ສປປ ລາວ ກູ້ຍືມເງິນທະນາຄານໂລກ ເພື່ອປັບປຸງທຸລະກິດ ມູນຄ່າສູງເຖິງ……..ຕື້ກີບ

ວັນ​ທີ 31 ຕຸ­ລາ 2018 ທີ່​ກະ­ຊວງ​ການ​ເງິນ ໄດ້​ມີ​ພິ­ທີ​ເຊັນ​ສັນ­ຍາ​ເງິນ​ກູ້​ຢືມ​ຈາກ​ທະ­ນາ­ຄານ​ໂລກ 10 ລ້ານ​ໂດ​ລາ​ສະ­ຫະ­ລັດ ຫຼື ປະ­ມານ 85 ຕື້​ກີບ ພາຍ​ໃຕ້​ໂຄງ­ການ​ສົ່ງ­ເສີມ​ຄວາມ​ສາ­ມາດ​ໃນ​ການ​ແຂ່ງ­ຂັນ ແລະ ການ​ຄ້າ ບັນ­ດາ​ທຸ­ລະ​ກິດ ແລະ ຄົວ​ເຮືອນ​ໃນ​ລາວ ຈະ​ໄດ້​ຮັບ​ຜົນ​ປະ­ໂຫຍດ​ຈາກ​ການ​ປັບ­ປຸງ​ສະ­ພາບ​ແວດ​ລ້ອມ ໃນ​ການ​ດຳ­ເນີນ​ທຸ­ລະ​ກິດ ເຊັ່ນ: ການ​ຫຼຸດ​ຈຳ­ນວນ​ມື້​ໃນ​ການ​ຂໍ­ອະ­ນຸ­ຍາດ​ສ້າງ­ຕັ້ງ​ທຸ­ລະ​ກິດ ຮ່ວມ​ລົງ​ນາມ​ລະ­ຫວ່າງ ທ່ານ​ນາງ ທິບ​ພະ​ກອນ ຈັນ­ທະ​ວົງ­ສາ ຮອງ​ລັດ­ຖະ­ມົນ­ຕີ​ກະ­ຊວງ​ການ​ເງິນ ແລະ ທ່ານ ນິ​ໂກ​ລາ ປອນ​ຕາ​ຣາ ຫົວ­ໜ້າ​ຫ້ອງ­ການ​ທະ­ນາ­ຄານ​ໂລກ ປະ­ຈຳ​ລາວ ໂຄງ­ການ​ຈະ​ສະ­ໜັບ­ສະ­ໜູນ​ຄວາມ​ພະ­ຍາ­ຍາມ​ຂອງ​ລັດ­ຖະ­ບານ ໃນ​ການ​ຫຼຸດ​ຂັ້ນ​ຕອນ​ການ​ຄຸ້ມ​ຄອງ​ທຸ­ລະ​ກິດ ອຳ­ນວຍ​ຄວາມ​ສະ­ດວກ​ດ້ານ​ການ​ຄ້າ ແລະ ປັບ­ປຸງ​ຄວາມ​ສາ­ມາດ​ໃນ​ການ​ແຂ່ງ­ຂັນ ບໍ­ລິ­ສັດ​ລາວ​ທີ່​ກຳ­ລັງ​ດຳ­ເນີນ​ທຸ­ລະ​ກິດ​ຢູ່ ແລະ ທີ່​ສ້າງ­ຕັ້ງ​ໃໝ່ ຈະ​ໄດ້​ຮັບ​ປະ­ໂຫຍດ​ຈາກ​ການ​ຫຼຸດ­ຜ່ອນ​ຕົ້ນ​ທຶນ ໃນ​ການ​ດຳ­ເນີນ​ທຸ­ລະ​ກິດ ມີ​ຂັ້ນ​ຕອນ​ທີ່​ສະ­ດວກ​ກວ່າ​ເກົ່າ ແລະ ເຂົ້າ​ເຖິງ​ແຫຼ່ງ​ທຶນ​ເພື່ອ​ປັບ­ປຸງ​ທຸ­ລະ​ກິດ​ຂອງ​ຕົນ ການ​ປັບ­ປຸງ​ເຫຼົ່າ​ນີ້ ຍັງ​ຈະ​ມີ​ຜົນ​ປະ­ໂຫຍດ​ໃຫ້​ແກ່​ປະ­ຊາ­ຊົນ​ລາວ​ທົ່ວ​ໄປ ເນື່ອງ​ຈາກ​ການ​ປັບ­ປຸງ​ເຫຼົ່າ­ນັ້ນ ຈະ​ຊຸກ­ຍູ້​ໃຫ້​ມີ​ການ​ສ້າງ​ວຽກ​ເຮັດ​ງານ​ທຳ​ເພີ່ມ​ຂຶ້ນ ແລະ ນຳ­ໄປ​ສູ່​ການ​ແຂ່ງ­ຂັນ​ຫຼາຍ​ຂຶ້ນ ລາ­ຄາ​ສິນ­ຄ້າ​ຈະ​ຄ່ອຍ​ຫຼຸດ​ລົງ ແລະ ເພີ່ມ​ທາງ​ເລືອກ​ໃຫ້​ຜູ້​ບໍ­ລິ­ໂພກ.

