ການເມືອງ

ໄຂກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ຢ່າງເປັນທາງການ…

ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ໄດ້ໄຂຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 24 ມິຖຸນາ ແລະ ຈະດໍາເນີນໄປເຖິງວັນທີ 2 ກໍລະກົດ 2020 ທີ່ຫ້ອງປະຊຸມສະພາແຫ່ງຊາດ (ຫລັກ 6), ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງທ່ານ ນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ແລະ ໃຫ້ກຽດເຂົ້າຮ່ວມຂອງທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາລັດຖະມົນຕີ, ຮອງລັດຖະມົນຕີ ແລະ ສະມາຊິກສະພາແຫ່ງຊາດເຂົ້າຮ່ວມ. ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ກ່າວວ່າ: ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ຈະໄດ້ສຸມໃສ່ພິຈາລະນາບາງບັນຫາທີ່ສໍາຄັນຈໍານວນໜຶ່ງ ດັ່ງນີ້: ພິຈາລະນາ, ຮັບຮອງ ບົດລາຍງານຂອງລັດຖະບານກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະ ກິດ-ສັງຄົມ, ແຜນງົບປະມານແຫ່ງລັດ 5 ເດືອນ, ຄາດຄະເນ ...

Read More »

ປະທານປະເທດ ເນັ້ນໜັກ ປກສ-ປກຊ ກຽມພ້ອມຊ່ວຍເຫຼືອປະຊາຊົນໃນທຸກສະຖານະການທີ່ອາດຈະເກີດຂຶ້ນ

 ໃນຕອນເຊົ້າວັນທີ 19 ມິຖຸນາ 2020 ນີ້, ທ່ານ ບຸນຍັງ ວໍລະຈິດ ເລຂາທິ ການໃຫຍ່ ຄະນະບໍລິຫານງານສູນພັກ ປະຊາຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດໂອ້ລົມຕໍ່ ພະນັກງານການນໍາຂັ້ນສູງຂອງກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບ ຢູ່ສະໂມສອນກະຊວງປ້ອງກັນປະເທດ ໂດຍມີທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນປະເທດ, ທ່ານ ພົນໂທວິໄລ ຫລ້າຄໍາຟອງ ຄະນະເລຂາທິການສູນກາງພັກ, ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ, ມີພະນັກງານການນໍາຂັ້ນສູງກະຊວງປ້ອງກັນປະເທດ ແລະ ກະຊວງປ້ອງກັນຄວາມສະຫງົບເຂົ້າຮ່ວມ. ໂອກາດນີ້ ທ່ານ ບຸນຍັງ ວໍລະຈິດ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານແລະ ໄຊຊະນະທີ່ກໍາລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສ້າງມາໄດ້ໃນຕະຫລອດໄລຍະຊຸມປີຜ່ານມາ ໂດຍຢຶດໝັ້ນໃນ 2 ໜ້າທີ່ຍຸດທະສາດແຫ່ງການປົກປັກຮັກສາ ແລະສ້າງສາພັດທະນາປະເທດຊາດ ພາຍໃຕ້ການຊີ້ນໍາເດັດຂາດ ໂດຍກົງຮອບດ້ານຂອງພັກການເຄື່ອນໄຫວປັບປຸງກໍ່ສ້າງ ກໍາລັງປະກອບອາວຸດ-ກໍາລັງປ້ອງກັນຄວາມສະຫງົບ ໄດ້ມີຄວາມເຂັ້ມແຂງໜັກແໜ້ນ ກາຍເປັນກໍາລັງທີ່ຈົ່ງຮັກພັກດີຢ່າງສຸດຊຶ້ງ ຕໍ່ພັກ-ຕໍ່ປະເທດຊາດ ແລະ ຕໍ່ປະຊາຊົນລາວບັນດາເຜົ່າ ພ້ອມກັນກ້າວຂຶ້ນເຮັດສໍາເລັດໜ້າທີ່ອັນມີກຽດສະຫງ່າທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້. ພ້ອມນີ້, ທ່ານ ບຸນຍັງ ...

