ລາວ-ຈີນ ເສີມຂະຫຍາຍສາຍພົວພັນຮ່ວມມືຮອບດ້ານ ໝັ້ນຄົງ ແລະ ຍາວນານ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ສີ ຈິ້ນຜິງ ປະທານປະເທດ ແຫ່ງ ສາທາ ລະນະລັດ ປະຊາຊົນຈີນ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ພ້ອມຄະນະ ໄດ້ເຂົ້າຮ່ວມງານວາງສະແດງສິນຄ້ານຳເຂົ້າສາກົນ ຈີນ ຄັ້ງທີ 1 (China International Import – Expo), ຊຶ່ງຈັດຂຶ້ນໃນລະຫວ່າງ ວັນທີ 5-10 ພະຈິກ 2018 ທີ່ ນະຄອນຊຽງໄຮ້, ສປ ຈີນ.


ໃນວັນທີ 4 ພະຈິກ 2018 ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ເຂົ້າຢ້ຽມຂ່ຳນັບ ທ່ານ ສີ ຈິ້ນຜິງ ປະທານປະເທດ ແຫ່ງ ສປ ຈີນ, ເຊິ່ງທ່ານນາຍົກລັດຖະມົນຕີ ໄດ້ສະແດງຄວາມຂອບໃຈຕໍ່ການຕ້ອນຮັບ ແລະ ຮູ້ສຶກເປັນກຽດຢ່າງສູງ ຕໍ່ການເຊື້ອເຊີນຄະນະຜູແທນ ສປປ ລາວ ມາຮ່ວມງານວາງສະແດງສິນຄ້ານຳເຂົ້າສາກົນຈີນ ຄັ້ງທີ 1 ນີ້.

ທ່ານ ນາຍົກລັດຖະມົນຕີ ຍັງໄດ້ນໍາເອົາຄວາມຢື້ຢາມຖາມຂ່າວອັນອົບອຸ່ນ ຂອງ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່, ປະທານປະເທດ ແຫ່ງສປປລາວ, ເຖິງ ທ່ານ ສີ ຈິ້ນຜິງ, ເລຂາທິການໃຫຍ່, ປະທານປະເທດ ແຫ່ງ ສປ ຈີນ ແລະ ຝາກສະແດງຄວາມຂອບໃຈຢ່າງສູງ ຕໍ່ການຕ້ອນຮັບຢ່າງອົບອຸ່ນ ມາຍັງທ່ານ ສີ ຈິ້ນຜິງ ໃນໂອກາດ ທີ່ ທ່ານ ບຸນຍັງ ວໍລະຈິດ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ມາຢ້ຽມຢາມເຮັດວຽກ ຢູ່ ສປ ຈີນ ໃນເດືອນພຶດສະພາ 2018 ທີ່ຜ່ານມາ.

ການພົບປະໃນຄັ້ງນີ້, ສອງຝ່າຍໄດ້ຕີລາຄືນ ການຈັດຕັ້ງປະຕິບັດຂອບການຮ່ວມມືຂອງສອງຝ່າຍ, ໂດຍສະເພາະການຈັດຕັ້ງຜັນຂະຫຍາຍ ຜົນຂອງການຢ້ຽມຢາມທາງລັດຖະກິດ ຢູ່ ສປປ ລາວ ຂອງ ທ່ານ ສີ ຈິ້ນຜິງ ໃນຕົ້ນເດືອນພະຈິກ 2017 ທີ່ຜ່ານມານັ້ນ, ເຊິ່ງໄດ້ກາຍເປັນເຫດການທີ່ສໍາຄັນຍິ່ງ ຕໍ່ການເສີມຂະຫຍາຍສາຍພົວພັນຮ່ວມມືຮອບ ດ້ານ ໝັ້ນຄົງ ແລະ ຍາວນານ ລະຫວ່າງສອງປະເທດ ຕາມທິດ 4 ດີ, ແລະ ການເປັນຄູ່ຮ່ວມຊາຕາກໍາສັງຄົມນິຍົມຂອງສອງພັກ, ສອງລັດ ກໍຄື ປະຊາຊົນສອງຊາດລາວ-ຈີນ.

