ການເມືອງ

ສື່ມວນຊົນຕ້ອງເປັນ ຜູ້ກ້າປາກອອກສຽງ, ສະດຸ້ງໄວ, ຮັກຄວາມຈິງ ແລະຍິງຖືກເປົ້າໝາຍ…

ສະມາຄົມນັກຂ່າວ ໄດ້ຈັດກອງປະຊຸມຄົ້ນຄວ້າທິດຊີ້ນຳຂອງທ່ານນາຍົກລັດຖະມົນຕີທີ່ວ່າ: ສື່ມວນຊົນຕ້ອງເປັນ “ຜູ້ກ້າປາກອອກສຽງ, ຜູ້ຮູ້ແທງຈິດໃຈ, ຜູ້ສະດຸ້ງໄວເມື່ອອ່ານ, ຜູ້ຜ່ານອຸປະສັກ, ຜູ້ທີ່ຮັກຄວາມຈິງ, ຜູ້ຍິງຖືກເປົ້າໝາຍ” ໂດຍແນໃສ່ໃຫ້ນັກສຳມະນາກອນໄດ້ປຶກສາຫາລື ແລະແລກປ່ຽນຄຳຄິດຄຳເຫັນໃນການຜັນຂະຫຍາຍ ແລະຈັດຕັ້ງປະຕິບັດທິດທາງແຜນການ ພັດທະນາຄຸນນະພາບວຽກງານສື່ມວນຊົນ ທີ່ໄດ້ສະເໜີຢູ່ໃນງານໂຮມຊຸມນຸມສະເຫຼີມສະຫຼອງວັນສື່ມວນຊົນ ແລະການພິມຈຳໜ່າຍຄົບຮອບ 70 ປີ ເມື່ອວັນທີ 14 ສິງຫາ 2020 ແລະຄົ້ນຄວ້າຄຳໂອ້ລົມຂອງທ່ານນາຍົກລັດຖະມົນຕີ ໃນເວທີດັ່ງກ່າວໃຫ້ມີຄວາມເຂົ້າໃຈເປັນເອກະພາບ ແລະນຳໄປປະຕິບັດຕົວຈິງ ບົນພື້ນຖານແນວທາງທັດສະນະຂອງພັກ ໃນການໂຄສະນານຳພາຫາງສຽງສັງຄົມໃນທຸກບັນຫາ ແລະ ເຫດການທີ່ກ່າວໄວ້ໃນມະຕິ 36 ກົມການເມືອງສູນກາງພັກ, ຊຶ່ງໄດ້ຜັນຂະຫຍາຍອອກເປັນກົດໝາຍສື່ມວນຊົນ ແລະ ນິຕິກຳລຸ່ມກົດໝາຍຕ່າງໆ. ທ່ານ ສະຫວັນຄອນ ຣາຊມຸນຕີ ຮອງລັດຖະມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະທ່ອງທ່ຽວ ໄດ້ກ່າວເປີດກອງປະຊຸມວ່າ: ຕໍ່ຄຳເວົ້າຂອງທ່ານນາຍົກທີ່ວ່າ: ສື່ມວນຊົນຕ້ອງເປັນ “ຜູ້ກ້າປາກອອກສຽງ, ຜູ້ຮູ້ແທງຈິດໃຈ, ຜູ້ສະດຸ້ງໄວເມື່ອອ່ານ, ຜູ້ຜ່ານອຸປະສັກ, ຜູ້ທີ່ຮັກຄວາມຈິງ, ຜູ້ຍິງຖືກເປົ້າໝາຍ” ພວກເຮົາຈະໄດ້ເອົາແນວທາງ, ມະຕິ, ກົດໝາຍ ທີ່ກ່າວມາຂ້າງເທິງນັ້ນ ມາເຍືອງເບິ່ງຄວາມເປັນຈິງ ໃນການເຮັດໜ້າທີ່ຂອງສື່ພວກເຮົາ ເພື່ອໃຫ້ເຫັນຈຸດແຂງທີ່ຕ້ອງເສີມຂະຫຍາຍ ແລະ ຈຸດອ່ອນທີ່ຕ້ອງແກ້ໄຂໃຫ້ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສັງຄົມໄລຍະໃໝ່, ມາຮອດປັດຈຸບັນກໍ່ຕ້ອງຮີບປ່ຽນແປງ ແລະແກ້ໄຂແບບແຜນວິທີເຮັດວຽກໃຫ້ສອດຄ່ອງທ່ວງທັນຕາມສະພາບການ New ...