Read More »

ຍິນດີນໍາ!! ທ່ານ ສອນໄຊ ສິດພະໄຊ ໄດ້ຂຶ້ນເປັນ ປະທານສະພາບໍລິຫານທະນາຄານແຫ່ງ ສປປ ລາວ ຄົນໃໝ່

ທະນາຄານແຫ່ງ ສປປ ລາວ (ທຫລ) ຈັດພິທີມອບ-ຮັບໜ້າທີ່ປະທານສະພາບໍລິຫານ ທຫລ ຢ່າງເປັນທາງການລະຫວ່າງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງການເງິນ, ປະທານສະພາບໍລິຫານ ທຫລ (ຜູ້ເກົ່າ) ແລະ ທ່ານ ສອນໄຊ ສິດພະໄຊ ຜູ້ວ່າການ ທຫລ, ປະທານສະພາບໍລິຫານ ທຫລ (ຜູ້ໃໝ່) ໃນວັນທີ 18 ມິຖຸນາ 2020 ໂດຍມີກໍາມະການສະພາບໍລິຫານ ທຫລ, ຄະນະຜູ້ວ່າການ ທຫລ ແລະ ບັນດາກົມ-ທຽບເທົ່າກົມ ເຂົ້າຮ່ວມ. ການຮັບໜ້າທີ່ປະທານສະພາບໍລິຫານ ທຫລ ຜູ້ໃໝ່ ແລະ ກໍາມະການສະພາບໍລິຫານຊຸດໃໝ່ໃນຄັ້ງນີ້, ປະກອບດ້ວຍບັນດາຄະນະນໍາທີ່ມາຈາກ ຂະແໜງການກ່ຽວຂ້ອງກັບການເຄື່ອນ ໄຫວຂອງທະນາຄານ ແລະ ມາຈາກສະຖາບັນຄົ້ນຄ້ວາເສດຖະກິດແຫ່ງຊາດ ແລະ ຈາກມະຫາວິ ທະຍາໄລແຫ່ງຊາດ ໂດຍໄດ້ປະຕິບັດຕາມກົດໝາຍວ່າດ້ວຍ ທຫລ ສະບັບເລກທີ 47/ສພຊ, ລົງວັນທີ 19/6/2018; ດຳລັດຂອງນາຍົກລັດຖະມົນຕີ ສະບັບເລກທີ 102/ນຍ, ລົງວັນທີ 31/1/2020 ...

Read More »

ລັດຖະບານ ເອົາໃຈໃສ່ ຊຸກຍູ້ການຜະລິດເປັນສິນຄ້າ ຄຸ້ມຄອງອັດຕາແລກປ່ຽນໃຫ້ຢູ່ໃນເກນທີ່ກຳນົດໄວ້

ໃນຕອນທ້າຍຂອງກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນມິຖຸນາ 2020 ທີ່ເປີດຂຶ້ນໃນຕອນເຊົ້າ ແລະ ປິດລົງ ໃນຕອນແລງ ຂອງວັນທີ 17 ມິຖຸນາ 2020 ທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ໄດ້ຊີ້ນໍາໃຫ້ສະມາຊິກລັດຖະບານ ເອົາໃຈໃສ່ຈັດຕັ້ງປະຕິບັດວຽກງານຈຸດສຸມ ໃນທ້າຍ ເດືອນມິຖຸນາ ແລະ ເດືອນກໍລະກົດ 2020 ດັ່ງນີ້: ສືບຕໍ່ຮັກສາສະຖຽນລະພາບ ທາງດ້ານການເມືອງ, ຮັບປະກັນຄວາມສະຫງົບ, ປອດໄພ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ; ເພີ່ມທະວີສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ໃນສັງຄົມ ແລະ ສືບຕໍ່ເອົາໃຈໃສ່ຕິດຕາມສະພາບການນໍາໃຊ້ສື່ສັງຄົມອອນລາຍ ແລະ ອື່ນໆ ທີ່ມີການເຄື່ອນໄຫວໂຄສະນາໂຈມຕີບິດເບືອນຄວາມເປັນຈິງ ແລະ ສ້າງຄວາມບໍ່ສະຫງົບໃນສັງຄົມ. ສືບຕໍ່ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປີ 2020 ໂດຍສະເພາະ ສຸມໃສ່ ການເກັບລາຍຮັບ ແລະ ຄຸ້ມຄອງລາຍຈ່າຍ, ຮັບປະກັນການເບີກຈ່າຍເງິນເດືອນ, ຄຸ້ມຄອງອັດຕາ ແລກປ່ຽນ ໃຫ້ຢູ່ໃນເກນທີ່ກຳນົດໄວ້ ເພື່ອຮັບປະກັນບໍ່ໃຫ້ກະທົບຕໍ່ອັດຕາເງິນເຟີ້, ຊຸກຍູ້ການຜະລິດເປັນສິນຄ້າຂອງປະຊາຊົນ, ເອົາໃຈໃສ່ຈັດຕັ້ງປະຕິບັດໂຄງການລົງທຶນຂອງລັດ, ຊຸກຍູ້ສົ່ງເສີມການ ລົງທຶນ, ເອົາໃຈໃສ່ແກ້ໄຂບັນຫາໜີ້ສິນ ເພື່ອໃຫ້ພາກທຸລະກິດ ສາມາດສືບຕໍ່ເຄື່ອນໄຫວທຸລະກິດໄດ້. ໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ...

