ການເມືອງ

ກອງປະຊຸມລັດຖະບານ ປະຈໍາເດືອນມີນາ ໄດ້ພິຈາລະນາຮັບຮອງເອົາ 7 ເອກະສານສໍາຄັນ

ກອງປະຊຸມລັດຖະບານສະໄໝສາມັນປະຈໍາເດືອນມີນາ 2019 ໄຂຂຶ້ນຢ່າງເປັນທາງການ ໃນວັນທີ 20 ແລະ ປິດລົງໃນວັນທີ 21 ມີນານີ້ຢູ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານຂອງ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ, ມີບັນດາທ່ານຮອງນາຍົກລັດຖະມົນຕີ ແລະ ສະມາຊິກລັດຖະບານ ພ້ອມດ້ວຍແຂກທີ່ຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ. ກອງປະຊຸມລັດຖະບານສະໄໝສາມັນຄັ້ງນີ້ ໄດ້ພ້ອມກັນສຸມໃສ່ປຶກສາຫາລື, ປະກອບຄໍາຄິດຄໍາເຫັນ ແລະ ພິຈາລະນາຮັບຮອງເອົາ 7 ເອກະສານສໍາຄັນຄື: 1. ບົດລາຍງານຄວາມຄືບໜ້າ ກ່ຽວກັບການຈັດຕັ້ງປະຕິບັດ ການຮ່ວມມືຂໍ້ລິເລີ່ມໜຶ່ງແລວ, ໜຶ່ງເສັ້ນທາງໃນປີ 2018 ແລະ ທິດທາງຮ່ວມມືປີ 2019. 2. ຮ່າງດໍາລັດ ວ່າດ້ວຍການຄຸ້ມຄອງ ແລະ ນໍາໃຊ້ການຊ່ວຍເຫຼືອທາງການເພື່ອການພັດທະນາ. 3. ຮ່າງດຳລັດ ວ່າດ້ວຍການເຂົ້າເຖິງຂໍ້ມູນຂ່າວສານສິນເຊື່ອ. 4. ຮ່າງກົດໝາຍ ວ່າດ້ວຍເອກະສານແຫ່ງຊາດສະບັບໃໝ່. 5. ຮ່າງກົດໝາຍ ວ່າດ້ວຍການຄຸ້ມຄອງສ່ວຍສາອາກອນສະບັບປັບປຸງ. 6. ຮ່າງກົດໝາຍ ວ່າດ້ວຍອາກອນລາຍໄດ້ ສະບັບສ້າງໃໝ່. 7. ຮ່າງກົດໝາຍ ວ່າດ້ວຍອາກອນຊົມໃຊ້ ສະບັບສ້າງໃໝ່. ກອງປະຊຸມລັດຖະບານໄດ້ຮັບຟັງການລາຍງານຫຍໍ້ກ່ຽວກັບສະພາບພົ້ນເດັ່ນຈາກຂະແໜງການທີ່ກ່ຽວຂ້ອງ ເປັນຕົ້ນການປ່ຽນແປງຂອງສະພາບດິນຟ້າອາກາດ ໂດຍສະເພາະການເພີ່ມຂຶ້ນຂອງມົນລະພິດທາງອາກາດເຊິ່ງເກີິນມາດຕະຖານກໍານົດ ເປັນຕົ້ນຄ່າຄວາມເຂັ້ມຂຸ້ນຂອງຝຸ່ນລະອອງ ...

Read More »

ພະນະທ່ານ ນາງ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດຢ້ຽມຢາມແຂວງ Aichi

ໃນວັນທີ 20 ມີນາ 2019, ພະນະທ່ານ ນາງ ປານີ ຢາທໍ່ຕູ້, ປະທານສະພາແຫ່ງຊາດ ຂອງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ໄປຢ້ຽມຢາມສໍານັກງານໃຫຍ່ ຂອງ ບໍລິສັດ Inochio Holding Inc  ຢູູ່ເມືອງ Toyohashi, ແຂວງ Aichi (ເຊິ່ງຫ່າງຈາກໂຕກຽວ ໄປທາງທິດຕາເວັນຕົກ ໃຊ້ເວລາປະມານໜຶ່ງຊົ່ວໂມງເຄິ່ງໂດຍລົດໄຟ). ບໍລິສັດ Inochio Holding Inc ເປັນບໍລິສັດກະສິກໍາທັນສະໄໝຍີ່ປຸ່ນ ແລະ ຈະໄດ້ລົງທຶນ ຢູູ່ ສປປ ລາວ ດ້ານກະສິກໍາ. ທ່ານ Isao Ishiguro, ປະທານບໍລິສັດ Inochio Holdings Inc. ໄດ້ຍິນດີຕ້ອນຮັບ ຄະນະສະພາແຫ່ງຊາດລາວ ແລະ ໄດ້ນໍາສະເໜີ ອະທິບາຍກ່ຽວກັບແຜນການທຸລະກິດ ແລະ ການລົງທຶນຢູູ່ລາວ ໂດຍສະເພາະ ແຜນການ ການລົງທຶນຢູູ່ແຂວງ ເຊກອງ ໃຫ້ຄະນະຝ່າຍລາວຊາບ.  ທ່ານ ປະທານສະພາ ແຫ່ງຊາດ ໄດ້ທັດສະນະສຶກສາ ສວນກະສິກໍາ ເປັນເຮືອນກະຈົກເຕັກໂນໂລຢີທັນສະໄຫມລະດັບສູງ (High Technology Greenhouse) ຂອງ ...

Read More »

ກວດພົບຜູ້ສໍ້ລາດບັງຫຼວງ 1.000 ກ່ວາຄົນ ໃນປີຜ່ານມາ

ປີ 2018 ສະພາແຫ່ງຊາດ (ສພຊ) ກວດພົບເຫັນຜູ້ສໍ້ລາດບັງຫຼວງ 1.002 ຄົນໃນຈຳນວນທົ່ວປະເທດ ເຊິ່ງຂໍ້ມູນດັ່ງກ່າວໄດ້ເຜີຍແຜ່ໃນກອງປະຊຸມສະຫຼຸບວຽກງານກວດກາປະຈຳປີ 2018 ແລະ ທິດທາງແຜນການປີ 2019 ພ້ອມທັງເຜີຍແຜ່ຜົນສໍາເລັດກອງປະຊຸມວຽກງານກວດກາທົ່ວປະເທດປະຈຳປີ 2018 ໂດຍຈັດຂຶ້ນໃນວັນທີ 18 ມີນາ 2019 ທີ່ຫ້ອງວ່າການສູນກາງພັກ ຫຼັກ 6 ໂດຍການເປັນປະທານຂອງ ທ່ານ ສົມພູ ດວງສະຫວັນ ປະທານກວດກາພັກ-ລັດ ສພຊ ມີທ່ານ ພົນໂທ ແສງນວນ ໄຊຍະລາດ ຮອງປະທານສະພາແຫ່ງຊາດ ຄະນະປະຈຳພັກ ສພຊ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. ທ່ານ ສິນທະລາ ຫຼ້າສຸກສະໄໝ ກຳມະການກວດກາຄະນະພັກ ຫົວໜ້າກົມກວດກາ ຄະນະເລຂາທິການສະພາແຫ່ງຊາດ ໄດ້ກ່າວວ່າ: ໃນ 1 ປີຜ່ານມາ ຄະນະກວດກາ ສະພາແຫ່ງຊາດ ໄດ້ເອົາໃຈໃສ່ຊີ້ນຳໆພາການຄົ້ນຄວ້າເຊື່ອມຊືມ ແລະ ຜັນຂະຫຍາຍ ຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຂອງພັກ ກົດລະບຽບ ແລະ ບັນດານິຕິກຳກອງປະຊຸມຄົບຄະນະຂອງຄະນະບໍລິຫານງານສູນກາງພັກສະໄໝທີ X ແລະ ມະຕິກອງປະຊຸມໃຫຍ່ອົງຄະນະພັກແຕ່ລະຂັ້ນ ມີຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍຈາກຂັ້ນເທິງ ເຊິ່ງໄດ້ສະແດງອອກໃນຜົນສຳເລັດແຕ່ລະດ້ານເປັນຕົ້ນການຕິດຕາມກວດກາວຽກງານການບໍລິຫານລັດຂັ້ນຕ່າງໆໃນປີ 2018 ...