Read More »

ນະຄອນຫລວງວຽງຈັນ ເຂົ້າເປັນສະມາຊິກ ອົງການ TPO ຢ່າງເປັນທາງການ…

ນະຄອນຫລວງວຽງຈັນ ໄດ້ເຂົ້າເປັນສະມາຊິກອົງການ ສົ່ງເສີມການທ່ອງທ່ຽວບັນດາ ນະຄອນອາຊີ-ປາຊີຟີກ Tourism Promotion Organizaion for Asia Pacific Cities (TPO) ຢ່າງ ເປັນທາງການ ໃນວັນທີ 9 ກັນຍາ 2020. ຄາດວ່າ ສປປ ລາວ ຈະໄດ້ຮັບຜົນປະໂຫຍດຈາກການເຂົ້າເປັນສະມາຊິກອົງການດັ່ງກ່າວ, ເປັນຕົ້ນແມ່ນວຽກງານການທ່ອງທ່ຽວ ຢູ່ນະຄອນຫລວງວຽງຈັນ ຈະຂະຫຍາຍຕົວໄວຂຶ້ນ, ອຸດສະຫະກຳທ່ອງທ່ຽວຈະບໍ່ໂດດດ່ຽວ ແຕ່ຈະໄດ້ຮັບການເຊື່ອມໂຍງກັບສາກົນກວ້າງຂວາງກວ່າເກົ່າ, ຈະໄດ້ຮ່ວມມືດ້ານການທ່ອງທ່ຽວ ແລະ ແລກປ່ຽນ ດ້ານວັດທະນະທຳ ລະຫວ່າງ ບັນດານະຄອນອາຊີ-ປາຊີຟິກ ແລະ ອື່ນໆ. ທ່ານ ສິນລະວົງ ຄຸດໄພທູນ ເຈົ້າຄອງນະຄອນຫລວງວຽງຈັນ ໄດ້ກ່າວວ່າ: ອົງການສົ່ງເສີມການທ່ອງທ່ຽວບັນດານະຄອນຫລວງ ຫລື (TPO) ແມ່ນເຄືອຂ່າຍລະຫວ່າງຕົວເມືອງ ໂດຍມີບົດບາດສົ່ງເສີມສະມາຊິກເຮັດວຽກຮ່ວມກັນ ເພື່ອສ້າງອຸດສາຫະກຳການທ່ອງທ່ຽວ, ການແລກປ່ຽນຂໍ້ມູນຂ່າວສານດ້ານການຕະຫລາດແຫລ່ງທ່ອງທ່ຽວ, ການພັດທະນາຜະລິດຕະພັນໃໝ່ໆ ລວມໄປເຖິງການພັດທະນາຊັບ ພະຍາກອນມະນຸດໃນພາກການທ່ອງທ່ຽວ ແລະ ອື່ນໆ ປັດຈຸບັນມີສະມາຊິກທັງໝົດ 25 ນະຄອນ ຈາກ 13 ປະເທດ. ການເຂົ້າຮ່ວມເປັນສະມາຊິກ ອົງການສົ່ງເສີມການທ່ອງທ່ຽວ ...

Read More »

ສປປ ລາວ ຈໍາໜ່າຍພັນທະບັດ 1.500 ຕື້ກີບ ເພີ່ມການອັດສີດເງິນເຂົ້າສູ່ລະບົບເສດຖະກິດແຫ່ງຊາດ