Read More »

ມອບ-ຮັບ ຜູ້ອໍານວຍການ ລັດວິສາຫະກິດໄຟຟ້າລາວ ລະຫວ່າງ ຜູ້ເກົ່າ ແລະ ຜູ້ວ່າການ ອໍານວຍການຜູ້ໃໝ່ ‼️ ພ້ອມແຕ່ງຕັ້ງ ຮອງຜູ້ອໍານວຍການ ເພີ່ມຕື່ມ 4 ທ່ານ…

ໃນຕອນບ່າຍຂອງວັນທີ 16 ມິຖຸນາ 2020 ຢູ່ທີ່ສໍານັກງານໃຫຍ່ ລັດວິສາຫະກິດໄຟຟ້າລາວ ນະຄອນຫຼວງວຽງຈັນ ໄດ້ມີພິທີປະກາດການຈັດຕັ້ງ ແລະ ມອບ-ຮັບໜ້າທີ່ຕໍາແໜ່ງໃໝ່ ຂອງຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ ລະຫວ່າງ ທ່ານ ບຸນອູ້ມ ສີວັນເພັງ ຜູ້ອໍານວຍການໃຫຍ່ ລັດວິສາຫະກິດໄຟຟ້າລາວ (ຜູ້ເກົ່າ) ທີ່ໄດ້ອອກກະສຽນບໍານານ ແລະ ແຕ່ງຕັ້ງ ທ່ານ ຈັນທະບູນ ສຸກອາລຸນ ເປັນຜູ້ວ່າການຜູ້ອໍານວຍການ ລັດວິສາຫະກິດໄຟຟ້າລາວ (ຜູ້ໃໝ່) ໂດຍການເຂົ້າຮ່ວມເປັນສັກຂີພະຍານຂອງ ທ່ານ ສົມດີ ດວງດີ ຮອງນາຍົກລັດຖະມົນຕີ,​ ລັດຖະມົນຕີກະຊວງການເງີນ, ມີ ທ່ານ ປອ ຄໍາມະນີ ອິນທິລາດ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ພ້ອມກັບແຂກທີ່ຖືກເຊີນ ເຂົ້າຮ່ວມ. ລັດວິສາຫະກິດໄຟຟ້າລາວ ເປັນຫົວໜ່ວຍທຸລະກິດຂອງລັດ ດຳເນີນທຸລະກິດດ້ານການຜະລິດ, ຄຸ້ມຄອງ, ບໍລິການ ແລະ ພັດທະນາພະລັງງານໄຟຟ້າຕາມແນວທາງຂອງ ພັກ ແລະ ກົດໝາຍຂອງລັດ ຕາມກົນໄກຕະຫລາດ ເພື່ອສະໜອງກະແສໄຟຟ້າ ໃຫ້ແກ່ຜູ້ຊົມໃຊ້ໄຟຟ້າທັງພາຍໃນ ແລະ ຂາຍອອກຕ່າງປະເທດ ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພັດທະນາ ...