Read More »

ນາຍົກລັດຖະມົນຕີ ສຳເລັດການຢ້ຽມຢາມທາງການ ສາທາລະນະລັດສະຫະພັນ ເຢຍລະມັນ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນຂອງພະນະທ່ານ ນາງ ອັງເກລາ ແມກເກລ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ສະຫະພັນ ເຢຍລະມັນ, ພະນະທ່ານ ທອງລຸນ ສີສຸລິດນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມດ້ວຍຄະນະ ໄດ້ເດີນທາງຢ້ຽມຢາມ ຢ່າງເປັນທາງການ, ໃນວັນທີ 12-13 ມີນາ 2019, ເຊິ່ງເປັນການຢ້ຽມຢາມຄັ້ງປະຖົມມະລຶກ ຂອງການນໍາຂັ້ນສູງຂອງລາວ ແລະ ເປັນນິມິດໝາຍອັນສໍາຄັນໃນການເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ລະຫວ່າງ ສປປ ລາວ ແລະ ສສ ເຢຍລະມັນ ໃຫ້ເຂັມແຂງ ແລະ ແຕກດອກອອກຜົນຍິ່ງໆຂື້ນ. ໃນວັນທີ 13 ມີນາ 2019, ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການຢ່າງສົມກຽດ ແລະ ເຄັ່ງຂຶມ ທີ່ ສໍານັກງານນາຍົກລັດຖະມົນຕີ ສສ ເຢຍລະມັນ, ພະນະທ່ານ ທອງລຸນ ສີສຸລິດ ໄດ້ພົບປະສອງຝ່າຍ ກັບ ພະນະທ່ານ ນາງ ອັງເກລາ ແມກເກລ. ການພົບປະໄດ້ດໍາເນີນໄປພາຍໃຕ້ບັນຍາກາດອັນສະໜິດສະໜົມ ແລະ ...

Read More »

ຂ່າວດີ!!! ນາຍົກແຫ່ງ ສປປ ລາວ ພົບປະ ນາຍົກ ແຫ່ງຮົງກາລີ ມີຂໍ້ຕົກລົງ 3 ຂໍ້ດັ່ງນີ້….

ຂ່າວດີ !!! ?? ?? ກອງປະຊຸມພົບປະ ລະຫວ່າງ ພະນະທ່ານ ທອງລຸນ ສີສຸລິດ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ແລະ ພະນະທ່ານ Orbán Viktor, ນາຍົກລັດຖະມົນຕີ ແຫ່ງ ຮົງກາລີ ໃນວັນທີ 10-12 ມີນາ 2019 ທີ່ ບຸດາເປສ ປະເທດ ຮົງກາລີ ໄດ້ມີຂໍ້ຕົກລົງຮ່ວມກັນ 3 ຂໍ້ ດັ່ງນີ້: 1) ຕົກລົງຍົກລະດັບການເປັນຄູ່ຮ່ວມມືຍຸດທະສາດ ລະຫວ່າງ ລັດຖະບານ ແລະ ປະຊາຊົນ ລາວ ແລະ ຮົງກາລີ ໂດຍໃຫ້ມີການຢ້ຽມຢາມ ແລະ ແລກປ່ຽນທຸກລະດັບ 2) ສືບຕໍ່ຮ່ວມມືທາງເສດຖະກິດ, ການຄ້າການລົງທຶນ, ການສຶກສາ, ກະສິກໍາ ແລະ ອື່ນໆ 3) ຕົກລົງເພີ່ມທຶນການສຶກສາ ຈາກ 50 ທຶນ ເປັນ 100ທຶນ ນັບແຕ່ປີ 2019 ເປັນຕົ້ນໄປ ...

Read More »