ການຈໍາໜ່າຍພັນທະບັດລັດຖະບານ ທີ່ອອກໂດຍກະຊວງການເງິນ ໂດຍຜ່ານຕະຫຼາດຫຼັກຊັບລາວໃນ 2 ຄັ້ງຜ່ານມາ ຖືວ່າປະສົບຜົນສໍາເລັດເກີນກວ່າເປົ້າໝາຍທີ່ກໍານົດໄວ້. ຫຼ້າສຸດໄດ້ຮັບອະນຸຍາດເປັນຄັ້ງທີ 3 ໂດຍແມ່ນ ບໍລິສັດ ຫຼັກຊັບລ້ານຊ້າງ ມະຫາຊົນ, ບໍລິສັດ BCEL-KT ຈໍາກັດ ແລະ ບໍລິສັດ ຫຼັກຊັບ ລາວ – ຈີນ ຈໍາກັດ ເປັນຜູ້ອອກຈໍາໜ່າຍພັນທະບັດທັງໝົດ 1.500 ຕື້ກີບ ແລະ 50 ລ້ານໂດລາ. ທ່ານ ອານຸກອນ ສຸທໍາມະວົງ ຮັກສາການຜູ້ອໍານວຍການໃຫຍ່ ບໍລິສັດ ຫຼັກຊັບລ້ານຊ້າງ ມະຫາຊົນ ຕາງໜ້າໃຫ້ທັງສາມບໍລິສັດໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນວ່າ: ລັດຖະບານໄດ້ນໍາເອົາພັນທະບັດຈໍາໜ່າຍຜ່ານຕະຫຼາດຫຼັກຊັບລາວຄັ້ງທໍາອິດໃນເດືອນທັນວາ 2018 ມູນຄ່າ 1 ພັນຕື້ກີບ; ຄັ້ງທີສອງມູນຄ່າ 1.700 ຕື້ກີບ ເມື່ອເດືອນ ກັນຍາ 2019 ເຊິ່ງການຈໍາໜ່າຍໃນສອງຄັ້ງຜ່ານມາເຫັນວ່າປະສົບຜົນສໍາເລັດຢ່າງໜ້າພໍໃຈ ແລະ ເກີນຄາດໝາຍທີ່ກໍານົດໄວ້ ເຊິ່ງມີນັກລົງທຶນກໍຄືມວນຊົນທົ່ວໄປຈັບຈອງເປັນຈໍານວນຫຼາຍ. ສໍາລັບເທື່ອນີ້ເປັນຄັ້ງທີສາມ ມູນຄ່າ 1.500 ຕື້ກີບ ແລະ ເງິນໂດລາ 50 ລ້ານໂດລາ. ສໍາລັບອາຍຸການຖືຄອງ ...

Read More »

ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ….

ກອງປະຊຸມໃຫຍ່ຜູ້ແທນ ຄັ້ງທີ V ຂອງອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ ໄຂຂຶ້ນຢ່າງເປັນທາງການໃນວັນທີ 9 -10 ກັນຍາ 2020 ທີ່ສະໂມສອນກະຊວງປ້ອງ ກັນຄວາມສະຫງົບ ພາຍໃຕ້ການເປັນປະທານຂອງສະຫາຍ ພົທ ວິໄລ ຫຼ້າຄຳຟອງ, ເລຂາທິການສູນກາງພັກ, ເລຂາຄະນະພັກກະຊວງ, ລັດຖະມົນຕີກະຊວງ ປກສ; ມີສະຫາຍ ບຸນຍັງ ວໍລະຈິດ, ເລຂາທິ ການໃຫຍ່ ຄະນະບໍລິ ຫານງານສູນກາງພັກ, ປະທານປະເທດ, ບັນດາສະຫາຍພະນັກງານປະຕິວັດອາວຸໂສ, ວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນ ແລະສະຫາຍຜູ້ແທນສົມບູນ ເຊິ່ງເປັນຕົວແທນໃຫ້ແກ່ສະມາຊິກພັກໃນທົ່ວອົງຄະນະພັກກະຊວງປ້ອງກັນຄວາມສະຫງົບ. ກອງປະຊຸມໄດ້ຮັບຟັງການຜ່ານຮ່າງລາຍງານການເມືອງຂອງຄະນະບໍລິຫານງານພັກກະ ຊວງປ້ອງກັນຄວາມສະ ຫງົບ ສະໄໝທີ IV ທີ່ສະ ເໜີໂດຍ ສະຫາຍ ພົທ ວິໄລ ຫຼ້າຄຳຟອງ ເລຂາທິການສູນກາງພັກ, ເລຂາຄະນະ ພັກກະຊວງ, ລັດຖະມົນຕີກະຊວງ ປກສ ໂດຍຍົກໃຫ້ເຫັນວ່າ: ໄລຍະ 5 ປີຜ່ານມາ, ພາຍໃຕ້ການຊີ້ນຳ-ນຳພາຂອງສູນ ກາງພັກ, ຄະນະພັກຂັ້ນຕ່າງໆຂອງກຳລັງປ້ອງກັນຄວາມສະຫງົບ ໄດ້ຜ່ານຜ່າສິ່ງທ້າທາຍທົດສອບນາໆ ປະການ ແລະ ພ້ອມກັນສູ້ຊົນຍາດໄດ້ຜົນງານໃຫຍ່ຫຼວງຫຼາຍດ້ານ; ເປັນຕົ້ນແມ່ນ: ...