Read More »

ການນໍາສອງປະເທດ ຈີນ-ລາວ ຝາກຄວາມຢື້ຢາມຖາມຂ່າວ ເຊິ່ງກັນແລະກັນ ກ່ຽວກັບການຮ່ວມມືກັນ ຕ້ານກັບພະຍາດໂຄວິດ-19

ວັນທີ 15 ມິຖຸນານີ້, ທ່ານສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນ ປະທານປະເທດຈີນໄດ້ຝາກຄວາມຢື້ຢາມຖາມຂ່າວເຖິງທ່ານບຸນຍັງ ວໍລະຈິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ປະທານປະເທດລາວກ່ຽວກັບຈີນ ແລະ ລາວໄດ້ຮ່ວມມືກັນຕ້ານກັບພະຍາດໂຄວິດ-19. ທ່ານສີຈິ້ນຜິງກ່າວວ່າ: ຮູ້ສຶກດີໃຈຫຼາຍທີ່ໄດ້ຮັບຈົດໝາຍທີ່ເຕັມໄປດ້ວຍຄວາມອົບອຸ່ນ ແລະ ໄມຕີຈິດມິດຕະພາບຈາກສະຫາຍເລຂາທິການໃຫຍ່ບຸນຍັງ ວໍລະຈິດ. ເມື່ອໄດ້ຮູ້ວ່າການຊ່ວຍເຫຼືອຂອງຈີນໃຫ້ກັບລາວໃນການຕ້ານກັບພະຍາດໄດ້ເສີມຂະຫຍາຍບົດບາດທີ່ຕັ້ງໜ້າ, ຂ້າພະເຈົ້າຮູ້ສຶກປິຕິຊົມຊື່ນຫຼາຍ. ນະທີ່ນີ້, ຂ້າພະເຈົ້າຂໍຕາງໜ້າພັກ-ລັດແລະປະຊາຊົນຈີນ, ສະແດງຄວາມຊົມເຊີຍຢ່າງສຸດໃຈຕໍ່ຝ່າຍລາວທີ່ໄດ້ຮັບໄຊຊະນະເປັນກ້າວໆໃນວຽກງານປ້ອງກັນ ແລະ ຄວບຄຸມພະຍາດພາຍໃຕ້ການນຳພາທີ່ເຂັ້ມແຂງຂອງສູນກາງພັກປະຊາຊົນປະຕິວັດລາວທີ່ມີສະຫາຍເລຂາທິການໃຫຍ່ບຸນຍັງ ວໍລະຈິດເປັນແກນນຳ. ຈີນຍິນດີຮ່ວມກັບລາວເພີ່ມທະວີການຮ່ວມມືໃນການຕ້ານກັບພະຍາດ, ເຊື່ອໝັ້ນວ່າພາຍໃຕ້ຄວາມພະຍາຍາມຮ່ວມກັນລະຫວ່າງຈີນ-ລາວກໍຄືປະຊາຄົມໂລກ, ຈະໄດ້ຮັບໄຊຊະນະໄລຍະສຸດທ້າຍຂອງບັ້ນຕ້ານກັບພະຍາດຄັ້ງນີ້ຢ່າງແນ່ນອນ. ຂ້າພະເຈົ້າໃຫ້ຄວາມສຳຄັນຢ່າງສູງຕໍ່ການພົວພັນຂອງສອງພັກສອງລັດຈີນ-ລາວ, ຍິນດີຮ່ວມກັບສະຫາຍພະຍາຍາມຮ່ວມກັນ, ຊຸກຍູ້ການຈັດຕັ້ງປະຕິບັດຄວາມຮັບຮູ້ທີ່ເປັນເອກະພາບກັນທີ່ສຳຄັນຂອງສອງຝ່າຍ, ຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳຈີນ-ລາວໃຫ້ໜັກແໜ້ນ, ເພື່ອສ້າງຜົນປະໂຫຍດໃຫ້ແກ່ສອງປະເທດ ແລະປະຊາຊົນສອງຊາດໃຫ້ຫຼາຍກວ່າເກົ່າ.   ແຫຼ່ງຂ່າວ: CRI China is ready to strengthen cooperation with Laos in fighting #COVID19 epidemic, Xi Jinping tells President of Laos, Bounnhang Vorachith, in a verbal message xhne.ws/4tfRl Xinhua News

Read More »