ຄະນະຈັດຕັ້ງສູນກາງພັກ ລົງວິໄນພະນັກງານຂັ້ນສູງ ແຂວງວຽງຈັນ 7 ຄົນ 

ຄະນະຈັດຕັ້ງສູນກາງພັກ ແຈ້ງການ ເລກທີ 48/ຄຈສພ ລົງວັນທີ 22/2/2019 ເຖິງຄະນະປະຈຳພັກແຂວງວຽງຈັນ ເລື່ອງ: ຈັດຕັ້ງການລົງວິໄນຕໍ່ພະນັກງານຂັ້ນສູນກາງຄຸ້ມຄອງຢູ່ອົງຄະນະພັກແຂວງວຽງຈັນ ຈຳນວນ 7 ຄົນ ຄະນະຈັດຕັ້ງສູນກາງພັກຖືເປັນກຽດແຈ້ງມາຍັງຄະນະປະຈຳພັກແຂວງວຽງຈັນ ໃຫ້ຈັດສັນເວລາປະຊຸມຄົບຄະນະບໍລິຫານງານພັກແຂວງ ແລ້ວແຈ້ງໃຫ້ໜ່ວຍງານສະເພາະກິດ ຕາມທີ່ໄດ້ລະບຸໄວ້ໃນຂໍ້ຕົກລົງຂອງຄະນະຈັດຕັ້ງສູນກາງພັກ ທີ່ກ່າວມາຂ້າງເທິງນັ້ນ ເພື່ອເຂົ້າຮ່ວມຕິດຕາມ ແລະ ຜ່ານມະຕິຕົກລົງວ່າດ້ວຍການລົງວິໄນຕໍ່ພະນັກງານລັກຂັ້ນສູນກາງຄຸ້ມຄອງນຳພາຢູ່ໃນອົງຄະນະພັກແຂວງຂອງຕົນ ມອບໃຫ້ສະຫາຍເລຂາພັກແຂວງ ເຈົ້າແຂວງໆວຽງຈັນ ເປັນເຈົ້າການເຮັດວຽກງານນຳພາແນວຄິດຕໍ່ບັນຫາດັ່ງກ່າວ. ລາຍຊື່ເປົ້າໝາຍທີ່ຈະປະກາດວິໄນມີດັ່ງນີ້: 1. ສະຫາຍນາງ ສິງຄຳ ຄົງສະຫວັນ ຮອງເລຂາພັກແຂວງ ຮອງເຈົ້າແຂວງ 2. ສະຫາຍດາວເຮືອງ ນັນທະວົງ ກຳມະການປະຈຳພັກແຂວງ ຮອງເຈົ້າແຂວງ ຫົວໜ້າພະແນກການເງິນແຂວງ 3. ສະຫາຍ ບຸນມີພຸດທະວົງ ອາດີດ ຮອງເຈົ້າແຂວງໆວຽງຈັນ ປັດຈຸບັນເປັນຮອງລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ 4. ສະຫາຍ ວິລັດ ສີສຸວົງ ອາດີດຫົວໜ້າຫ້ອງວ່າການແຂວງ ປັດຈຸບັນເປັນກຳມະການປະຈຳພັກແຂວງ, ປະທານ ກວດກາພັກ-ລັດແຂວງ 5. ສະຫາຍ ພູວອນ ບຸນວິໄລ ອາດີດຮອງຫົວໜ້າພະແນກໂຍທາທິການ ແລະຂົນສົ່ງແຂວງ, ປັດຈຸບັນເປັນກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງໆໝື່ນ ...

Read More »

