ການເມືອງ

ຮອງປະທານປະເທດ ໄດ້ຮັບຫຼຽນລະດັບຊາດ ຍີ່ປຸ່ນ ຈາກເຈົ້າຈັກກະພັດ ນາຣຸຮິໂຕະ

ໃນວັນທີ 7 ພະຈິກ 2019, ຢູ່ສຳນັກພະຣາຊະວັງຍີ່ປຸ່ນ, ທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ ແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໄດ້ເຂົ້າຮັບຫຼຽນ Grand Cordon of the Order of the Rising Sun ຈາກເຈົ້າຈັກກະພັດ ນາຣຸຮິໂຕະ ແຫ່ງຍີ່ປຸ່ນ ເຊິ່ງແມ່ນຫຼຽນລະດັບຊາດ ຂັ້ນສູງສຸດ ຂອງຍີ່ປຸ່ນ ທີ່ມອບໃຫ້ຊາວຕ່າງຊາດ. ທ່ານ ພັນຄໍາ ວິພາວັນ ໄດ້ມີຜົນງານຫຼາຍດ້ານໃນການປະກອບສ່ວນເຂົ້າໃນການພົວພັນຮ່ວມມືລະຫວ່າງລາວ-ຍີ່ປຸ່ນ ໃນໄລຍະດຳລົງຕຳແໜ່ງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ໂດຍລວມແລ້ວ ທ່ານຮອງປະທານປະເທດ ສປປ ລາວ ໃຫ້ຄວາມສໍາຄັນ ຕໍ່ການພົວພັນຮ່ວມມື ກັບ ຍີ່ປຸ່ນ ໃນຂະແໜງການສຶກສາ, ກິລາ, ວັດທະນະທໍາ ແລະ ສັງຄົມ ຕະຫຼອດມາ. ສະເພາະໄລຍະຫຼັງນີ້ ທ່ານໄດ້ສະໜັບສະໜູນ ຍີ່ປຸ່ນ ລົງສະໝັກເປັນເຈົ້າພາບຈັດງານແຂ່ງຂັນກິລາ ໂອແລມປິກ 2020 ເຊິ່ງ ສປປ ...

Read More »

ມອບ-ຮັບໜ້າທີ່ ຫົວໜ້າຫ້ອງວ່າການສູນກາງພັກ ແລະ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ

ໃນວັນທີ 24 ຕຸລາ 2019 ນີ້, ໄດ້ມີພິທີເຊັນບົດບັນທຶກ ມອບ-ຮັບ ໜ້າທີ່ລະຫວ່າງ ທ່ານ ຄຳພັນ ພົມມະທັດ ຫົວໜ້າຫ້ອງວ່າການສູນກາງພັກ ຄົນເກົ່າ ໄປເປັນ ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຄົນໃໝ່, ຍ້າຍທ່ານ ກິແກ້ວ ໄຂຄຳພິທູນ ເລຂາຄະນະບໍລິຫານງານພັກ, ຫົວໜ້າຄະນະໂຄສະ ນາອົບຮົມສູນກາງພັກ ຜູ້ເກົ່າ ໄປເປັນລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ຍ້າຍທ່ານ ທອງສະລິດ ມັງໜໍ່ເມກ ມາເປັນຫົວໜ້າຫ້ອງວ່າການສູນກາງພັກ ຄົນໃໝ່. ໂດຍມີທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ທັງເປັນປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ. ໃນການມອບ-ຮັບ ໜ້າທີ່ ໃນຄັ້ງນີ້, ອີງຕາມຄຳສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍການຍົກຍ້າຍພະນັກງານການນຳຂັ້ນສູງໄປຮັບໜ້າທີ່ໃໝ່ ແລະ ອີງຕາມມະຕິຕົກລົງຂອງກົມການເມືອງ ວ່າດ້ວຍການແຕ່ງຕັ້ງເລຂາຄະນະບໍລິຫານງານພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ແລະ ຫົວໜ້າຫ້ອງວ່າການສູນກາງພັກ. ໂອກາດນີ້, ທ່ານ ...