Read More »

ເສດຖະກິດ ແລະ ເງິນຢວນ ອາດຈະກາຍເປັນສະກຸນເງິນສຳຮອງ ອັນດັບຕົ້ນຂອງໂລກ…

ນັກວິເຄາະຂອງ Morgan Stanley ຍັງຄົງຄາດການວ່າ ເງິນຢວນຂອງຈີນມີສັດສ່ວນ 5% ເຖິງ 10% ຂອງສິນຊັບສຳຮອງ ຊຶ່ງອັດຕາແລກປ່ຽນເງິນຕາຕ່າງປະເທດທົ່ວໂລກພາຍໃນປີ 2018 – 2025 ເງິນຢວນມີສັດສ່ວນປະມານ 2% ຂອງສິນຊັບສຳຮອງອັດຕາແລກປ່ຽນທົ່ວໂລກ, ຊຶ່ງຈະເຮັດໃຫ້ເງິນຢວນຕາມຫຼັງ ໂດລາສະຫະລັດ ແລະ ຢູໂຣ. Morgan Stanley ຄາດວ່າ ເງິນຢວນຈະແຂງຄ່າເປັນ 6.6 ຢວນ ເມື່ອທຽບກັບໂດລາສະຫະລັດ ພາຍໃນທ້າຍປີ 2021. ຍ້ອນ ການລົງທຶນຈາກຕ່າງປະເທດທີ່ເພີ່ມຂຶ້ນໃນຕະຫຼາດຈີນສາມາດກະຕຸ້ນການໃຊ້ເງິນຢວນ ແລະ ຍູ້ດັນໃຫ້ກາຍເປັນສະກຸນເງິນສຳຮອງທີ່ໃຫຍ່ເປັນອັນດັບສາມຂອງໂລກ, ຊຶ່ງການຄາດການດັ່ງກ່າວ ເກີດຂຶ້ນເນື່ອງຈາກລັດຖະບານຈີນພະຍາຍາມມາຫຼາຍປີ ເພື່ອສົ່ງເສີມການໃຊ້ເງິນຢວນລະຫວ່າງປະເທດ ຫຼືເອີ້ນວ່າ ເງິນຢວນ (RMB). ໃນປັດຈຸບັນເງິນຢວນມີສັດສ່ວນປະມານ 2% ຂອງສິນຊັບສຳຮອງອັດຕາແລກປ່ຽນໃນທົ່ວໂລກ. ນັກວິເຄາະກ່າວວ່າ: ເງິນຢວນ ອາດເພີ່ມຂຶ້ນເປັນລະຫວ່າງ 5% ເຖິງ 10% ພາຍໃນປີ 2030 ຊຶ່ງສູງກວ່າລະດັບເງິນ ເຢນ ຂອງຍີ່ປຸ່ນ ແລະ ເງິນປອນ ຂອງອັງກິດ ການຄາດກ່າວດັ່ງກ່າວ ເປັນການບອກກ່າວ ເຖິງສິ່ງທີ່ທະນາຄານປະຕິບັດມາໃນເດືອນ ກຸມພາ ...

Read More »