ນາຍົກລັດຖະມົນຕີ ເນັ້ນໃຫ້ກະຊວງສາທາລະນະສຸກສືບຕໍ່ແກ້ໄຂຕົວຊີ້ວັດທີ່ບໍ່ທັນບັນລຸ

ໃນວັນທີ 28 ກຸມພາ 2019, ທີ່ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ, ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ໄດ້ໃຫ້ກຽດໂອ້ລົມຕໍ່ບັນດາພະນັກງານຫຼັກແຫຼ່ງຂອງ ກະຊວງ ສາທາລະນະສຸກ ເນື່ອງໃນໂອກາດປິດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານສາທາລະນະສຸກທົ່ວປະເທດປະຈຳປີ 2018 ແລະ ທິດທາງແຜນການປີ2019 ໂດຍທ່ານໄດ້ເນັ້ນໃຫ້ກະຊວງສາທາລະນະສຸກເອົາໃຈໃສ່ຫຼາຍບັນຫາເປັນຕົ້ນແມ່ນ ໃຫ້ສືບຕໍ່ເອົາໃຈໃສ່ຈັດຕັ້ງປະຕິບັດ ແລະ ແກ້ໄຂ ບາງຕົວຊີ້ວັດທີ່ຍັງບໍ່ທັນບັນລຸ ພ້ອມທັງໃຫ້ສຸມໃສ່ການປະຕິບັດໜ້າທີ່, ຈັນຍາບັນ ຈັນຍາທຳຂອງບັນດາແພດໝໍ ແລະ ມາດຕະການປ້ອງພະຍາດຕ່າງໆ. ການຈັດຕັ້ງປະຕິບັດ 10 ຕົວຊີ້ວັດ ທີ່ສະພາແຫ່ງຊາດ ໄດ້ຮັບຮອງໃຫ້ກະຊວງສາທາ ລະນະສຸກ ຈັດຕັ້ງປະຕິບັດ ໃນປີ 2018 ຜ່ານມາ ໄດ້ມີຫລາຍຕົວຊີ້ວັດ ທີ່ມີຄວາມຄືບໜ້າເປັນທີ່ໜ້າພໍໃຈ ເປັນຕົ້ນ ອັດຕາເດັກນ້ອຍລຸ່ມ 5 ປີ ທີ່ມີລວງສູງບໍ່ໄດ້ມາດຕະຖານ, ອັດຕາການຕາຍຂອງເດັກລຸ່ມ 5 ປີ (\1.000 ເດັກເກີດມີຊີວິດ), ອັດຕາການຕາຍຂອງແມ່ (\100.000 ເດັກເກີດມີຊີວິດ), ອັດ ຕາການປົກຄຸມປະກັນສຸຂະພາບ. ຂະນະດຽວກັນ, ກໍມີຫລາຍຕົວຊີ້ວັດ ມີແນວໂນ້ມທີ່ຈະບໍ່ບັນລຸໄດ້ ຖ້າພວກເຮົາບໍ່ມີມາດຕະການ ແລະ ຄວາມບຸກບືນໃຫ້ຫລາຍກວ່າເກົ່າ ...

Read More »

ນາຍົກ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງຄະນະຜູ້ແທນປະເທດຍີ່ປຸ່ນ