Read More »

ປະທານາທິບໍດີ ສ ເກົາຫລີ ພ້ອມພັນລະຍາ ເດີນທາງເຖິງນະຄອນຫຼວງວຽງຈັນ

ສ ເກົາຫລີ ຈັດຢູ່ໃນອັນດັບ 5 ຂອງການລົງທຶນຕ່າງປະເທດ ທັງໝົດ ຢູ່ ສປປ ລາວ ລວມມູນຄ່າ 750 ລ້ານກວ່າໂດລາສະຫະລັດ, ໃນນັ້ນ ໂຄງການໃຫຍ່ທີ່ພົ້ນເດັ່ນ ຄື: ໂຄງການເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍ, ໂຄງການປູກໄມ້ວິກ ແລະ ສ້າງຕັ້ງໂຮງງານປຸງແຕ່ງໄມ້ ແລະ ອື່ນໆ. ສ ເກົາຫລີ ເປັນປະເທດໜຶ່ງທີ່ໃຫ້ການສະໜັບສະໜູນ, ການຮ່ວມມື ແລະ ຊ່ວຍເຫລືອ ສປປ ລາວ ໃນການຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ VIII ໃນຫລາຍດ້ານ ເຊັ່ນ: ການຮ່ວມມືດ້ານສາທາລະນະສຸກ, ສ ເກົາຫລີ ໄດ້ໃຫ້ການຊ່ວຍເຫລືອທາງດ້ານວິຊາການ ແລະ ເຕັກນິກການແພດແກ່ ສປປ ລາວ ຕໍ່ເນື່ອງ ພ້ອມທັງຍົກລະດັບວິຊາການຂອງໂຮງໝໍຕ່າງໆຂອງ ສປປ ລາວ ທັງໄລຍະສັ້ນ ແລະ ໄລຍະຍາວ, ຊ່ວຍສ້າງໂຮງໝໍເດັກ, ຊ່ວຍເຫລືອຜ່າຕັດເດັກນ້ອຍລາວຜູ້ທຸກຍາກ ທີ່ເປັນພະຍາດຫົວໃຈ ແລະ ພະຍາດອື່ນໆ ໂດຍບໍ່ເສຍຄ່າ. ໃນຂົງເຂດການຮ່ວມມືດ້ານການສຶກສາ ແລະ ...

Read More »

ນາຍົກ ຢ້ຽມຢາມ ແລະ ເຄື່ອນໄຫວເຮັດວຽກຢູ່ເມືອງຕຸ້ມລານ

ໃນຕອນບ່າຍຂອງວັນທີ 13 ສິງຫາ 2019, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມເຮັດວຽກຢູ່ເມືອງຕຸ້ມລານ, ແຂວງສາລະວັນ ໂດຍໃຫ້ກຽດຕ້ອນຮັບຂອງທ່ານ ສີສຸວັນ ວົງຈອມສີ ເຈົ້າແຂວງສາລະວັນ ພ້ອມດ້ວຍການນຳຂັ້ນແຂວງ ແລະ ເມືອງ, ພະນັກງານຫຼັກແຫຼ່ງພາຍໃນເມືອງຕຸ້ມລານໃຫ້ການຕ້ອນຮັບ. ກອ່ນການພົບປະໂອ້ລົມ ທ່ານນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ຮັບຟັງການລາຍງານຫຍໍ້ກຽວກັບສະພາບການພັດທະນາເສດຖະກິດ-ສັງຄົມຂອງເມືອງຈາກທ່ານເຈົ້າເມືອງຕຸ້ມລານ, ຊຶ່ງທ່ານໄດ້ຕີລາຄາວ່າທົ່ວເມືອງຕຸ້ມລານ ມີຄວາມສະຫງົບ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ຊຶ່ງເປັນພື້ນຖານໃນການພັດທະນາເສດຖະກິດ-ສັງຄົມ, ໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວເປັນກ້າວໆ ຊີວິດການເປັນຢູ່ຂອງພໍ່ແມ່ປະຊາຊົນບັນດາເຜົ່າໄດ້ຮັບການປັບປຸງດີຂຶ້ນຢ່າງຕໍ່ເນື້ອງ, ນອກຈາກນັ້ນຍັງໄດ້ຍົກໃຫ້ເຫັນບາງບັນຫາທີ່ເມືອງຕຸ້ມລານຂອງພວກເຮົາກຳລັງປະເຊີນ ເປັນຕົ້ນແມ່ນ: ການແຜ່ລະບາດຂອງພະຍາດອະຫິວາໝູອາຟຮີກາ, ການລະບາດຂອງພະຍາດໄຂຍຸ້ງ ແລະ ການເຝົ້າລະຫວັງການລະບາດຂອງພະຍາດໄອໄກ່, ຫຼັງຈາກນັ້ນ ທ່ານນາຍົກລັດຖະມົນຕີໄດ້ສະເໜີໃຫ້ບັນດາທ່ານລັດຖະມົນຕີກ່ຽວຂ້ອງມີຄຳເຫັນ, ຊີ້ແຈ້ງວິທີການປ້ອງກັນ ແລະ ຕອບໂຕ້ກັບພະຍາດດັ່ງກ່າວ, ພ້ອມດຽວກັນນີ້ທ່ານນາຍົກລັດຖະມົນຕີກໍ່ໄດ້ໂອ້ລົມຕໍ່ພໍ່ແມ່ປະຊາຊົນດ້ວຍຄວາມເປັນຫ່ວງເປັນໃຍ ພ້ອມທັງສະແດງຄວາມຂອບອຸກຂອບໃຈຕໍ່ການນຳຂອງເມືອງ ແລະ ພໍ່ແມ່ປະຊາຊົນທີ່ໃຫ້ການຕ້ອນຮັບຢ່າງອົບອຸ່ນ. ຕ້ອນທ້າຍ ທ່ານ ຈັນສະໝອນ ພົມມະແສງ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງຕຸ້ມລານກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ທ່ານນາຍົກລັດຖະມົນຕີທີ່ໄດສະຫຼະເວລາຂອງທ່ານລົງມາຢ້ຽມຢາມໃນຄັ້ງນີ້ດ້ວຍ.