ສປປ ລາວ ເປັນເຈົ້າພາບ ຈັດກອງປະຊຸມລັດຖະມົນຕີ ສະຫວັດດີການສັງຄົມ ແລະ ການພັດທະນາອາຊຽນ

ທ່ານ ປອ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສປປ ລາວ, ໃນນາມເປັນເຈົ້າພາບ ໄດ້ກ່າວເປີດ ກອງປະຊຸມທາງໄກສະໄໝພິເສດ ຂອງ​ລັດຖະມົນຕີສະຫວັດດີການສັງຄົມ ແລະ ການພັດທະນາອາຊຽນ ພາຍໃຕ້ຫົວຂໍ້: ການຫລຸດຜ່ອນຜົນກະທົບຂອງພະຍາດ ໂຄວິດ-19 (COVID-19) ຕໍ່ກຸ່ມຄົນດ້ອຍໂອກາດໃນອາຊຽນ, ຢູ່ກະຊວງແຮງງານ ແລະ ສະຫວັດດີການສັງຄົມ, ວັນທີ 10 ມິຖຸນາ 2020ໂດຍຜ່ານ (Video Conference) ເປັນທາງການ, ໂດຍ ມີບັນດາ ທ່ານລັດຖະມົນຕີ ປະເທດສະມາຊິກອາຊຽນ, ທ່ານເລຂາທິການໃຫຍ່ອາຊຽນ ແລະ ພ້ອມດ້ວຍຄະນະຜູ້ແທນກອງປະຊຸມເຂົ້າຮ່ວມ. ທ່ານ ປອ ຄຳແພງ ໄຊສົມແພງ ໄດ້ກ່າວຕໍ່ກອງປະຊຸມຄັ້ງນີ້ວ່າ: ຖືເປັນໂອກາດທີ່ດີຫຼາຍ ທີ່ພວກເຮົາຈະໄດ້ພ້ອມກັນ ປຶກສາຫາລືແລກປ່ຽນ ຄໍາຄິດເຫັນ, ບົດຮຽນໃນລະດັບຊາດ ແລະ ບູລິມະສິດຍຸດທະສາດໃນການຈັດຕັ້ງປະຕິບັດວາລະຂອງ ອາຊຽນ ກ່ຽວກັບການປົກປ້ອງສັງຄົມ ແລະ ສະຫວັດດີການສັງຄົມ ຕໍ່ກຸ່ມຄົນດ້ອຍໂອກາດ ໃນຊ່ວງເວລາ ທີ່ມີການລະບາດຂອງພະຍາດ ໂຄວິດ-19, ເພື່ອເປັນແນວທາງໃນການຍົກສູງ ພາລະບົດບາດ ການເປັນຈຸດປະສານງານຂອງພາກພື້ນ ...

Read More »

ລັດຖະບານປະກາດໄຊຊະນະ ໃນບັ້ນຮົບທີ່ 1 ໃນການຕໍ່ສູ້ກັບພະຍາດໂຄວິດ-19​ ສໍາເລັດ!!!

ໃນວັນທີ 10 ມິຖຸນາ 2020 ທີ່ນະຄອນຫຼວງວຽງຈັນ ຕາງໜ້າລັດຖະບານ ນຳໂດຍ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ພ້ອມດ້ວຍຄະນະສະເພາະກິດ ເພື່ອປ້ອງກັນຄວບາຄຸມ ແລະ ແກ້ໄຂ ການລະບາດຂອງເຊື້ອພະຍາດໂຄວິດ-19 ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ຖະແຫຼງວ່າ: ມາຮອດມື້ນີ້ ວັນທີ 10 ມິຖຸນາ 2020 ຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ໃນປະເທດລາວເຮົາ ຕົວເລກໄດ້ກາຍເປັນເລກ 0 ແລ້ວ, ຂ້າພະເຈົ້າຄິດວ່າປະຊາຊົນລາວຈະໄດ້ຮັບຮູ້ຂ່າວນີ້ແລ້ວແຕ່ວັນທີ 9 ມິຖຸນາຜ່ານມາແລ້ວ ເພາະເປັນມື້ທີ່ກະຊວງສາທາລະນະສຸກ ໄດ້ປະກາດອະນຸຍາດໃຫ້ຜູ້ຕິດເຊື້ອທີ່ປິ່ນປົວດີແລ້ວອອກໂຮງໝໍເປັນຄົນສຸດທ້າຍ, ເຊິ່ງນີ້ບໍ່ສະເພາະແຕ່ເປັນຂ່າວດີເທົ່ານັ້ນແຕ່ຍັງເປັນຄວາມທະນົງໃຈຂອງຄົນລາວເຮົາໃນທົ່ວປະເທດ ນັບທັງຄົນເຊື້ອຊາດລາວທີ່ດຳລົງຊີວິດຢູ່ຕ່າງປະເທດອີກດ້ວຍ. ການທີ່ປະເທດເຮົາ ໄດ້ເປັນປະເທດປອດຈາກ ໂຄວິດ-19 ໃນມື້ນີ້ນັ້ນ, ກໍ່ໝາຍຄວາມວ່າ ບັ້ນຮົບທີ 1 ທີ່ໄດ້ເປີດສາກ ນັບແຕ່ມີຄໍາສັ່ງ 06/ນຍ, ທີ່ໄດ້ປະກາດອອກໃນວັນທີ 29 ມີນາ 2020 ແລະ ຄຳສັ່ງເລກທີ 07/ຄລສພ, ລົງວັນທີ 06 ເມສາ ...