ທ່ານ ທອງ​ລຸນ ສີ​ສຸ​ລິດ ນາ­ຍົກ­ລັດ­ຖະ­ມົນ­ຕີ ໄດ້​ຕ້ອນ­ຮັບ​ການ​ເຂົ້າ​ຢ້ຽມ​ຂໍ່າ­ນັບ​ຂອງ​ທ່ານ ໂຍ​ອິ​ຈິ​ໂກະ ບາ​ຢາ​ຊິ ຮອງ​ປະ­ທານ​ສະ­ພາ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ ປະ­ເທດ​ຍີ່­ປຸ່ນ ປະ­ທານ​ຄະ­ນະ​ກຳ­ມະ­ການ​ຮ່ວມ​ມື​ດ້ານ​ທຸ­ລະ​ກິດ​ແມ່­ນ້ຳ​ຂອງ ໃນ​ວັນ​ທີ 27 ກຸມ­ພາ 2019 ທີ່​ສຳ­ນັກ­ງານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ໂອ­ກາດ​ເດີນ­ທາງ​ມາ​ຢ້ຽມ­ຢາມ ແລະ ເຮັດ​ວຽກ​ຢູ່​ລາວ ເພື່ອ​ເສີມ​ຂະ­ຫຍາຍ​ສາຍ​ພົວ­ພັນ​ຮ່ວມ​ມື ກໍ​ຄື ການ​ເພີ່ມ​ຂີດ​ຄວາມ​ສາ­ມາດ​ໃນ​ການ​ສົ່ງ­ເສີມ​ວຽກ​ງານ​ອຸດ­ສາ­ຫະ­ກຳ ແລະ ການ​ຄ້າ​ຂອງ​ສອງ​ປະ­ເທດ ໃຫ້​ນັບ​ມື້​ກ້າວ​ຂະ­ຫຍາຍ­ຕົວ​ຢ່າງ​ຕໍ່​ເນື່ອງ. ທ່ານ​ນາ­ຍົກ­ລັດ­ຖະ­ມົນ­ຕີ ໄດ້​ສະ­ແດງ​ຄວາມ​ຍ້ອງ­ຍໍ​ຊົມ­ເຊີຍ​ຕໍ່​ການ​ເດີນ­ທາງ​ມາ​ຢ້ຽມ­ຢາມ ແລະ ເຮັດ​ວຽກ​ຂອງ​ທ່ານ ໂຍ​ອິ​ຈິ​ໂກະ ບາ​ຢາ​ຊິ ພ້ອມ​ຄະ­ນະ​ຄັ້ງ​ນີ້ ຖື​ເປັນ​ການ​ປະ­ກອບ­ສ່ວນ​ສຳ­ຄັນ ໃນ​ການ​ເສີມ​ຂະ­ຫຍາຍ​ສາຍ​ພົວ­ພັນ​ການ​ຮ່ວມ​ມື​ສອງ​ປະ­ເທດ ໂດຍ​ສະ­ເພາະ​ແມ່ນ ການ​ສົ່ງ­ເສີມ​ພາກ​ທຸ­ລະ​ກິດ​ການ​ຄ້າ ການ​ລົງ­ທຶນ​ສອງ​ຝ່າຍ ໃຫ້​ນັບ​ມື້​ຫຼາຍ​ຂຶ້ນ ປັດ­ຈຸ­ບັນ​ນັກ­ທຸ­ລະ­ກິດ​ປະ­ເທດ​ຍີ່­ປຸ່ນ ໄດ້​ໃຫ້​ຄວາມ​ສຳ­ຄັນ ແລະ ເຂົ້າ​ມາ​ລົງ­ທຶນ​ຢູ່​ລາວ​ເປັນ​ຈຳ­ນວນ​ຫຼາຍ​ສົມ­ຄວນ ບໍ່​ວ່າ​ຈະ​ເປັນ​ທຸ­ລະ​ກິດ​ໂຮງ​ຈັກ​ໂຮງ­ງານ ອຸດ­ສາ­ຫະ­ກຳ​ປຸງ​ແຕ່ງ ຕະ­ຫຼອດ​ເຖິງ​ທຸ­ລະ​ກິດ​ກ່ຽວ​ກັບ​ສິນ­ຄ້າ​ກະ­ສິ­ກຳ​ສົ່ງ​ອອກ ພ້ອມ​ນັ້ນ ລັດ­ຖະ­ບານ​ລາວ ກໍ​ໄດ້​ອຳ­ນວຍ​ຄວາມ​ສະ­ດວກ ແລະ ຊຸກ­ຍູ້​ພາກ​ທຸ­ລະ​ກິດ​ຂອງ​ປະ­ເທດ​ຍີ່­ປຸ່ນ ໃຫ້​ດຳ­ເນີນ​ກິດ­ຈະ­ການ​ດ້ວຍ​ຄວາມ​ວ່ອງ­ໄວ ຖືກ­ຕ້ອງ ແລະ ສອດ­ຄ່ອງ​ກັບ​ລະ­ບຽບ​ກົດ­ໝາຍ​ຂອງ​ລາວ. ຕອນ​ທ້າຍ ທ່ານ ໂຍ​ອິ​ຈິ​ໂກະ ບາ​ຢາ​ຊິ ໄດ້​ສະ­ແດງ​ຄວາມ​ຂອບ­ໃຈ​ຕໍ່​ການ​ຕ້ອນ­ຮັບ​ອັນ​ອົບ​ອຸ່ນ ...

Read More »