Read More »

ນາຍົກລັດຖະມົນຕີ ຕ້ອນຮັບ ປະທານ IFAD

ໃນວັນທີ 25 ກໍລະກົດ 2019 ທີ່ ນະຄອນຫຼວງວຽງຈັນ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງ ທ່ານ ກິວເບີດ ຮຸງໂບ (Gilbert F. Houngbo) ປະທານອົງການກອງທຶນສາກົນ ເພື່ອການພັດທະນາດ້ານກະສິກຳ (IFAD) ພ້ອມດ້ວຍຄະນະ ໃນໂອກາດທີ່ທ່ານມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນ ລະ ຫວ່າງ ວັນທີ 22-25 ກໍລະກົດ 2019. ທີ່ມາ: ຂ່າວສານປະເທດລາວ.

Read More »

64 ພັນກວ່າຄອບຄົວຍັງທຸກຍາກ ນາຍົກຢໍ້າຕ້ອງດຳເນີນການເລັ່ງດ່ວນແກ້ໄຂ

ເຖິງວ່າຜ່ານມາລັດຖະບານຈະເອົາໃຈໃສ່ຫຼາຍດ້ານໃນການແກ້ໄຂຄວາມທຸກຍາກຂອງປະຊາຊົນບັນດາເຜົ່າທີ່ຢູ່ເຂດຫ່າງໄກສອກຫຼີກແຕ່ກໍຍັງມີຄວາມທ້າທາຍຫຼາຍດ້ານໂດຍສະເພາະການເຂົ້າເຖິງຄອບຄົວທຸກຍາກເນື່ອງຈາກຍັງມີຫຼາຍສິ່ງທີ່ບໍ່ເອື້ອອຳນວຍເປັນຕົ້ນເສັ້ນທາງ, ໄຟຟ້າ, ນໍ້າສະອາດ ແລະ ອື່ນໆ, ປັດຈຸບັນທົ່ວປະເທດຍັງມີຄອບຄົວທຸກຍາກທັງໝົດ 64.593 ຄອບຄົວ, 1.536 ບ້ານ ແລະ 23 ເມືອງທຸກຍາກຂະນະທີ່ນາຍົກໄດ້ກ່າວຢໍ້າພວກເຮົາຕ້ອງໄດ້ດຳເນີນການເລັ່ງດ່ວນຮຽ ກຮ້ອງປຸກລະດົມຂະແໜງການ, ສູນກາງ, ທ້ອງຖິ່ນ, ນັກທຸລະກິດ, ຜູ້ປະກອບການເພື່ອສ້າງຊົນນະບົດໃຫ້ມີໃບໜ້າໃໝ່ເພື່ອແກ້ໄຂ ແລະ ນໍາພາປະຊາຊົນປະເທດ ຊາດຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາໃຫ້ໂດຍໄວ. ວັນທີ 28 ມິຖຸນາຜ່ານມາທີ່ນະຄອນຫຼວງວຽງຈັນໄດ້ມີກອງປະຊຸມຍູ້ຂະບວນການແຂ່ງຂັນຮັກຊາດ ແລະພັດທະນາຕິດພັນກັບການພັດທະນາຊົນນະບົດ ແລະແກ້ໄຂຄວາມທຸກຍາກໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ທັງເປັນປະທານຄະນະຊີ້ນຳລະດັບຊາດກ່ຽວກັບວຽກງານແຂ່ງຂັນ-ຍ້ອງຍໍຮັກຊາດ ແລະພັດທະນາ. ທ່ານ ຄຳໝັ້ນ ສູນວິເລີດ ລັດຖະມົນຕີກະຊວງພາຍໃນ, ຮອງປະທານຄະນະຊີ້ນຳລະດັບຊາດກ່ຽວກັບວຽກງານແຂ່ງຂັນ-ຍ້ອງຍໍຮັກຊາດ ແລະ ພັດທະນາກ່າວວ່າ: ປັດຈຸບັນນີ້ທົ່ວປະເທດຍັງມີຄອບຄົວທຸກຍາກ 64.593 ຄອບຄົວ, ບ້ານທຸກຍາກ 1.536 ບ້ານ ແລະເມືອງທຸກຍາກຈໍານວນ 23 ເມືອງ ໃນນັ້ນບ້ານທີ່ຍັງທຸກຍາກຍ້ອນບໍ່ມີເສັ້ນທາງເຂົ້າເຖິງ ຫຼື ທຽວໄດ້ພຽງລະດູດຽວ 1.240 ບ້ານ ເທົ່າກັບ 14,64%, ບ້ານ ທີ່ຍັງບໍ່ໄດ້ຊົມ ໄຊໄຟຟ້າ 773 ບ້ານ ...

Read More »

ກວດພົບ ພະນັກງານລັດສໍ້ລາດບັງຫຼວງ 970 ລາຍ ເສຍຫາຍ 999 ຕື້ກີບ, 67 ລ້ານກ່ວາ ໂດລາ (ມີຄລິບ)

ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕອບຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດຫຼາຍໆບັນຫາໃນກອງປະຊຸມສະໄໝສາມັນເທື່ອທີ 7 ສະພາແຫ່ງຊາດ ຊຸດທີ VIII ພ້ອມຍົກໃຫ້ເຫັນບັນຫາສໍ້ລາດບັງຫຼວງ ໂດຍທ່ານນາຍົກລັດຖະມົນຕີໄດ້ກ່າວວ່າ ໃນປີ 2018 ຜ່ານມາ ອົງການກວດກາລັດຖະບານໄດ້ດຳເນີນການຕິດຕາມກວດກາ ສະເພາະ 1213 ເປົ້າໝາຍ ກວດກາປົກກະຕິ 408 ເປົ້າໝາຍ ກວດກາຕາມຄຳສັ່ງ 129 ເປົ້າໝາຍ ກວດກາຕາມຜົນຂອງການກວດສອບ 545 ເປົ້າໝາຍ ກວດກາການລົງທຶນຂອງລັດ 131 ເປົ້າໝາຍ ພົບເຫັນຜົນເສຍຫາຍທັງໝົດ 999 ຕື້ກີບ, 67 ລ້ານກ່ວາ ໂດລາ ເກັບກູ້ຄືນມາໄດ້ 26.5 ຕື້ກີບ ກັບ 17 ລ້ານໂດລາ ຜ່ານການຕິດຕາມກວດກາກວດພົບເຫັນຜູ້ມີພຶດຕິກຳສໍ້ລາດບັງຫຼວງທັງໝົດ 1285 ລາຍ ໃນນັ້ນມີພະນັກງານລັດທັງໝົດ 970 ລາຍ, ຜູ້ປະກອບການ 315 ລາຍ ກຳລັງດຳເນີນມາດຕະການຕາມລະບຽບກົດໝາຍຕໍ່ໄປ ພະນັກງານລັດຖືກລົງວິໄນແລ້ວ 849 ລາຍ, ດຳເນີນການສືບສວນ ສອບສວນ 153 ...