Read More »

ການນໍາລາວ ຂຶ້ນຢ້ຽມຢາມເຂດເສດຖະກິດສາມຫຼ່ຽມຄຳທີ່ແຂວງບໍ່ແກ້ວ

ບັນດາການນຳຖືເປັນກຳລັງໃຈສຳຄັນໃນການຊຸກຍູ້ຫົວໜ່ວຍທຸລະກິດໃຫ້ກັບຄືນມາມີແຮງສູ້ ຫຼັງການລະບາດຂອງໂຄວິດ-19 ອັນເຮັດໃຫ້ຫຼາຍທຸລະກິດຕ້ອງຢຸດສະງັກ ໃນນັ້ນລວມທັງເຂດເສດຖະກິດພິເສດສາມຫຼ່ຽມຄຳ ທີ່ແຂວງບໍ່ແກ້ວ. ສະນັ້ນ ເພື່ອເປັນຂັວນ ແລະກຳລັງໃຈກໍ່ຜູ້ປະກອບການ ພະນັກງານກຳມະກອນ ທັງຊ່ວຍຊຸກຍູ້ການເຄື່ອນໄຫວທຸລະກິດຂອງເຂດເສດຖະກິດພິເສດສາມຫຼ່ຽມຄຳ ໃນວັນທີ 4 ມິຖຸນານີ້ ທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ໂອ້ລົມ ແລະ ຊຸກຍູ້ການພັດທະນາເຂດເສດຖະກິດພິເສດສາມຫຼ່ຽມຄໍາ ແຂວງບໍ່ແກ້ວ. ໂອກາດນີ້ ກໍ່ໄດ້ຮັບການລາຍງານຫຍໍ້ຈາກ ທ່ານ ຈ່າວເວີຍ ປະທານບໍລິຫານ ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ເຊິ່ງໃນໄລຍະໂຄວິດ 19 ນີ້ ໄດ້ເຮັດໃຫ້ຫຼາຍກິດຈະການຕ່າງໆໄດ້ປິດຊົ່ວຄາວ ເຮັດໃຫ້ເສດຖະກິດການເງິນ ມີຄວາມຫຍຸ້ງຍາກ, ການກໍ່ສ້າງບາງໂຄງການກໍ່ໄດ້ຢຸດຊົ່ວຄາວ ແລະ ອື່ນໆ. ໂອກາດ ທີ່ທ່ານໄດ້ມາຢ້ຽມຢາມເຂດເສດຖະກິດນີ້ ຍັງໄດ້ໄປທ່ຽວຊົມຟາມລ້ຽງງົວຂອງເຂດດັ່ງກ່າວ, ການກໍ່ສ້າງທ່າເຮືອຂົນສົ່ງສິນຄ້າ, ດ່ານສາກົນມັງກອນ ແລະ ໂອ້ລົມໃຫ້ທິດຊີ້ນໍາຄະນະບໍລິຫານສາມຫຼ່ຽມຄໍາຕື່ມອີກ. ຂ່າວຈາກ: ສຳນັກຂ່າວສານປະເທດລາວ

Read More »