ລັດຖະມົນຕີ ກະຊວງສາທາລະນະສຸກ ເນັ້ນການບໍລິການທີ່ດີ ປະຕິບັດນະໂຍບາຍ 5 ດີ 1 ພໍໃຈ

ການຈັດຕັ້ງປະຕິບັດ 10 ຕົວຊີ້ວັດ ທີ່ສະພາແຫ່ງຊາດ ໄດ້ຮັບຮອງໃຫ້ກະຊວງສາທາລະນະສຸກ ຈັດຕັ້ງປະຕິບັດ ໃນປີ 2018 ຜ່ານມາ ໄດ້ມີຫຼາຍຕົວຊີ້ວັດ ທີ່ມີຄວາມຄືບໜ້າເປັນທີ່ໜ້າພໍໃຈ ເປັນຕົ້ນ ອັດຕາເດັກນ້ອຍລຸ່ມ 5 ປີ ທີ່ມີລວງສູງບໍ່ໄດ້ມາດຕະຖານ, ອັດຕາການຕາຍຂອງເດັກລຸ່ມ 5 ປີ (\1.000 ເດັກເກີດມີຊີວິດ), ອັດຕາການຕາຍຂອງແມ່ (\100.000 ເດັກເກີດມີຊີວິດ), ອັດຕາການປົກຄຸມປະກັນສຸຂະພາບ. ຂະນະດຽວກັນ, ກໍມີຫຼາຍຕົວຊີ້ວັດ ມີແນວໂນ້ມທີ່ຈະບໍ່ບັນລຸໄດ້ ຖ້າພວກເຮົາບໍ່ມີມາດຕະການ ແລະ ຄວາມບຸກບືນໃຫ້ຫຼາຍກວ່າເກົ່າ ເປັນຕົ້ນອັດຕາເດັກນ້ອຍລຸ່ມ 5 ປີ ທີ່ມີນ້ຳໜັກຕ່ຳກວ່າມາດຕະຖານ, ອັດຕາການຕາຍຂອງເດັກນ້ອຍລຸ່ມ 1 ປີ (\1.000 ເດັກເກີດມີຊີວິດ), ອັດຕາການເກີດມີແພດຊ່ວຍ ແລະ ອັດຕາການໃຫ້ວັກຊີນກັນພະຍາດ Penta3. ຂໍ້ມູນດັ່ງກ່າວແມ່ນໄດ້ລາຍງານໃນກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດວຽກງານ ສາທາລະນະສຸກທົ່ວປະເທດປະຈຳ ປີ 2018 ແລະ ທິດທາງແຜນການໃນປີ 2019 ທີ່ຈັດຂຶ້ນໃນວັນທີ 26 ກຸມພາ 2019 ທີ່ຫໍປະຊຸມແຫ່ງຊາດນະຄອນຫຼວງວຽງຈັນ. ທ່ານ ດຣ.ບຸນກອງ ສີຫາວົງ ...

Read More »

ສະຫາຍ ນາງ ຕ່ອງ ທິຟ້ອງ ຢ້ຽມຢາມໂຮງຮຽນມັດທະຍົມສົມບູນ ມິດຕະພາບລາວ-ຫວຽດນາມ

ໃນໂອກາດທີ່ ສະຫາຍ ນາງ ຕ່ອງ ທິຟ້ອງ, ກໍາມະການກົມການເມືອງ ສູນກາງພັກກອມມຸຍນິດຫວຽດນາມ, ຮອງປະທານ, ຜູ້ປະຈໍາການສະພາແຫ່ງຊາດຫວຽດນາມ ໄດ້ເດີນທາງມາຢ້ຽມຢາມລາວ ຮ່ວມກັບ ສະຫາຍ ຫງວຽນຟູຈ້ອງ, ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ແລະ ຄະນະ. ໃນວັນທີ 25 ກຸມພາ 2019 ສະຫາຍ ນາງ ຕ່ອງ ທິຟ້ອງ ແລະ ຄະນະໄດ້ເດີນທາງໄປຢ້ຽມຢາມໂຮງຮຽນມັດທະຍົມສົມບູນ ມິດຕະພາບລາວ-ຫວຽດນາມ ໂດຍມີ ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ, ກຳມະການສູນກາງພັກ, ລັດຖະມົນຕີກະຊວງ ສຶກສາທິການ ແລະ ກິລາ, ພ້ອມດ້ວຍຄະນະອຳນວຍການ ແລະ ນັກຮຽນພາຍໃນໂຮງຮຽນມັດທະຍົມສົມບູນ ມິດຕະພາບລາວ-ຫວຽດນາມໃຫ້ການຕ້ອນຮັບ. ໂຮງຮຽນມັດທະຍົມສົມບູນ ມິດຕະພາບລາວ-ຫວຽດນາມ ເປັນຂອງຂັວນຂອງ ສະຫາຍ ນົງດຶງແມັງ ອະດີດເລຂາທິການໃຫຍ່ພັກກອມມຸຍນິດຫວຽດນາມມອບໃຫ້ຊາວນະຄອນຫຼວງວຽງຈັນ ມູນຄ່າ 48 ຕື້ດົງ. ໂຮງຮຽນແຫ່ງນີ້ເປີດນໍາໃຊ້ຢ່າງເປັນທາງການໃນວັນທີ 2 ກັນຍາ 2009, ກົງກັບວັນຊາດຫວຽດນາມ ຄົບຮອບ 64 ປີ. ມີເນື້ອທີ່ 12.850 ...

Read More »