ນາຍົກ ຕ້ອນຮັບແຂກຕ່າງປະເທດ

ໃນວັນທີ 8 ພະຈິກ 2018, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂໍ່ານັບ ທ່ານ ເມຣຸດ ຄາວູໂຊລູ (MevlutCavusoglu) ລັດຖະມົນຕີ ຕ່າງປະເທດ ແຫ່ງ ສາທາລະນະລັດ ຕວັກກີ ພ້ອມດ້ວຍຄະນະ, ເນື່ອງໃນໂອກາດເດີນ ທາງມາຢ້ຽມຢາມ ແລະ ເຮັດວຽກທີ່ ສປປ ລາວ ໃນລະຫວ່າງວັນທີ 7-8 ພະຈິກ 2018.
ໃນໂອກາດດັ່ງກ່າວ, ທ່ານ ນາຍົກລັດຖະມົນຕີ ກໍໄດ້ສະແດງຄວາມຍິນດີຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງ ຕໍ່ ຄະນະເດີນທາງມາຢ້ຽມຢາມ ແລະ ເຮັດວຽກໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການຮັດແໜ້ນ ການພົວພັນຮ່ວມມື, ໂດຍສະເພາະ ວຽກງານການຄ້າ, ການລົງທຶນ ຂອງສອງປະເທດ ລາວ-ຕວັກກີ ໃຫ້ໄດ້ຮັບການພັດທະນາ ແຕກດອກອອກຜົນຍິ່ງໆຂຶ້ນ ແລະ ສືບຕໍ່ໃຫ້ການສະໜັບສະໜູນຊ່ວຍເຫຼືອ ເຊິ່ງກັນ ແລະ ກັນ ໃນທຸກຂົງເຂດວຽກງານ.

ໃນວັນດຽວກັນນີ້ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ກໍໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂ່ຳນັບຂອງ ທ່ານ Yves Daugeປະທານສະມາຄົມຊັບສິນທີ່ເປັນມໍລະດົກໂລກ ຂອງຝຣັ່ງ, ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກ ຢູ່ ສປປ ລາວ.
ໃນໂອກາດດັ່ງກ່າວ, ທ່ານ ທອງລຸນ ສີສຸລິດ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງ ຕໍ່ ທ່ານ Yves Daugeທີ່ໄດ້ນຳພາຄະນະ ເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ເຊິ່ງເປັນການປະກອບສ່ວນອັນສຳຄັນ ເຂົ້າໃນການຊຸກຍູ້ ແລະ ສົ່ງເສີມຂະຫຍາຍການພົວພັນຮ່ວມມື ລະຫວ່າງ ສປປ ລາວ-ສະມາຄົມຊັບສິນທີ່ເປັນມໍລະດົກໂລກ ຂອງຝຣັ່ງ, ໂດຍສະເພາະ ການທົບທວນຕີລາຄາຄືນ ໃນການຈັດຕັ້ງປະຕິບັດ ວຽກງານຄຸ້ມຄອງມໍລະດົກໂລກ ຂອງ ສປປ ລາວ ທີ່ໄດ້ຮັບການຊ່ວຍເຫຼືອສະໜັບສະໜູນຈາກຝຣັ່ງ. ພ້ອມນີ້, ທ່ານນາຍົກຍັງໄດ້ສະແດງຄວາມຂອບໃຈ ຕໍ່ສະມາຄົມຊັບສິນທີ່ເປັນມໍລະດົກໂລກຂອງຝຣັ່ງ ກໍຄື ລັດຖະບານຝຣັ່ງ ທີ່ໄດ້ໃຫ້ການຊ່ວຍເຫຼືອ ແລະ ສະໜັບສະໜູນ ສປປ ລາວ ຕະຫຼອດໄລຍະຜ່ານມາ.

ຂ່າວແຈ້ງໃຫ້ຮູ້ຕື່ມວ່າ: ໃນວັນທີ 08 ພະຈິກ 2018 ທີ່ ກະຊວງການຕ່າງປະເທດ, ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບ ແລະ ພົບປະສອງຝ່າຍກັບ ທ່ານ ເມຣຸດ ຄາວູໂຊລູ (MevlutCavusoglu) ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສ.ຕວັກກີ ພ້ອມດ້ວຍຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ ໃນລະຫວ່າງ ວັນທີ 7-8 ພະຈິກ 2018.

ຂໍ້ມູນຈາກ: ຂປລ.

Comments