ພ້ອມດຽວກັນນີ້, ສປປ ລາວ ກໍໄດ້ແຈ້ງຄວາມຄືບໜ້າໃນການປະຕິບັດບັນດາໂຄງການຊ່ວຍ ເຫຼືອຕ່າງໆ ຂອງລັດຖະບານ ສປ ຈີນ ຢູ່ ສປປ ລາວ, ເຊິ່ງເຫັນວ່າມີຄວາມຄືບໜ້າດີ ເປັນຕົ້ນ ແມ່ນໂຄງການກໍ່ສ້າງເສັ້ນທາງລົດໄຟຄວາມໄວສູງ ລາວ-ຈີນ ທີ່ດຳເນີນການກໍ່ສ້າງມາໄດ້ກ່ວາ 41%, ໂຄງການກໍ່ສ້າງໂຮງຮຽນເຕັກນິກທາງລົດໄຟ ເພື່ອສະໜອງບຸກຄະລາກອນ ຮັບໃຊ້ທາງລົດໄຟຢູ່ ສປປ ລາວ, ໂຄງການກໍ່ສ້າງໂຮງໝໍມະໂຫສົດຫຼັງໃໝ່ ແລະ ໂຄງການອື່ນໆ. ນອກນັ້ນ, ສອງຝ່າຍ ຍັງໄດ້ເປັນເອກະພາບກັນກໍານົດເອົາປີ 2019 ເປັນປີທ່ອງທ່ຽວ ລາວ-ຈີນ.
ສປປ ລາວ ຢືນຢັນສືບຕໍ່ສະແດງການສະໜັບສະໜູນຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ຂອງ ສປ ຈີນ, ເຊິ່ງມີນະໂຍບາຍເສີມຂະຫຍາຍ ແລະ ຮັດແໜ້ນການເຊື່ອມຈອດໃນພາກພື້ນກໍຄືສາກົນ. ສອງຝ່າຍຕົກລົງສືບຕໍ່ ເອົາໃຈໃສ່ປະສານສົມທົບກັນໃຫ້ລະອຽດເລິກເຊິ່ງ ແລະ ທັນການຂຶ້ນກ່ວາເກົ່າ ເພື່ອຮັບປະກັນການຈັດຕັ້ງປະຕິບັດໂຄງການຮ່ວມມື ກໍ່ສ້າງເສັ້ນທາງລົດໄຟ ລາວ-ຈີນ ໃຫ້ສໍາເລັດຕາມຄາດໝາຍທີ່ວາງໄວ້.

ສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນ ໃນການເປັນປະທານຮ່ວມ ຂອງ ສປປ ລາວ ແລະ ສປ ຈີນ ໃນຂອບແມ່ນ້ຳຂອງ-ແມ່ນ້ຳລ້ານຊ້າງ ໃຫ້ໄດ້ຮັບຜົນດີ, ຊຶ່ງ ສປປ ລາວ ຈະໄດ້ເປັນເຈົ້າພາບຈັດກອງປະຊູມລະດັບລັດຖະມົນຕີ ໃນເດືອນທັນວາ 2018 ທີ່ນະຄອນຫຼວງພະບາງ.
ໃນໂອກາດນີ້, ຝ່າຍລາວ ກໍໄດ້ຂໍສະເໜີໃຫ້ ສປ ຈີນ ສືບຕໍ່ຊຸກຍູ້ນັກລົງທຶນຈີນ ໄປລົງທຶນຢູ່ ສ ປປ ລາວ ໃຫ້ຫຼາຍຂຶ້ນ, ໂດຍສະເພາະໃນຂະແໜງຕ່າງໆ ໃຫ້ຂະແໜງການທີ່ທັງສອງຝ່າຍມີທ່າແຮງ ເປັນຕົ້ນ ກໍ່ສ້າງພື້ນຖານໂຄງລ່າງ, ຄົມມະນາຄົມຂົນສົ່ງ, ພະລັງງານ, ການທ່ອງທ່ຽວ, ອຸດສະຫະກໍາປຸງແຕ່ງ, ກະສິກໍາສະອາດ ແລະ ອື່ນໆ.

ນອກນັ້ນ, ທ່ານນາຍົກລັດຖະມົນຕີ ແລະ ຄະນະ ກໍໄດ້ໄປຢ້ຽມຢາມຫົວໜ່ວຍການຜະລິດເສດຖະກິດສຳຄັນຂອງນະຄອນຊຽງໄຮ້ ແລະ ໄດ້ຕ້ອນຮັບການເຂົ້າຢ້ຽມ ຂໍ່ານັບຂອງນັກລົງທຶນຈາກ ສປ ຈີນ ທີ່ໄປລົງທຶນຢູ່ ສປປ ລາວ ຈໍານວນໜຶ່ງ.

 

ຂໍ້ມູນຈາກ: ຂປລ.

 

Comments