ທ່ານ ນິ​ໂກ​ລາ ປອນ​ຕາ​ຣາ ກ່າວ​ວ່າ: “ການ​ປັບ­ປຸງ​ສະ­ພາບ​ແວດ​ລ້ອມ​ໃນ​ການ​ດຳ­ເນີນ​ທຸ­ລະ​ກິດ ສາ­ມາດ​ດຶງ​ດູດ​ການ​ລົງ­ທຶນ​ທີ່​ມີ​ຄຸ­ນະ­ພາບ​ສູງ​ເຂົ້າ​ມາ​ລາວ ພາກ​ທຸ­ລະ​ກິດ​ມີ​ຄວາມ​ເຂັ້ມ­ແຂງ​ຂຶ້ນ ກໍ່​ຈະ​ຊ່ວຍ​ເພີ່ມ​ຄວາມ​ຫຼາກ​ຫຼາຍ​ໃຫ້­ການ​ຂະ­ຫຍາຍ­ຕົວ​ຂອງ​ເສດ­ຖະ­ກິດ ແລະ ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ປະ­ຊາ­ຊົນ​ຫຼາຍ​ຂຶ້ນ” ນອກ­ຈາກ​ການ​ສຸມ​ໃສ່​ການ​ປັບ­ປຸງ​ຄວາມ​ໂປ່ງ​ໃສ ແລະ ປະ­ສິດ­ທິ­ພາບ​ຂອງ​ລະ­ບຽບ​ການ​ດ້ານ​ທຸ­ລະ​ກິດ​ແລ້ວ ໂຄງ­ການ​ນີ້ ມີ​ຈຸດ­ປະ­ສົງ​ຊ່ວຍ​ໃຫ້​ທຸ­ລະ​ກິດ​ຂະ­ໜາດ​ກາງ ແລະ ຂະ­ໜາດ​ນ້ອຍ ລວມ​ທັງ​ບັນ­ດາ​ທຸ­ລະ​ກິດ​ທີ່​ນຳ­ພາ​ໂດຍ​ແມ່­ຍິງ​ອີກ​ດ້ວຍ​ໄດ້​ຮັບ​ຜົນ​ປະ­ໂຫຍດ.

ສຳ­ລັບ​ໄລ­ຍະ​ເວ­ລາ​ຈັດ​ຕັ້ງ​ປະ­ຕິ­ບັດ​ໂຄງ­ການ​ປີ 2018-2022 ໂດຍ​ໂຄງ­ການ​ໄດ້​ຮັບ​ທຶນ​ກູ້​ຢືມ​ແບບ​ຜ່ອນ­ຜັນ 10 ລ້ານ​ໂດ​ລາ ຈາກ​ສະ­ມາ­ຄົມ​ພັດ­ທະ­ນາ​ສາ­ກົນ (ພາຍ​ໃຕ້​ທະ­ນາ­ຄານ​ໂລກ) ແລະ ທຶນ​ຊ່ວຍ­ເຫຼືອ​ລ້າ​ຫຼາຍ​ຝ່າຍ ຈາກ​ບັນ­ດາ​ຜູ້​ໃຫ້​ທຶນ​ອື່ນໆ​ອີກ​ຈຳ­ນວນ 3 ລ້ານ​ໂດ​ລາ.

ຂໍ້ມູນ: ໜັງສືພິມ ວຽງຈັນໃຫມ່

Comments