ງເປັນຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແລະ ການຄ້າ.

ສປປ ລາວ ແລະ ຮົງກາລີ ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 12 ກັນຍາ 1962.

ເວລາ 9:00 ໂມງ, ທ່ານ ປະທານປະເທດ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງ ທ່ານ ອິວານີສ ລັບຕາກີສ (Ioannis E.Raptakis) ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ເກຣັກ ຄົນໃໝ່ ປະຈຳ ສປປ ລາວ, ໂດຍມີສຳນັກງານການທູດ ຕັ້ງຢູ່ນະຄອນຫຼວງຮາໂນຍ, ສສ.ຫວຽດນາມ. ກ່ອນມາປະຕິບັດໜ້າທີ່ການທູດຢູ່ລາວ, ທ່ານ ອິວານີສ ລັບຕາກີສ ດໍາລົງຕໍາແໜ່ງເປັນຫົວໜ້າກົມການຕ່າງ ປະເທດ ແລະ ນະໂຍບາຍຄວາມໝັ້ນຄົງ ແລະ ການຮ່ວມມືດ້ານການເມືອງ ຂອງ ສະຫະພາບເອີຣົບ.

ສປປ ລາວ ແລະ ເກຣັກ ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 15 ມິຖຸນາ 1989.

ເວລາ 9:30 ໂມງ, ທ່ານ ປະທານປະເທດ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງ ທ່ານ ນາງ ຊາມິນາ ນາດສ (Samina Naz) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາຊົນ ບັງກະລາເທດ ຄົນໃໝ່ປະຈຳ ສປປ ລາວ, ໂດຍມີສໍານັກງານການທູດຕັ້ງຢູ່ ຮາໂນຍ, ສສ.ຫວຽດນາມ. ກ່ອນມາປະຕິບັດໜ້າທີ່ການທູດຢູ່ລາວ, ທ່ານ ນາງ ຊາມິນາ ນາດສ ດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາຊົນ ບັງກາລາເທດ ປະຈຳ ສສ. ຫວຽດນາມ.

ສປປ ລາວ ແລະ ບັງກະລາເທດ ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນປີ 1988.

ເວລາ 10:00 ໂມງ, ທ່ານ ປະທານປະເທດ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງ ທ່ານ ອີມາ ມູສຕາຟາ (Imad Moustapha) ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ອາຣັບ ຊີຣີ ຄົນໃໝ່ປະຈຳ ສປປ ລາວ, ໂດຍມີສໍານັກງານການທູດຕັ້ງຢູ່ນະຄອນຫຼວງ ປັກກິ່ງ ສປ ຈີນ. ກ່ອນມາປະຕິບັດໜ້າທີ່ການທູດຢູ່ລາວ, ທ່ານ ອີມາ ມູສຕາຟາ ດໍາລົງຕໍາແໜ່ງເປັນເອກອັກຄະລັດຖະທູດ ຊີຣີ ປະຈຳ ສະຫະລັດອາເມຣິກາ.

ສປປ ລາວ ແລະ ອາຣັບ ຊີຣີ ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 22 ທັນວາ 2004.

ເວລາ 10:30 ໂມງ, ທ່ານປະທານປະເທດ ໄດ້ຕ້ອນຮັບການເຂົ້າຍື່ນສານຕາຕັ້ງຂອງ ທ່ານ ດຣ ຣາມາດານີ ດາວ (Ramadhani Kitwana Dau) ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ຕັງຊານີ ຄົນໃໝ່ປະຈຳ ສປປ ລາວ ໂດຍມີສຳນັກງານການທູດຕັ້ງຢູ່ ກົວລາລໍາເປີ ປະເທດມາເລເຊຍ. ກ່ອນມາປະຕິບັດໜ້າທີ່ການທູດຢູ່ລາວ, ທ່ານ ດຣ ຣາມາດານີ ດາວ ດໍາລົງຕໍາແໜ່ງເປັນຄະນະກຳມະທິການ ສະຫະພັນກິລາເຕະບານ ຕັງຊານີ.

ສປປ ລາວ ແລະ ຕັງຊານີ ໄດ້ສ້າງຕັ້ງສາຍພົວພັນການທູດນໍາກັນ ໃນວັນທີ 15 ພຶດສະພາ 1978.

ໃນວັນດຽວກັນ, ທ່ານ ບຸນຍັງ ວໍລະຈິດ ປະທານປະເທດ ກໍໄດ້ມອບສານແຕ່ງຕັ້ງໃຫ້ ທ່ານ ສີທົງ ຈິດໂຍທິນ ເພື່ອໄປດຳລົງຕຳແໜ່ງເປັນ ເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ໂອ ຕຣິດ, ທ່ານ ພົງສະຫວັນ ສີສຸລາດ ໄປດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ຣາຊະອານາຈັກ ອັງກິດ ແລະ ທ່ານ ສົງການ ຫຼວງມຸນິນທອນ ໄປດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ຟີລິບປິນ ແລະ ທ່ານ ບຸນແນມ ຈວງຫອມ ໄປດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ແຫ່ງ ສປປ ລາວ ປະຈຳ ສາທາລະນະລັດ ອິນເດຍ.

ໂອກາດນີ້, ທ່ານ ປະທານປະເທດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ແນະນໍາຕໍ່ບັນດາທ່ານທູດທີ່ຈະໄປປະຕິບັດໜ້າທີ່ການທູດປະຈຳຢູ່ປະເທດຕ່າງໆນັ້ນ ຈົ່ງປະຕິບັດໜ້າທີ່ຢ່າງຕັ້ງໜ້າ ເພື່ອປະກອບສ່ວນ ເຂົ້າໃນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນການທູດ ກໍຄື ການຮ່ວມມືດ້ານອື່ນໆ ລະ ຫວ່າງສອງປະເທດ ໃຫ້ເກີດດອກອອກຜົນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ.

ຂໍ້ມູນຈາກ:ຂປລ.

Comments