Read More »

ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ 8 ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າມື້ນີ້

ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ 8 ໄດ້ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າມື້ນີ້ ວັນທີ 5 ມິຖຸນາ 2019,  ທີ່ຫໍປະຊຸມສະພາແຫ່ງຊາດໂດຍມີການເຂົ້າຮ່ວມຂອງ ທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ, ທ່ານ ບຸນຍັງ ວໍລະຈິດປະທານປະເທດ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ. ມີບັນດາການນໍາພັກ-ລັດຜູ້ອື່ນໆພອ້ມດ້ວຍບັນດາສະມາຊິກສະພາແຫ່ງຊາດເຂົ້າຮ່ວມຢ່າງພ້ອມພຽງ. ໃນພາກເຊົ້າ ທ່ານນາຍົກລັດຖະມົນຕີ ຈະຂຶ້ນລາຍງານການຈັດຕັ້ງແຜນພັດທະນາເສດຖະກິດ ສັງຄົມແຫ່ງຊາດ ແລະ ແຜນງົບປະມານແຫ່ງລັດ 4 ເດືອນ,ຄາດຄະເນ 6 ເດືອນຕົ້ນປີ ແລະ ທິດທາງແຜນການໃນ 6 ເດືອນທ້າຍປີ 2019 ແລະ ຮັບຟັງຜົນການປະຕິບັດ ປີທ່ອງທ່ຽວລາວ-ຈີນ2019. ທ່ານ ນາງ ສວນສະຫວັນ ວິຍະເກດ ກໍາມະການສໍາຮອງສູນກາງພັກ, ຄະນະປະຈໍາສະພາແຫ່ງຊາດ, ເລຂາທິການສະພາແຫ່ງຊາດ ໄດ້ຖະແຫຼງຂ່າວກ່ຽວກັບການດໍາເນີນກອງປະຊຸມສະໄໝສາມັນ ເທື່ອທີ 7 ຂອງສະພາແຫ່ງຊາດ ຊຸດທີ VIII ເມື່ອອາທິດຜ່ານມາວ່າ: ກອງປະຊຸມດັ່ງກ່າວຈະໄດ້ຮັບຟັງການລາຍງານ, ພິຈາລະນາ ແລະ ຕົກລົງບັນຫາສຳຄັນຕ່າງໆ ດັ່ງນີ້: ...

Read More »