ລາວກຽມຫຼຸດພົ້ນອອກຈາກຄວາມດ້ອຍພັດທະນາ ຖ້າຜ່ານການປະເມີນຮອບສອງ ໃນປີ 2024…

ໃນຕອນຄ່ຳຂອງວັນທີ 08 ກັນຍາ 2020, ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມທາງໄກຮ່ວມກັບ ຫ້ອງການຜູ້ຕາງໜ້າຂັ້ນສູງຂອງອົງການ ສປຊ (OHRLLS) ທີ່ຮັບຜິດຊອບກຸ່ມບັນດາປະເທດດ້ອຍພັດທະນາ (LDCs) ທີ່ ນິວຢອກ, ສ. ອາເມລິກາ ເພື່ອກຽມຄວາມພ້ອມໃຫ້ແກ່ການປະເມີນ ສປປ ລາວ ໃນການຫຼຸດພົ້ນອອກຈາກສະຖາ ນະພາບປະເທດດ້ອຍພັດທະນາ, ໂດຍການເປັນປະທານຂອງ ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ, ໂດຍມີຜູ້ຕາງໜ້າຈາກກະຊວງແຜນການ ແລະ ການລົງທຶນ; ກະຊວງອຸດສາຫະກໍາ ແລະ ການຄ້າ; ກະຊວງສາທາລະນະສຸກ; ກະຊວງສຶກສາທິການທິການ ແລະ ກິລາ; ກະຊວງກະສິກຳ ແລະ ປ່າໄມ້ ພ້ອມຄະ ນະເຂົ້າຮ່ວມທັງໝົດປະມານ 30 ທ່ານ. ກຸ່ມບັນດາປະເທດດ້ອຍພັດທະນາ ໄດ້ຖືກກໍານົດຂື້ນໂດຍອົງການ ສປຊ ໃນປີ 1971, ຊຶ່ງປັດຈຸບັນມີທັງໝົດ 47 ປະເທດລວມທັງ ສປປ ລາວ. ໃນການປະເມີນຂອງອົງ ການ ສປຊ ໃນ ປີ 2018, ເປັນເທື່ອທໍາອິດທີ່ ສປປ ...

Read More »

ຍ້ອງຍໍບຸກຄົນ ແລະ ໜ່ວຍງານດີເດັ່ນໃນການຕ້ານ ໂຄວິດ-19

ສປ ຈີນ ໄດ້ຈັດພິ​ທີ​ຍ້ອງ​ຍໍ​ບຸກ​ຄົນ​ ແລະ​ ໜ່ວຍ​ງານ​ດີ​ເດັ່ນ​ໃນ​ການ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19 ທົ່ວ​ປະ​ເທດ​ ຢູ່​ນະຄອນຫລວງປັກກິ່ງ ໃນວັນທີ 8 ກັນຍາ 2020. ທ່ານ​ ສີ​ຈິ້ນ​ຜິງ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຈີນ, ປະ​ທານ​ປະ​ເທດ​ຈີນ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ການ​ທະ​ຫານ​ສູນ​ກາງ​ຈີນ​ ໄດ້ໃຫ້​ກຽດ​ປະ​ດັບຫລຽນ​ໄຊ​ ໃຫ້​ແກ່​ຜູ້​ທີ່​ໄດ້​ຮັບຫລຽນ​ໄຊ​ແຫ່ງ​ຊາດ​ ແລະ​ ຜູ້​ທີ່​ໄດ້​ຮັບ​ນາມ​ມະ​ຍົດ​ແຫ່ງ​ຊາດ​ ໃນນັ້ນ ໄດ້ຍ້ອງຍໍບຸກຄົນກ້າວໜ້າ, ໜ່ວຍງານກ້າວໜ້າ, ສະມາຊິກພັກກອມມູນິດຈີນ ຜູ້ດີເດັ່ນລະດັບຊາດ ແລະ​ ການຈັດຕັ້ງພັກຂັ້ນຮາກຖານທີ່ກ້າວໜ້າລະດັບຊາດ ພ້ອມທັງໄດ້ກ່າວ​ຄຳ​ປາ​ໄສ​ສຳ​ຄັນ ໃນພິທີ. ໂອກາດດຽວກັນ ທ່ານ​ ສີ​ຈິ້ນ​ຜິງ​ ພ້ອມ​ດ້ວຍ​ຜູ້​ນຳພັກລັດ​ທ່ານ ອື່ນໆໄດ້​ພົບ​ປະ​ກັບ​ຜູ້​ໄດ້​ຮັບຫລຽນ​ໄຊ​ແຫ່ງ​ຊາດ​ ແລະ​ ຜູ້​ໄດ້​ຮັບ​ນາມ​ມະ​ຍົດ​ແຫ່ງ​ຊາດ, ບຸກ​ຄົນ​ກ້າວ​ໜ້າ, ຜູ້ຕາງໜ້າໜ່ວຍ​ງານ​ກ້າວ​ໜ້າ​ໃນ​ການ​ຕ້ານ​ກັບ​ພະ​ຍາດ​ໂຄວິດ-19 ໃນ​ທົ່ວ​ປະ​ເທດ ແລະ​ ຖ່າຍ​ຮູບ​ຮ່ວມ​ກັນ. ແຫຼ່ງຂໍ້ມູນ: CRI