ຊົມເຊີຍ!! ກອງທັບປະຊາຊົນ ສປ. ຈີນ ນໍາເຄື່ອງຊ່ວຍລາວຕ້ານໂຄວິດເປັນຊຸດທີ 2…

ການລະບາດຂອງພະຍາດໂຄວິດ-19 ເປັນເຫດການສຸກເສີນທີ່ເກີດຂຶ້ນທົ່ວໂລກ ແລະ ສປ ຈີນ ເປັນປະເທດທີ່ປະສົບບັນຫາກ່ອນໝູ່ ທັ້ງມີການສູນເສຍຊີວິດເປັນຈຳນວນຫຼາຍ ແຕ່ດ້ວຍມິດຕະພາບ ແລະການຮ່ວມມືຖານປະເທດເພື່ອນມິດຍຸດທະສາດ ສປ ຈີນໄດ້ເດີນໜ້າຊ່ວຍເຫຼືອລາວເຮົາຢ່າງຕໍເນື່ອງ ນອກຈາກການສົ່ງຜູ້ຊ່ຽວຊານມາແລ້ວຍັງສົ່ງວັດຖຸອຸປະກອນມາຊ່ວຍເສີມອີກໜຶ່ງແຮງ ເວົ້າສະເພາະກອງທັບປະຊາຊົນຈີນແມ່ນເປັນຄັ້ງທີສອງແລ້ວ. ຫຼ້າສຸດເຊົ້າວັນທີ 2 ມິຖຸນາ 2020, ຄະນະນໍາກອງທັບປະຊາຊົນລາວ ກະຊວງປ້ອງກັນປະເທດແຫ່ງ ສປປ ລາວ ໄດ້ຕ້ອນຮັບຄະນະຊ່ວຍເຫຼືອດ້ານອຸປະກອນການແພດຕອບໂຕ້ພະຍາດໂຄວິດ-19 ຈາກກອງທັບປົດປ່ອຍປະຊາຊາຊົນຈີນ ກະຊວງປ້ອງກັນປະເທດ ສປ ຈີນ ຢູ່ທີ່ສະໜາມບິນສາກົນວັດໄຕ ນະຄອນຫຼວງວຽງຈັນ. ຕາງໜ້າຄະນະສະເພາະກິດກະຊວງປ້ອງກັນປະເທດລາວຮັບເຄື່ອງໂດຍ ສະຫາຍ ບົວສິງ ອິນທະວົງ ຫົວຫນ້າກົມເສນາຮັກ ກົມໃຫຍ່ພະລາທິການກອງທັບ ແລະຕາງໜ້າມອບໂດຍສະຫາຍ ເສີນ ຢົງຈິ່ງ ທີ່ປຶກສາປ້ອງກັນຊາດ ແຫ່ງສະຖານທູດຈີນປະຈໍາລາວ, ມີສະຫາຍ ວົງຄໍາ ພົມມະກອນ ຫົວຫນ້າກົມໃຫຍ່ພະລາທິການ ພ້ອມດ້ວຍຄະນະທັງສອງຝ່າຍເຂົ້າຮ່ວມ. ການຊ່ວຍເຫຼືອຄັ້ງນີ້ເປັນຄັ້ງທີ 2 ຂອງກອງທັບປົດປ່ອຍປະຊາຊົນຈີນເຊິ່ງປະກອບມີ ອຸປະກອນປ້ອງກັນຕົວທາງການແພດ, ເຄື່ອງຊ່ວຍຫາຍໃຈ, ເຄື່ອງວັດແທກສະພາບຮ່າງກາຍຄົນເຈັບ ແລະອື່ນໆ. ໂອກາດນີ້, ທ່ານ ວົງຄໍາ ພົມມະກອນ ໄດ້ຕາງໜ້າກອງທັບປະຊາຊົນລາວ ສະແດງຄວາມຂອບອົກຂອບໃຈມາຍັງກອງທັບປົດປ່ອຍປະຊາຊົນຈີນ ທີ່ໄດ້ໃຫ້ການຊ່ວຍເຫຼືອອີກຄັ້ງໜຶ່ງ ເຊິ່ງເປັນການສະໜັບສະໜູນທີ່ເຂັ້ມແຂງໃຫ້ແກ່ຝ່າຍລາວໃນການຕ້ານກັບພະຍາດໂຄວິດ-19 ແລະໄດ້ສ່ອງແສງໃຫ້ເຫັນເຖິງສາຍພົວພັນມິດຕະພາບຖານສະຫາຍກໍ່ຄືອ້າຍນ້ອງທີ່ສະໜິດແໜ້ນລະຫວ່າງສອງກອງທັບລາວ-ຈີນ. ...

Read More »