ຮອງປະທານປະເທດຮ່ວມສະເຫຼີມສະຫຼອງວັນເດັກ ແລະ ວັນປູກຕົ້ນໄມ້ ວັນທີ 1 ມິຖຸນາ

ໃນຕອນເຊົ້າມື້ວານນີ້ ວັນທີ 1 ມິຖຸນາ 2019, ກະຊວງກະສິກຳ ແລະ ປ່າໄມ້ ຮ່ວມກັບ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ຈັດພິທີປູກຕົ້ນໄມ້ເນື່ອງໃນໂອກາດວັນປູກຕົ້ນໄມ້ແຫ່ງຊາດ ວັນທີ 1 ມິຖຸນາ ແລະ ວັນສິ່ງແວດລ້ອມໂລກ ກໍຄື ວັນສິ່ງແວດລ້ອມແຫ່ງຊາດ ວັນທີ 5 ມິຖຸນາ, ຢູ່ສວນພຶກສາສາດ, ຫ້ວຍຍາງດົງໝາກຄາຍ, ເມືອງໄຊທານີ, ນະຄອນຫຼວງວຽງຈັນ ໂດຍມີທ່ານ ພັນຄຳ ວິພາວັນ ຮອງປະທານປະເທດ ໃຫ້ກຽດເຂົ້າຮ່ວມ, ພ້ອມດ້ວຍ ບັນດາລັດຖະມົນຕີ, ຮອງລັດຖະມົນຕີຈາກບັນດາກະຊວງ ແລະ ອົງການທຽບເທົ່າ, ບັນດາທູຕານຸທູດຈາກປະເທດຕ່າງໆ ແລະ ຜູ້ຕາງຫນ້າຈາກພາກສ່ວນກ່ຽວຂ້ອງເປັນຈຳນວນຫຼາຍ.   ຈຸດປະສົງຂອງການປູກຕົ້ນໄມ້ໃນຄັ້ງນີ້ ແມ່ນເພື່ອແນ່ໃສ່ຟື້ນຟູສວນພຶກສາສາດໃຫ້ກາຍເປັນປ່າທີ່ອຸດົມສົມບູນ, ເປັນແຫຼ່ງເຕົ້າໂຮມເຊື້ອພັນໄມ້ຊະນິດຕ່າງໆທີ່ມີຄຸນຄ່າ ແລະ ຫາຍາກຂອງລາວ, ພ້ອມທັງເພີ່ມເນື້ອທີ່ສີຂຽວໃຫ້ກາຍເປັນປອດຫາຍໃຈເອົາອາກາດທີ່ສະອາດ ແລະ ຫຼຸດຜ່ອນມົນລະພິດໃນອາກາດໃຫ້ແກ່ຊາວນະຄອນຫຼວງວຽງຈັນ.  ສວນພຶກສາສາດແຫ່ງນີ້ ມີເນື້ອທີ່ທັງໝົດ 268 ເຮັກຕາ ຊື່ງເຫັນວ່າຕ້ອງໄດ້ຟື້ນຟູ ແລະ ປູກໄມ້ຊະນິດຕ່າງໆ ເພື່ອເຮັດໃຫ້ໂຄງປະກອບດ້ານຊະນິດພັນໄມ້ ມີຄວາມຫຼາກຫຼາຍຍີ່ງຂຶ້ນ, ກາຍເປັນສະຖານທີ່ເພື່ອການສຶກສາຄົ້ນຄ້ວາທາງດ້ານວິທະຍາສາດ ແລະ ...

Read More »

ຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນ ພຶດສະພາ 2019

ກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນ ພຶດສະພາ 2019 ໄດ້ໄຂຂຶ້ນຢ່າງເປັນທາງການໃນວັນທີ 22 ແລະ ປິດລົງໃນວັນທີ 23 ພຶດສະພາ ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ພ້ອມດ້ວຍແຂກທີ່ຖືກເຊີນ ເຂົ້າຮ່ວມຢ່າງພ້ອມພຽງ. I. ກອງປະຊຸມລັດຖະບານສະໄໝສາມັນ ຄັ້ງນີ້ ໄດ້ພ້ອມກັນສຸມໃສ່ປຶກສາຫາລື, ປະກອບຄໍາຄິດຄໍາເຫັນ ແລະ ພິຈາລະ ນາຮັບຮອງເອົາ 7 ບົດລາຍງານ ເພື່ອຈະນໍາສະເໜີຕໍ່ກອງປະຊຸມສະໄໝສາມັນເທື່ອທີ 7 ຂອງສະພາແຫ່ງຊາດຊຸດທີ 8 ດັ່ງນີ້: 1. ບົດລາຍງານ, ການຟື້ນຟູ ແລະ ປູກໄມ້ ເພື່ອບັນລຸຄາດໝາຍເນື້ອທີ່ປ່າປົກຫຸ້ມ ໃນປີ 2020. 2. ບົດລາຍງານກ່ຽວກັບ ການພັດທະນາຊັບພະຍາກອນມະນຸດ ທີ່ຕິດພັນກັບການພັດທະນາເສດຖະກິດ-ສັງຄົມ. 3. ບົດລາຍງານກ່ຽວກັບ ການສະຫຼຸບຕີລາຄາ ການຈັດຕັ້ງປະຕິບັດຄໍາສັ່ງເລກທີ 02/ນຍ ວ່າດ້ວຍການປັບປຸງບັນດາລະບຽບການ ແລະ ກົນໄກການປະສານງານ ໃນການດໍາເນີນທຸລະກິດຢູ່ ສປປ ລາວ. 4.  ບົດລາຍງານກ່ຽວກັບ ...

Read More »