Read More »

ຄວາມຕ້ອງການເລືອດຢູ່ລາວ ສູງກວ່າ ການສະໜອງໃຫ້…

ສູນເລືອດແຫ່ງຊາດ ອົງການກາແດງລາວ ແຈ້ງໃຫ້ຮູ້ວ່າ: ການຈັດກິດຈະກຳບໍລິຈາກເລືອດ ແມ່ນຫຼຸດລົງ ຍ້ອນໄດ້ຮັບຜົນກະທົບຈາກພະຍາດໂຄວິດ-19 ແຕ່ຄວາມຕ້ອງການໃຊ້ເລືອດແມ່ນ ເພີ່ມຂຶ້ນ ແລະສາມາດສະໜອງໄດ້ພຽງແຕ່ 60,000 ຖົງຕໍ່ປີ ຊຶ່ງຖ້າທຽບກັບຄວາມຕ້ອງການແລ້ວແມ່ນມີສູງເຖິງ 80,000 ຖົງຕໍ່ປີ. ທ່ານຈັນທະລາ ສຸກສາຄອນ ຫົວໜ້າສູນເລືອດແຫ່ງຊາດ ອົງການກາແດງລາວໄດ້ກ່າວວ່າ: ບໍ່ມີປະເທດໃດທີ່ຈະມີເລືອດພຽງພໍກັບຄວາມຕ້ອງການໃນການປິ່ນປົວຄົນເຈັບ ເພາະວ່າຄວາມຕ້ອງການເລືອດໃນປະເທດໃດໜຶ່ງຈະເທົ່າກັບ 1% ຂອງປະຊາກອນ ໝາຍຄວາມວ່າຖ້າມີປະຊາກອນ 6 ລ້ານຄົນ ຄວາມຕ້ອງການເລືອດ ກໍຈະປະມານ 60,000 ຖົງ ( 1 ຖົງ 350 ຊີຊີ). ສະເພາະຢູ່ ສປປ ລາວ ຄວາມຕ້ອງການໃຊ້ເລືອດກໍມີສູງ ທຽບໃສ່ກັບຄວາມຕ້ອງການຕົວຈິງແມ່ນບໍພຽງພໍ ເຊິ່ງປະຊາກອນລາວໃນປັດເຈຸບັນນີ້ມີຫຼາຍກວ່າ 8 ລ້ານຄົນ ແຕ່ສາມາດຮັບບໍລຈາກເລືອດຈາກສັງຄົມໄດ້ພຽງແຕ່ 60,000 ກວ່າຖົງ ເທົ່ານັ້ນ ຊຶ່ງທາງສູນເລືອດແຫ່ງຊາດກໍໄດ້ມີການສະໜອງເລືອດໃຫ້ເພີ່ມຂຶ້ນ 5,000 ຖົງຕໍ່ປີ ສະເພາະຄວາມຕ້ອງການໃຊ້ເລືອດຫຼາຍຢູ່ລາວແມ່ນຈະໃຊ້ກັບພະຍາດ ປ້າງກິນເລືອດ, ໝາກໄຂ່ຫຼັງຊຸດໂຊມ, ອຸປະຕິເຫດ, ການຜ່າຕັດ ລະໄຂ້ເລືອດອອກ. ທ່ານ ຈັນທະລາ ສຸກສາຄອນ ຍັງໄດ້ກ່າວຕື່ມວ່າ: ໃນວັນທີ ...

Read More »

ປະທານສະພາແຫ່ງຊາດ ເຂົ້າຮ່ວມກອງປະຊຸມ ໄອປາ ແບບທາງໄກ

ທ່ານນາງ ປານີ ຢາທໍ່ຕູ້ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ, ຫົວໜ້າຄະນະຜູ້ແທນສະພາແຫ່ງຊາດລາວ ໄດ້ເຂົ້າຮ່ວມກອງປະຊຸມ ສະມັດຊາໃຫ່ຍລັດຖະສະພາ ລະຫວ່າງຊາດອາຊຽນ (ໄອປາ) ຄັ້ງທີ 41 ແບບທາງໄກ ພາຍໃຕ້ຫົວຂໍ້ “ການທູດລັດຖະສະພາເພື່ອອາຊຽນ ທີ່ໜຽວແໜ້ນ ແລະ ຕອບສະໜອງຕໍ່ສະພາບການ” ເຊິ່ງໄດ້ຈັດຂຶ້ນ ລະຫວ່າງວັນທີ 8-10 ກັນຍາ 2020 ທີ່ນະຄອນຫລວງ ຮ່າໂນຍ ສສ. ຫວຽດນາມ ໂດຍການເປັນປະທານຂອງ ທ່ານນາງ ຫງຽວນ ທິ ກິມເງີນ ປະທານໄອປາ, ປະທານສະພາແຫ່ງຊາດ ແຫ່ງ ສສ.ຫວຽດນາມ. ໂອກາດດັ່ງກ່າວ, ທ່ານ ນາງ ປານີ ຢາທໍ່ຕູ້ ໄດ້ຕີລາຄາສູງ ແລະ ສະໜັບສະໜູນ ຕໍ່ຄໍາຂວັນຂອງກອງປະຊຸມໄອປາ ຄັ້ງທີ 41 ເຊິ່ງເປັນການຜັນຂະຫຍາຍເນື້ອໃນຈິດໃຈ ຂອງກອງປະຊຸມສຸດຍອດຜູ້ນຳອາຊຽນຄັ້ງທີ 36 ທີ່ໃຫ້ຄວາມສຳຄັນແກ່ການຮ່ວມມືທີ່ໃກ້ຊິດກວ່າເກົ່າ ລະຫວ່າງ ສະມາຊິກອາຊຽນ ແລະ ຄູ່ຮ່ວມອາຊຽນ ເພື່ອຮັບມືກັບບັນດາສິ່ງທ້າທາຍ ທີ່ເກີດຂຶ້ນໃນພາກພື້ນ ອາຊຽນ. ...

Read More »

ສະມາຄົມນັກທຸລະກິດແມ່ຍິງ (ສທຍ) ຕີລາຄາຄືນວຽກງານ ປະຈຳປີ 2020…

ໃນວາລະກອງປະຊຸມປະຈຳປີ 2020 ຂອງ ສທຍ ທ່ານ ນາງ ຈັນທະຈອນ ວົງໄຊ ປະທານສະມາຄົມນັກທຸລະກິດແມ່ຍິງໄດ້ກ່າວວ່າ: ຄະນະສະມາຄົມນັກທຸລະກິດແມ່ຍິງ (ສທຍ) ໄດ້ເຕົ້າໂຮມຄວາມສາມັກຄີພາຍໃນ ແລະ ພາຍນອກ ຈັດຕັ້ງປະຕິບັດແນວທາງດ້ານເສດຖະກິດ-ສັງຄົມ ໂດຍສະເພາະການປ່ຽນແປງໃໝ່ຂອງລັດຖະບານ ແລະ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ. ໃນນີ້ ດ້ານການເຄື່ອນໄຫວທຸລະກິດຂອງພວກເຮົາໃນ 8 ເດືອນ ໃນປີ 2020 ຜ່ານມາ ໄດ້ກະກຽມສໍາລັບງານເທດສະການອາຫານລາວ ປະກອບມີ 190 ບູດທີ່ຈະຈັດຂຶ້ນໃນ ເດືອນ ຕຸລາ ໄດ້ສຳເລັດ. ຜົນງານການເຄື່ອນໄຫວໄລຍະຜ່ານມາ ສາມາດຄັດເລືອກສະມາຊິກດີເດັ່ນ 1 ທ່ານ ເຂົ້າຮັບລາງວັນ Women of impact ລະດັບອາຊຽນໄດ້ສໍາເລັດ ແລະ ສໍາເລັດການຄັດເລືອກສະມາຊິກດີເດັ່ນ 5 ປີ (2015-2020) ໄດ້ຈຳນວນ 78 ທ່ານ ພ້ອມນັ້ນ ຍັງໄດ້ແຕ່ງບົດເພງ 2 ບົດເພງທີ່ມີເນື້ອໃນສັນລະເສີນສະມາຄົມນັກທຸລະກິດແມ່ຍິງ, ອະນຸລັກສົ່ງເສີມຮີດຄອງປະເພນີ ແລະ ວັດທະນະທຳລາວ ທີ່ເປັນໃບໜ້າອັນໃໝ່ຂອງສະມາຄົມພວກເຮົາໄດ້ສຳເລັດ. ນອກນັ້ນ, ...

Read More »